spot_img
Homeຂ່າວຕ່າງປະເທດເລຂາທິການໃຫຍ່ຫວຽດນາມ ຢ້ຽມຢາມທາງລັດຖະກິດທີ່ສະຫະລັດ

ເລຂາທິການໃຫຍ່ຫວຽດນາມ ຢ້ຽມຢາມທາງລັດຖະກິດທີ່ສະຫະລັດ

Published on

001
ວັນທີ 7 ກໍລະກົດ ທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່ ພັກຄອມມູນິດ ຫວຽດນາມ ຕ້ອນຮັບຜູ້ຕາງ ໜ້າດ້ານການຄ້າຂອງ ອາເມລິກາ Micheal Froman ມາຢ້ຽສຂ່ຳນັບ. ກ່ອນນັ້ນ ທ່ານ ຫງວຽນຟູຈ້ອງ ກໍ່ໄດ້ເຂົ້າຮ່ວມພິທີມອບຮັບກະແຈ ເຮືອບິນລຸ່ນໃໝ່ ໂບອິງ 787-9 Dreamliner ຢູ່ສະໜາມບິນ Ronald Reagan ວໍຊິງຕັນ

ໃນການຕ້ອນຮັບ, ທ່ານ ຫງວຽນຟູຈ້ອງ ກ່ວາຄຳຊົມເຊີຍຕໍ່ທ່ານ Micheal Froman ກ່ຽວກັບ ການທີ່ ລັດ ຖະບານ ອາເມລິກາ ໄດ້ທາງສະພາແຫ່ງຊາດ ອາເມລິກາ ມອຍສິດເຈລະຈາໄວ (TPA), ຖືວ່ານີ້ແມ່ນ ສັນຍານຕັ້ງໜ້າຕໍ່ກັບຂະບວນການເຈລະຈາສົນທິສັນຍາ ຄູ່ຮ່ວມທະລະປາຊີຟິກ (TPP) ແລະ ຫວັງວ່າ ຈະປະກອບສ່ວນຊຸກຍູ້ໃຫ້ສິ້ນສຸດການເຈລະຈາ TPP ໃນໄວໆນີ້.
ທ່ານ Micheal Froman ສະແດງຄວາມດີໃຈທີ່ໄດ້ພົບກັບ ທ່ານ ຫງວຽນຟູຈ້ອງ ໃນການຢ້ຽມຢາມຄັ້ງ ປະຫວັດສາດນີ້ ແລະ ເຊື່ອໝັ້ນວ່າ ສາຍພົວພັນຫວຽດນາມ – ອາເມລິກາ ເວົ້າລວມ, ເວົ້າສະເພາະ ແມ່ນສາຍພົວພັນເສດຖະກິດ, ການຄ້າສອງຝ່າຍຈະມີບາດກ້າວພັດທະນາໃໝ່ນັບມື້ນັບຕັ້ງໜ້າຫລັງ ຈາກການຢ້ຽມຢາມຄັ້ງນີ້.
ທ່ານ Micheal Froman ຕີລາຄາສູງຕໍ່ໝາກຜົນກ່ຽວກັບການຮ່ວມມືເສດຖະກິດ-ການຄ້າ ທີ່ສອງ ປະເທດບັນລຸໄດ້ພາຍຫລັງການຫັນປ່ຽນເປັນສາຍພົວພັນປົກກະຕິເປັນເວລາ 20 ປີ ແລະ ເວົ້າວ່າ ສາຍພົວພັນເສດຖະກິດ, ການຄ້າ ຫວຽດນາມ – ອາເມລິກາ ຍັງຈະພັດທະນາຫລາຍໃນຂ້າງໜ້າ.
ທ່ານ ຫງວຽນຟູຈ້ອງ ເນັ້ນໜັກວ່າ ການເຊື່ອມໂຍງເສດຖະກິດແມ່ນແຜນນະໂຍບາຍສະເໝີຕົ້ນສະ ເໝີປາຍຂອງ ຫວຽດນາມ. ໃນໄລຍະຜ່ານມາ ຫວຽດນາມພວມຕັ້ງໜ້າເຊື່ອມໂຍງເຂົ້າພື້ນຖານ ເສດຖະກິດຂອງພາກພື້ນ. ການເຂົ້າຮ່ວມເຈລະຈາສົນທິສັນຍາ TPP ສະແດງໃຫ້ເຫັນແຜນນະໂຍບາຍ ສະເໝີຕົ້ນສະເໝີປາຍຂອງຫວຽດນາມ. ທ່ານ ກໍ່ເວົ້າວ່າ ຫວຽດນາມມີລະດັບການພັດທະນາຕ່ຳສຸດໃນ TPP ສະນັ້ນກໍ່ຈະປະສົບກັບຄວາມທ້າທາຍຫລາຍ; ສະເໜີໃຫ້ອາເມລິກາຊ່ວຍສະໜັບສະໜູນ, ໂດຍ ຕ້ອງຕຶກຕອງເຖິງລະດັບການພັດທະນາເສດຖະກິດຂອງຫວຽດນາມ ແລະ ມີການເຄື່ອນໄຫວທີ່ຈຳເປັນ ເໝາະສົມກັບຫວຽດນາມໃນການເຈລະຈາ TTP.
ທ່ານ ຫງວຽນຟູຈ້ອງ ກໍ່ສະແດງຄວາມຫວັງຢາກໃຫ້ອາເມລິເປີດກວ້າງຕະຫລາດໃຫ້ສິນຂາຂ້ອງຫວຽດ ນາມ ແລະ ຮັບຮອງຫວຽດນາມເປັນພື້ນຖານເສດຖະກິດການຕະຫລາດໃນໄວໆນີ້, ໂດຍສະເພາະ ເມື່ອ ຫວຽດນາມພວມເຂົ້າຮ່ວມສົນທິສັນຍາມີມາດຕະຖານສູງ ແລະ ຮອບດ້ານຄື TPP.
ໃນຕອນແລງມື້ດຽວກັນ, ທ່ານ ຫງວຽນຟູຈ້ອງ ກໍ່ໄດ້ເຂົ້າຮ່ວມພິທີມອບກະແຈເຮືອບິນລຸ່ນໃໝ່ ໂບອິງ 787-9 Dreamliner ລະຫວ່າງ ກຸ່ມບໍລິສັດ ໂບອິງ ກັບ ສາຍການບິນຫວຽດນາມ ຢູ່ສະໜາມບິນ Ronald Reagan (ວໍຊິງຕັນ) ໂດຍມີຜູ້ເຂົ້າຮ່ວມ 200 ກວ່າຄົນທີ່ເປັນຜູ້ຕາງໜ້າຂອງບັນດາກະຊວງ, ຂະແໜງການ, ເອກອັກຄະລັດຖະທູດຂອງສອງປະເທດ ແລະ ອົງການຈັດຕັ້ງຂ່າສານ, ໜັງສືພິມໃຫຍ່ ຂອງສອງປະເທດຫວຽດນາມ ແລະ ສາກົນ.
ນີ້ແມ່ນເຫດການມີຄວາມໝາຍສຳຄັນໃນແຜນເປີດກວ້າງ ແລະ ປ່ຽນແປງໃໝ່ເຮືອບິນ, ເຮັດໃຫ້ສາຍ ການບິນ ຫວຽດນາມກາຍເປັນສາຍການບິນທຳອິດຢູ່ ອາຊີ – ປາຊີຟິກ, ພ້ອມດຽວກັນນັ້ນກໍ່ຮັບ ແລະ ຂຸດຄົ້ນປະເພດເຮືອບິນທັນສະໄໝລຸ່ນໃໝ່ແມ່ນ ໂບອິງ 787-9 Dreamliner ກັບ Airbus A350 -900XWB.
ໃນເຫດການດຽວກັນນີ້ ສາຍການບິນຫວຽດນາມ ກັບ ໂບອິງ ກໍ່ໄດ້ຈັດພິທີລົງນາມບົດບັນທຶກຮ່ວມມື ກ່ຽວກັບແຜນການປ່ຽນແປງໃໝ່ ແລະ ເປີດກວ້າງທິມເຮືອບິນທັນສະໄໝລຸ່ນໃໝ່. ເນື່ອງຈາກນັ້ນ ໂບອິງ ກໍ່ໄດ້ຈ່າວຂາຍເຮືອບິນ 787-10 Dreamliner ກັບ ໂບອິງ 777 -8X ຈຳນວນ 8 ລຳ. ສາຍການບິນ ຫວຽດນາມໄດ້ຮັບໃບແຈ້ງລາຄານີ້ ເພື່ອພິຈາລະນາແຜນການພັດທະນາໃນອະນາຄົດແລ້ວ.
ໃນພິທີຜູ້ຕາງໜ້າກະຊວງອຸດສາຫະກຳການຄ້າ ຫວຽດນາມ, ກະຊວງຄົມມະນາຄົມ ແລະ ການຄ້າ ອາເມລິກາ ລ້ວນແຕ່ເນັ້ນໜັກວ່າ ການເພີ່ມທະວີຮ່ວມມືລະຫວ່າງສອງສາຍການບິນໃຫຍ່ຂອງສອງປະ ເທດ ຈະປະກອບສ່ວນຊຸກຍູ້ການແລກປ່ຽນ, ຮ່ວມມືເສດຖະກິດການຄ້າ, ການລົງທຶນ, ການທ່ອງທ່ຽວ ລະຫວ່າງສອງປະເທດໃຫນັ້ບມື້ນັບພັດທະນາ.

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...