spot_img
Homeຂ່າວຕ່າງປະເທດໄມໂຄຣຊອບ ປະກາດປົດພະນັກງານອອກ 7,800 ຄົນ ຫລັງວິນໂດໂຟນ ຍາດສ່ວນແບ່ງຕະຫລາດໂລກ ໄດ້ພຽງ 3.2%!

ໄມໂຄຣຊອບ ປະກາດປົດພະນັກງານອອກ 7,800 ຄົນ ຫລັງວິນໂດໂຟນ ຍາດສ່ວນແບ່ງຕະຫລາດໂລກ ໄດ້ພຽງ 3.2%!

Published on

A shadow of a man using his mobile phone is cast near Microsoft logo at the 2014 Computex exhibition in Taipei in this file photo

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 9 ກໍລະກົດນີ້ວ່າ ບໍລິສັດໄມໂຄຣຊອບ ໄດ້ປະກາດແຜນປົດພະນັກງານອອກ 7,800 ຄົນ ໃນມື້ວານນີ້ (8 ກໍລະກົດ) ເພື່ອປັບໂຄງສ້າງອົງກອນ ຫລັງປະສົບບັນຫາດ້ານການແຂ່ງຂັນໃນຕະຫລາດມືຖື ໂດຍຕຳແໜ່ງທີ່ຈະຖືກປົດອອກນີ້ ສ່ວນໃຫຍ່ແມ່ນຢູ່ໃນພະແນກໂທລະສັບ ແລະ ບໍລິສັດຈະຫລຸດມູນຄ່າທາງບັນຊີຂອງທຸລະກິດ ເຊິ່ງຊື້ມາຈາກໂນເກຍລົງ ປະມານ 7,600 ລ້ານໂດລາ.

ທັງນີ້ ບໍລິສັດໄມໂຄຣຊອບ ໄດ້ຫລົ້ມເຫລວໃນຄວາມພະຍາຍາມທີ່ຈະຊຸກດັນໃຫ້ວິນໂດໂຟນ ທີ່ພັດທະນາຂຶ້ນໃຊ້ໃນໂທລະສັບໂນເກຍ ເພື່ອແຂ່ງຂັນໃນຕະຫລາດສະມາດໂຟນ ແຕ່ວ່າໃນຕົວຈິງແລ້ວແມ່ນຍາດສ່ວນແບ່ງໄດ້ພຽງ 3.2% ເທົ່ານັ້ນ ສຳລັບປີນີ້.

 

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...