Homeຂ່າວຕ່າງປະເທດຍົນຕຳກັນ! ເຮືອບິນຂະໜາດນ້ອຍ ຕຳກັບເອັບ-16 ກາງອາກາດຢູ່ສະຫະລັດ ດັບ 2 ຄົນ!

ຍົນຕຳກັນ! ເຮືອບິນຂະໜາດນ້ອຍ ຕຳກັບເອັບ-16 ກາງອາກາດຢູ່ສະຫະລັດ ດັບ 2 ຄົນ!

Published on

NjpUs24nCQKx5e1D7IMOrjMpsEfv9PkeAHVkfGkmUpb

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 8 ກໍລະກົດນີ້ວ່າ ມື້ວານນີ້ເວລາ 11:00 ໂມງ ຕາມເວລາທ້ອງຖິ່ນ ໄດ້ເກີດເຫດເຮືອບິນຕຳກັນກາງອາກາດ ຢູ່ລັດເຊົ້າແຄໂຣໄລນາ ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ ໂດຍທີ່ຍັງບໍ່ທັນຮູ້ສາເຫດຂອງອຸບັດເຫດດັ່ງກ່າວ ໂດຍເຮືອບິນທີ່ຕຳກັນ ແມ່ນເຮືອບິນຂະໜາດນ້ອຍ ເຊສນາ ຊີ 150 ຂະໜາດ 2 ບ່ອນນັ່ງ ໄດ້ຕຳກັບເຮືອບິນໄອພົ່ນ ເອັບ-16 ຂອງກອງທັບອາກາດສະຫະລັດອາເມຣິກາ ໂດຍນັກບິນເຮືອບິນໄອພົ່ນ ສາມາດດີດໂຕອອກມາໄດ້ທັນ ແລະ ລົງສູ່ພື້ນດິນໄດ້ໂດຍມີອາການບາດເຈັບ ສ່ວນຄູ່ກໍລະນີແມ່ນເສຍຊີວິດທັງສອງລາຍ.

 

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...