spot_img
Homeຂ່າວການພັດທະນາລັດຈັດງານ Lao Day ທີ່ເມືອງມິລານປະເທດອີຕາລີ ມີຜູ້ສົນໃຈເຂົ້່າຮ່ວມຫລວງຫລາຍ!

ລັດຈັດງານ Lao Day ທີ່ເມືອງມິລານປະເທດອີຕາລີ ມີຜູ້ສົນໃຈເຂົ້່າຮ່ວມຫລວງຫລາຍ!

Published on

lao+show+in+milan

ທ່ານຮັກສາການຫົວໜ້າກົມສົ່ງເສີມ ແລະ ພັດທະນາສີນຄ້າ, ກະຊວງອຸດສະຫະກຳ ແລະ ການຄ້າ ພັນ ວິໄລສົມ ໄດ້ຖະແຫລ່ງຕໍ່ ສື່ມວນຊົນໃນວັນທີ 8 ກໍລະກົດນີ້, ຢູ່ກະຊວງດັ່ງກ່າວກ່ຽວກັບຄວາມ ຄືບໜ້າຂອງການເຂົ້າຮ່ວມງານວາງສະແດງສີນຄ້າໂລກ 2015 ທີ່ ເມືອງມິລານ, ປະເທດອີຕາລີ (Milano Expo 2015), ຊຶ່ງໄດ້ ຈັດຂຶ້ນ ລະຫວ່າງວັນທີ 1 ພຶດສະພາໄປຈົນຮອດວັນທີ 31 ຕຸລາ 2015 ນີ້ ແລະ ການເປີດກິດຈະກຳ ງານວັນລາວໃນງານວາງສະແດງດັ່ງກ່າວເມື່ອວັນທີ 20 ມິຖຸນາ 2015 ຜ່ານມາ, ຊຶ່ງມີຫົວຂໍ້ວ່າ: “ອາຫານເພື່ອຫລໍ່ລ້ຽງໂລກ, ພະ ລັງງານເພື່ອຫລໍ່ລ້ຽງຊີວິດ” ໂດຍ ມີຜູ້ນຳສີນ ຄ້າເຂົ້າ
ຮ່ວມວາງສະ ແດງຫລາຍກວ່າ 150 ຫ້ອງຈາກ 145 ປະເທດທົ່ວໂລກ ແລະ ສຳລັບ ສປປ ລາວ ເຮົາແມ່ນ ຖືກຈັດຢູ່ໃນ ກຸ່ມຜະລິດຕະພັນຈາກເຂົ້າ, ເພາະວ່າປະເທດລາວມີທ່າແຮງໃນການຜະລິດເຂົ້າ ແລະ ມີຄວາມຫລາກ ຫລາຍທາງດ້ານແນວພັນເຂົ້າ ຫລາຍກວ່າ 14 ພັນຊະນິດ ແລະ ເປັນຊາດດຽວທີ່ປະຊາຊົນບໍລິໂພກເຂົ້າໜຽວ ກວມອັດຕາສ່ວນຫລາຍ.

ທ່ານຮັກສາການຫົວໜ້າກົມດັ່ງກ່າວ ເວົ້າວ່າ: ງານວາງສະ ແດງຄັ້ງນີ້, ແມ່ນເວທີປຶກສາຫາລື ແລກປ່ຽນບົດຮຽນໃນລະ ດັບຕ່າງໆນັບທັງພາກລັດ, ເອກະຊົນ, ຜູ້ປະ ກອບການ ແລະ ຜູ້ຜະລິດເພື່ອ ແນ ໃສ່ສົ່ງເສີມ ແລະ ພັດທະນາຜະລິດ ຕະພັນສີນຄ້າ, ການຄ້ຳປະກັນສະ ບຽງອາຫານ ແລະ ແຫລ່ງວັດ ຖຸ ດິບ, ຄວາມຍືນຍົງດ້ານຄວາມ ປອດໄພຂອງອາຫານໂດຍຜ່ານ ກຳມະວິທີ, ລະບົບເຕັກໂນໂລຊີ ແລະ ບໍລິການສີນຄ້າຂອງແຕ່ລະ ພາກພື້ນ, ຊຶ່ງຄາດວ່າຈະມີຜູ້ເຂົ້າ ຮ່ວມຊົມງານຄັ້ງນີ້ຈາກທົ່ວໂລກ ຫລາຍ ກວ່າ 20 ລ້ານຄົນ ແລະ ນັບ ວ່າເປັນໂອກາດດີສຳລັບປະເທດ ລາວພວກເຮົາເພື່ອໂຄສະນາເຜີຍ ແຜ່ເອກະລັກ, ວັດທະນະທຳ, ຮີດ ຄອງປະເພນີອັນດີງາມຂອງຊາດ,ຄວາມອຸດົມສົມບູນທາງດ້ານຊັບ ພະຍາກອນທຳມະຊາດ ແລະ ຄວາມຫລາກຫລາຍຂອງຜະລິດ ຕະພັນກະສິກຳຂອງລາວໃຫ້ຄົນ ທົ່ວ ໂລກໄດ້ຮັບຮູ້ຜ່ານຫ້ອງວາງສະແດງຂອງລາວທີ່ມີການຕົບແຕ່ງ ຢ່າງສວຍງາມໄປດ້ວຍສາລາພາ ເຂົ້າລາວ, ເຄື່ອງຫັດຖະກຳ, ຜ້າແພ ໄໝລາວ, ອາຫານພື້ນເມືອງລາວ ແລະ ອື່ນໆ, ເຊິ່ງເຫັນວ່າໄດ້ຮັບ ຄວາມສົນໃຈ ແລະ ສ້າງຄວາມປະ ທັບໃຈຫລາຍໃຫ້ແກ່ຜູ້ທີ່ເຂົ້າຮ່ວມ ງານໄດ້ເປັນຢ່າງດີ, ໂດຍສະເພາະ ແມ່ນກິດຈະກຳງານວັນລາວ (Lao Day) ທີ່ໄດ້ຈັດຂຶ້ນເມື່ອວັນ ທີ 20 ມິຖຸນາຜ່ານມານີ້, ເຊິ່ງມີຄະ ນະຜູ້ແທນຂັ້ນສູງ ແລະ ບັນດາທູດ ຕານຸທູດຂອງປະເທດຕ່າງໆປະຈຳປະ ເທດອິຕາລີ ແລະ ມວນຊົນ ເຂົ້າ ຮ່ວມຢ່າງຫລວງຫລາຍ, ໂດຍ ພາຍໃນງານໄດ້ຈັດໃຫ້ມີການສະ ແດງສີລະປະວັນນະຄະດີຈາກ ກອງສີລະປະສູນກາງ ແລະ ຊີມອາຫານ ພື້ນເມືອງທີ່ເປັນເອກະລັກຂອງ ລາວເຊັ່ນ: ເຂົ້າໜຽວ, ເຂົ້າປີ້ງ, ຕຳ ໝາກຮຸ່ງ, ໃສ້ອົ່ວ, ກາເຟ, ເບຍ ລາວ ແລະ ອື່ນໆ, ນັບວ່າເຕັມໄປ ດ້ວຍບັນຍາກາດແຫ່ງຄວາມເບີກ ບານມ່ວນຊື່ນ ແລະ ຄວາມສົນໃຈ ໃຫ້ແກ່ບັນດາຄະນະຜູ້ແທນ, ສື່ ມວນຊົນຕ່າງປະເທດ ແລະ ຜູ້ເຂົ້າ ຮ່ວມຊົມງານເປັນຢ່າງດີ ແລະ ຈາກການເຂົ້າຮ່ວມງານຄັ້ງນີ້ຈະ ເຮັດໃຫ້ຄົນທົ່ວໂລກສາມາດຮັບຮູ້ ແລະ ເຂົ້າໃຈກ່ຽວກັບປະຫວັດ ສາດຂອງຊາດລາວ, ຮີດຄອງປະ ເພນີວັດທະນະທຳ, ວິຖີຊີວິດຂອງ ປະຊາ ຊົນລາວ ແລະ ບັນດາແຫລ່ງ ທ່ອງທ່ຽວຢູ່ລາວຫລາຍຂຶ້ນ, ຈະ ເປັນສິ່ງດຶງດູດນັກລົງທຶນ ແລະ ນັກ ທ່ອງທ່ຽວຈາກທົ່ວທຸກມຸມໂລກເຂົ້າມາທ່ອງທ່ຽວປະເທດລາວຫລາຍ ເພີ່ມຂຶ້ນໃນອະນາຄົດອັນໃກ້ນີ້.

ທ່ານຮັກສາການຫົວໜ້າກົມດັ່ງກ່າວໃຫ້ຮູ້ຕື່ມວ່າ: ງານວາງສະ ແດງສີນຄ້າໂລກ, ແມ່ນຈະ ຈັດຂຶ້ນ ໃນທຸກໆ 5 ປີ, ສະ ເພາະປະເທດ ລາວແມ່ນເຄີຍໄດ້ເຂົ້າຮ່ວມເປັນຄັ້ງທີ 4, ເຊິ່ງຄັ້ງທຳອິດໃນປີ 2000 ຈັດຂຶ້ນທີ່ປະເທດຍີາປຸ່ນ, ຄັ້ງທີ ສອງປີ 2005 ຢູ່ປະເທດເຢຍລະ ມັນ, ຄັ້ງທີສາມປີ 2010 ຢູ່ ສປ.ຈີນ ແລະ ຄັ້ງທີສີ່ 2015 ຢູ່ປະເທດອີ ຕາລີ ແລະ ຄັ້ງຕໍ່ໄປແມ່ນຈະຈັດຂຶ້ນ ຢູ່ປະເທດອາລັບຊາອຸດິອາລາເບຍ ໃນປີ 2020.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...