Homeຂ່າວພາຍ​ໃນຮື້ໃໝ່‬!ສະຫະພັນດອກປີກໄກ່ມາເລເຊຍ ປະຕິຮູບໂຄ້ງສ້າງໃໝ່ເພື່ອສ້າງນັກກິລາຮຸ່ນສືບທອດ

ຮື້ໃໝ່‬!ສະຫະພັນດອກປີກໄກ່ມາເລເຊຍ ປະຕິຮູບໂຄ້ງສ້າງໃໝ່ເພື່ອສ້າງນັກກິລາຮຸ່ນສືບທອດ

Published on

ອີງຕາມເວັບໄຊ sportclassic ລາຍງານວ່າ ພາຍຫຼັງສຳເລັດກອງປະຊຸມ ເທັກນິກຄະນະກຳມະການບໍລິຫານຂອງສະຫະພັນດອກປີກ ໄກ່ແຫ່ງຊາດມາເລເຊຍ ເຊິ່ງຈັດ ຂຶ້ນຢູ່ນະຄອນຫຼວງກົວລາລຳເປີຂອງມາເລເຊຍ ເມື່ອວັນທີ 4 ກໍລະກົດ ຜ່ານມາ. ທ່ານ ເຕັງກູ ຕັນສິຣິ ມາຮາລິວ ເຕງກູ ອາຣີຟ ປະທານສະຫະພັນດອກ ປີກໄກ່ແຫ່ງຊາດມາເລເຊຍ ໄດ້ ເປັນປະທານຈັດງານຖະແຫຼງຂ່າວຕໍ່ສື່ມວນຊົນຢ່າງເປັນທາງການ ເຊິ່ງທ່ານໄດ້ສະຫຼຸບຜົນ ສຳເລັດຂອງກອງປະຊຸມດັ່ງນີ້:
‪- ປັບປຸງໂຄງສ້າງເງິນເດືອນ‬ ແລະ ຜົນຕອບແທນໃຫ້ແກ່ນັກ ກິລາ
ກ: ທີ່ປະຊຸມເຫັນດີເປັນເອກະສັນເພີ່ມເງິນເດືອນໃຫ້ແກ່ນັກກິລາຈາກຂັ້ນພື້ນຖານ 2.500 ຣິງກິດ (ສະກຸນເງິນມາເລເຊຍ) ຫຼື ປະມານ 600 ໂດລາສະຫະລັດເຖິງສູງສຸດ 10 ພັນຣິງກິດເປັນອັດຕາໃໝ່ຄື: ຈາກຂັ້ນພື້ນ ຖານ 3.500 ຣິງກິດ ເຖິງສູງ ສຸດ 15 ພັນຣິງກິດ.
ຂ: ເພີ່ມເງິນໂບນັດສຳລັບນັກກິລາໂດຍພິຈາລະນາຈາກຜົນການແຂ່ງຂັນ ແລະ ລາງວັນຈາກການແຂ່ງຂັນກັບຜົນງານ ຈາກອັນດັບໂລກຂອງທຸກຄົນ.
ຄ: ພິຈາລະນາຈັດສັນເງິນສະຫວັດດີການແກ່ອະດີດນັກກິລາທີ່ເລີກຫຼິ້ນໄປແລ້ວເພື່ອຊ່ວຍເຫຼືອການດຳລົງຊີວິດປະຈຳວັນໂດຍເນັ້ນໃຫ້ສະຫວັດດີການທີ່ພັກອາໄສ, ການປິ່ນປົວສຸຂະພາບ ແລະ ສະພາບຊີວິດທີ່ເໝາະສົມ.
‪‎- ຈັດການແຂ່ງຂັນລະດັບໂຮງ‬ ຮຽນ ແລະ ລະດັບປະເທດ
ກຳນົດຈັດການແຂ່ງຂັນລະດັບໂຮງຮຽນ ແລະ ລະດັບແຂວງໃຫ້ເປັນການຊີງຊະນະເລີດປະຈຳປີໂດຍໃຫ້ເລີ່ມຈັດຕັ້ງປະຕິບັດນັບແຕ່ປີ 2016 ເປັນຕົ້ນໄປເພື່ອເພີ່ມປະລິມານ ແລະ ຄຸນະພາບຂອງນັກກິລາຮຸ່ນໃໝ່, ໂດຍສະເພາະລະດັບ ໂຮງຮຽນນັ້ນຈາກການສຳຫຼວດທົ່ວປະເທດພົບວ່າມີສະໂມສອນດອກປີກໄກ່ທັງພາກລັດ ແລະ ເອກະຊົນເຖິງ 4 ພັນ ກວ່າແຫ່ງ.
ດັ່ງນັ້ນ, ຈຶ່ງຕັ້ງເປົ້າໝາຍວ່າທຸກໆສະໂມສອນຕ້ອງສ້າງນັກກິລາຮຸ່ນໃໝ່ໃຫ້ໄດ້ຢ່າງໜ້ອຍແຫ່ງລະ 10 ຄົນ, ໝາຍຄວາມ ວ່າ ນປີ 2016 ຈະຕ້ອງມີນັກກິລາດອກປີກໄກ່ໜ້າໃໝ່ຮຸ່ນທຳອິດຢ່າງໜ້ອຍ 40 ພັນ ຄົນເພື່ອກ້າວໄປສູ່ເປົ້າໝາຍສຸດທ້າຍ ຄື: ສ້າງນັກກິລາດອກປີກໄກ່ຮຸ່ນໃໝ່ໃນການແຂ່ງຂັນລະດັບຊາດຕັ້ງແຕ່ 2 ແສນຄົນຂຶ້ນໄປເພາະປັດຈຸບັນມາເລເຊຍ ມີນັກກິລ ດອກປີກໄກ່ໃນການແຂ່ງຂັນລະດັບຊາດພຽງ 4.800 ຄົນເທົ່ານັ້ນ.

11737944_1647355252144315_3571587032108473808_n

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...