Homeຂ່າວພາຍ​ໃນ‪ຊິລີ‬ດັບຝັນອາເຈນຕິນາ 4-1 ຄວ້າແຊ້ມ ໂຄປາ ອາເມລິກາ ສະໄໝທຳອິດ

‪ຊິລີ‬ດັບຝັນອາເຈນຕິນາ 4-1 ຄວ້າແຊ້ມ ໂຄປາ ອາເມລິກາ ສະໄໝທຳອິດ

Published on

ການແຂ່ງຂັນບານເຕະ ຊິງແຊ້ມແຫ່ງທະວີບອາເມລິກາ ຫຼື ໂຄປາ ອາເມລິກາ 2015 ທີ່ປະເທດຊິລີ ເປັນເຈົ້າພາບ ເມື່ອວັນທີ 5 ກໍລະກົດ ຜ່ານມາ ຮອບຊິງຊະນະເລີດ ທີ່ສະໜາມ ເອັສຕາດິໂອ ນາຊິອອງນາລ ລະຫວ່າງ ທີມຊາດຊິລີ ພົບກັບ ທີມຊາດອາເຈນຕິນາ ອະດີດ ແຊ້ມ 14 ສະໄໝ ເຊິ່ງໃນຮອບ 4 ທີມສຸດທ້າຍ ຊິລີ ເອົາຊະນະ ເປຣູ ຫວຸດຫວິດ 2-1 ຂະນະທີ່ ອາເຈນຕິນາ ຖະຫຼົ່ມ ປາຣາໄກວ 6-1 ປະຕູ ແລະ ເປັນຄັ້ງ ທຳອິດ ທີ່ທັງ 2 ທີມພົບກັນໃນຮອບຊີງຊະນະເລີດ.
ເກມນີ້, ທ່ານ ຮໍເກ ຊຳເປົາລີ ຄູເຝິກທີມຊາດຊິລີ ສົ່ງຜູ້ຫຼິ້ນຊຸດ ຕົວຈິງລົງສະໜາມ ນຳໂດຍ ອາ ຕູໂຣ ວິດັລ ກອງກາງຈາກຢູ ເວັນຕຸສ, ອະເລັກຊິສ ຊານເຊຊ ກອງໜ້າຈາກອາເຊນອລ ແລະ ເອຄູອາໂດ ວາກັສ ຂະນະທີ່ ທ່ານ ເຄຣາໂດ ມາຕິໂນ ຄູເຝິກ ທີມຊາດອາເຈນຕິນາ ຫວັງພາ ທີມຄວ້າແຊ້ມສະໄໝທີ 15 ສົ່ງ ລິໂອເນລ ເມສຊີ ນັກເຕະໝາຍ ເລກ 1 ຂອງໂລກ ຈາກສະໂມ ສອນບາເຊໂລນານຳທັບ ໂດຍມີ ນັກເຕະຊູເປີສະຕາຫຼາຍຄົນ ບໍ່ວ່າຈະເປັນ ອັງເຄລ ດິມາເຣຍ, ເຊຄິໂອ ອະເກວໂຣ, ມາກອສ ໂຣໂຮ ລົງສະໜາມຢ່າງພ້ອມ ພຽງ.
ຜ່ານການແຂ່ງຂັນປາກົດວ່າ ໃນເວລາປົກກະຕິ ແລະ ໄລຍະ ຕໍ່ເວລາພິເສດ ທັງ 2 ທີມຍັງສະ ເໝີຢູ່ 0-0 ປະຕູ ຕ້ອງໄປຕັດ ສິນຫາຜູ້ຊະນະດ້ວຍການຍິງຈຸດໂທດ ປາກົດວ່າ ຊິລີ ຍິງໄດ້ ແມ້ນກວ່າ ເອົາຊະນະ ອາເຈນ ຕິນາ ທີ່ຢູ່ພາຍໃຕ້ຄວາມກົດ ດັນສຽງເຊຍຂອງແຟນບານເຈົ້າພາບ ໄປເຖິງ 4-1 ປະຕູ ຄວ້າ ແຊ້ມ ໂຄປາ ອາເມລິກາ ສະໄໝທຳອິດ ໄປຄອງຢ່າງຍິ່ງໃຫຍ່, ໃນຂະນະທີ່ ຄູ່ຊີງອັນດັບ 3 ເປຣູ ເອົາຊະນະ ປາຣາໄກວ 2-0.
ສຳລັບ ລາງວັນເກີບຄຳ ຫຼື ດາວຊັລໂວຕົກເປັນຂອງເອຄູ ອາໂດ ວາກັສ ທີມຊາດຊິລີ ກັບ ເປົາໂລ ເກເຣໂຣ ທີມຊາດເປຣູ ທີ່ຍິງໄດ້ 4 ປະຕູເທົ່າກັນ, ລາງ ວັນນັກເຕະດາວຮຸ່ງດີເດັ່ນ ໄດ້ ແກ່ ເຈສັນ ມູຣິນໂລ ທີມຊາດ ໂຄລອມເບຍ, ລາງວັນຜູ້ຮັກສາ ປະຕູດີເດັ່ນ ຕົກເປັນຂອງ ເຄລາ ດີໂອ ບາໂວ ທີມຊາດຊິລີ ແລະ ລາງວັນທີມມາລະຍາດດີເດັ່ນ ໄດ້ແກ່ທີມຊາດເປຣູ.
ສຳລັບການແຂ່ງຂັນຄັ້ງຕໍ່ໄປ ຈະຈັດຂຶ້ນ ລະຫວ່າງວັນທີ 3 -26 ມິຖຸນາ 2016 ທີ່ສະຫະ ລັດອາເມລິກາ.

10984125_1646298695583304_1833631708867310841_n

11028010_1646298635583310_9210924408528935807_n

11539622_1646298555583318_5885357756059579861_n

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...