Homeຂ່າວພາຍ​ໃນແຊ້ມລາວພຣີເມຍລີກຈະໄດ້ຮ່ວມແຂ່ງຂັນບານເຕະລາຍການ TOYOTA MEKONG CLUB CHAMPIONSHIP 2015

ແຊ້ມລາວພຣີເມຍລີກຈະໄດ້ຮ່ວມແຂ່ງຂັນບານເຕະລາຍການ TOYOTA MEKONG CLUB CHAMPIONSHIP 2015

Published on

ການແຂ່ງຂັນແມ່ນຈະມີຂຶ້ນໃນລະຫວ່າງວັນທີ 1 ພະຈິກ ຫາ 20 ທັນວາ 2015, ເຊິ່ງໃນປີນີ້ທາງ ໂຕໂຢຕ້າມໍເຕີ ອາຊີ ປາຊີຟິກ ແມ່ນໄດ້ປັບປຸງຮູບແບບການແຂ່ງຂັນເຊິ່ງໄດ້ຈັດຂຶ້ນຢູ່ໃນທຸກປະເທດທີ່ເຂົ້າຮ່ວມ.
ຮອບທຳອິດຈະມີຂຶ້ນໃນລະຫວ່າງວັນທີ 1 ພະຈິກ ຫາ 29 ພະຈິກ 2015 ເຊິ່ງປະກອບມີ ກໍາປູເຈຍ , ລາວ ແລະ ມຽນມາ , ວັນທີ 1 ພະຈິກ ລາວ ພົບ ກຳປູເຈຍ ແຂ່ງຂັນຢູ່ທີ່ສະຫນາມກິລາເຈົ້າອານຸວົງ ນະຄອນຫລວງວຽງຈັນ ປະເທດລາວ , ວັນທີ 22 ພະຈິກ ມຽນມາ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມກິລາ THUWANNA YOUTH TRAINING CENTER ນະຄອນຫລວງຢາງກຸງ ປະເທດມຽນມາ ແລະ ນັດສຸດທ້າຍ ວັນທີ 29 ພະຈິກ ກຳປູເຈຍ ພົບ ມຽນມາ ຢູ່ທີ່ສະຫນາມ ໂອແລມປິກແຫ່ງຊາດ ນະຄອນຫລວງພະນົມເປັນປະເທດ ກຳປູເຈຍ.
ສ່ວນຮອບຮອງຊະນະເລີດຈະແຂ່ງຂັນຢູ່ທີ່ປະເທດຫວຽດນາມ ເຊິ່ງທີມຈາກຫວຽດນາມແມ່ນຢືນຖ້າໃນຮອບນີ້ຖານະແຊ້ມເກ່ົາໃນປີທີ່ຜ່ານເຊິ່ງຈະພົບກັບທີມທີ່ມີຄະແນນດີທີ່ສຸດໃນຮອບທຳອິດແຂ່ງຂັນໃນວັນທີ 6 ທັນວາ ແຂ່ງຂັນຢູ່ທີ່ສະຫນາມ ຮ່າໂນຍ ຫັງເດ ນະຄອນຫລວງຮ່າໂນຍປະເທດຫວຽດນາມ ສ່ວນຮອບຊີງຊະນະເລີດຈະມີຂຶ້ນໃນວັນທີ 20 ທັນວາ 2015, ທີມຊະນະໃນຮອບຮອງຊະນະເລີດແມ່ນຈະພົບກັບທີມໄທ ເຊິ່ງແຂ່ງຂັນຢູ່ທີ່ສະຫນາມສຸກພັດຊະລາໄສ ນະຄອນຫລວງບາງກອກປະເທດໄທ.

ສຳລັບເງິນລາງວັນໃນການແຂ່ງຂັນຄັ້ງນີ້ແມ່ນອັນດັບ 1 ໄດ້ຮັບເງິນ 75.000 ໂດລາສະຫະລັດ , ອັນດັບ 2 ໄດ້ຮັບເງິນ 50.000 ໂດລາສະຫະລັດ , ອັນດັບ 3 ໄດ້ຮັບເງິນ 10.000 ໂດລາສະຫະລັດ , ອັນດັບ 4 ໄດ້ຮັບເງິນ 10.000 ໂດລາສະຫະລັດ ແລະ ອັນດັບ 5 ໄດ້ຮັບເງິນ 5000 ໂດລາສະຫະລັດ.

ນອກຈາກນັ້ນຍັງມີລາງວັນຜູ້ຫລິ້ນຊົງຄຸ່ນຄ່າໄດ້ຮັບເງິນ 3000 ໂດລາສະຫະລັດ . ນອກຈາກຈະໄດ້ຊົມການແຂ່ງຂັນບານເຕະ ຍັງມີກິດຈະກຳໃຫ້ທຸກທ່ານໄດ້ຫລິ້ນຢ່າງມ່ວນຊື່ນ, ສ່ວນປີ້ເຂົ້າຊົມນັ້ນແມ່ນມີຂາຍຢູ່ໃນຫນ້າງານ ແລະ ສໍາລັບລາຍການດັ່ງກ່າວນີ້ທາງສະຖານີໂທລະພາບ TVLAO HD ຈະທຳການຖ່າຍທອດສົດທຸກນັດທີ່ມີສະໂມສອນຈາກລາວລົງສະຫນາມ

11202651_1623205047897014_3654553396859082863_n

10989214_1623205167897002_1389217793610028443_n

11704881_1623205161230336_5310710727728518503_n

11702768_1623205144563671_7321154500734673404_n

11667389_1623205137897005_9151434771088803660_n

11707591_1623205171230335_3236591638811897316_n

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...