spot_img
Homeຂ່າວພາຍ​ໃນອາເມລິກາ‬ ຄວ້າແຊ້ມບານເຕະຍິງ ຊີງແຊ້ມໂລກ ສະໄໝທີ 3

ອາເມລິກາ‬ ຄວ້າແຊ້ມບານເຕະຍິງ ຊີງແຊ້ມໂລກ ສະໄໝທີ 3

Published on

ທັບນັກເຕະສາວສະຫະລັດອາເມລິກາ ກັບມາທວງ ຄວາມຍິ່ງໃຫຍ່ໃນວົງການບານເຕະໂລກອີກຄັ້ງ ຫຼັງຈາກ ໄລ່ຖະຫຼົ່ມ ສາວຍີ່ປຸ່ນ ໄປແບບຂາດຮອຍ 5-2 ປະຕູ ພ້ອມຄວ້າແຊ້ມສະໄໝທີ 3 ໄປຄອງໄດ້ສຳເລັດ ພາຍຫຼັງບໍ່ສາມາດຄວ້າແຊ້ມມາດົນກວ່າ 16 ປີ.
ການແຂ່ງຂັນເຕະບານຍິງຊີງແຊ້ມໂລກ 2015 ທີ່ປະເທດ ການາດາ ເປັນເຈົ້າພາບ ເມື່ອວັນທີ 5 ກໍລະກົດ ຜ່ານມາ ໃນຮອບ ຊິງຊະນະເລີດ ເຊິ່ງເປັນການກັບມາພົບກັນອີກຄັ້ງ ລະຫວ່າງ ທີມຊາດຍີ່ປຸ່ນ ແຊ້ມເກົ່າ ກັບ ສະຫະລັດອາເມລິກາ ຮອງແຊ້ມ ປີ 2011 ເຊິ່ງເມື່ອ 4 ປີກ່ອນ ຍີ່ປຸ່ນ ເອົາຊະນະ ສະຫະລັດອາເມລິກາ ດ້ວຍການຍິງຈຸດໂທດ 3-1 ຫຼັງສະເໝີກັນ 2-2 ໃນ 120 ນາທີ ຂອງໄລຍະເວລາປົກກະຕິ ແລະ ຕໍ່ເວລາພິເສດ.
ເກມນີ້, ທີມຊາດສະຫະລັດອາເມລິກາ ຖືກຍົກໃຫ້ເໜືອກວ່າ ທີມຊາດຍີ່ປຸ່ນ ທາງດ້ານຮູບຮ່າງ ແລະ ຟອມການຫຼິ້ນທີ່ຕໍ່ເນື່ອງ ຂອງນັກເຕະ ເຊິ່ງໃນຮອບ 4 ທີມ ຜ່ານມາ ພວກເຂົາເອົາຊະນະ ເຢຍລະມັນ 2-0 ຂະນະທີ່ ຍີ່ປຸ່ນ ຜ່ານເຂົ້າຮອບຊີງຊະນະເລີດ ຫວຸດຫວິດ ດ້ວຍການບຽດເອົາຊະນະ ອັງກິດ 2-1 ໃນໄລຍະຕໍ່ ເວລາພິເສດແບບໂຊກຊ່ວຍ ທີ່ເກີດຈາກຄວາມຜິິດພາດຂອງນັກ ເຕະອັງກິດ ທີ່ຍິງເຂົ້າປະຕູຕົວເອງ.
ເລີ່ມເກມການແຂ່ງຂັນໃນເຄິ່ງເວລາທຳອິດ ໄດ້ພຽງ 3 ນາທີ ສະຫະລັດອາເມຣິກາ ໄດ້ປະຕູຂຶ້ນນໍາຢ່າງໄວວາ ຈາກຈັງຫວະເຕະ ແຈ ເມແກນ ຣຳປິໂນ ເປີດບານເຂົ້າໄປໜ້າປະຕູ ແລະ ກໍ່ເປັນ ຄາລີ ລອຍ ນັກເຕະກອງໜ້າຕົວເກັ່ງ ທີ່ແລ່ນເຂົ້າໄປຍິງດ້ວຍຊ້າຍເຂົ້າປະ ຕູໄປໃຫ້ສະຫະລັດອາເມລິກາ ຂຶ້ນນຳ ຍີ່ປຸ່ນ ໄປກ່ອນ 1-0 ປະຕູ. ຫຼັງຈາກນັ້ນ ອີກ 2 ນາທີ ສະຫະລັດອາເມຣິກາ ໄດ້ປະຕູຂຶ້ນນຳເປັນ 2-0 ຈາກລູກຟຣີຄິກຂອງ ຈູລີ ຈອນສະຕັນ ທີ່ເປີດເຂົ້າໄປໜ້າປະຕູ ບານໄປຕຳເອົານັກເຕະກອງຫຼັງຍີ່ປຸ່ນ ປ່ຽນທິດມາເຂົ້າທາງ ຄາລີ ລອຍ ຄົນເກົ່າ ຍິງເຂົ້າປະຕູໄປບໍ່ເຫຼືອ. ຈາກນັ້ນ ນາທີ 14 ສະຖາ ນະການຂອງຍີ່ປຸ່ນ ຍິ່ງຮ້າຍແຮງຂຶ້ນກວ່າເກົ່າ ເມື່ອ ອາຊຶສະ ອິວາຊິມິ ຊຶ ຂຶ້ນໂໝ່ງສະກັດບານບໍ່ດີ ມາເຂົ້າທາງ ລໍເຣນ ຮໍລິເດ ວອລເລ້ ໄລຍະ 12 ແມັດ ເຂົ້າປະຕູໄປໃຫ້ສະຫະລັດອາເມລິກາ ໜີຫ່າງ ເປັນ 3-0 ປະຕູ ຍັງບໍ່ພໍເທົ່ານັ້ນ ອີກ 2 ນາທີຖັດມາ ສະຫະລັດອາ ເມລິກາ ໄດ້ປະຕູໜີຫ່າງໄປເປັນ 4-0 ຈາກຈັງຫວະຍິງໄກຈາກເຄິ່ງ ສະໜາມຂອງ ຄາລີ ລອຍ, ອາຢູມິ ໄຄໂຮຣິ ຜູ້ຮັກສາປະຕູຍີ່ປຸ່ນ ພະຍາຍາມໂດດປັດ ແຕ່ເອົາບໍ່ຢູ່ ບານພຸ່ງໄປກອງຢູ່ກົ້ນຕາໜ່າງປະຕູ.
ແນວໃດກໍ່ຕາມ ນາທີ 27 ຍີ່ປຸ່ນ ໄດ້ປະຕູຕີໄຂ່ແຕກ ໄລ່ມາ ເປັນ 1-4 ຈາກຈັງຫວະ ນາໂຮມິ ຄາວາຊຶມິ ລາກບານຂຶ້ນໄປ ທາງແຄມເສັ້ນເບື້ອງຂວາກ່ອນຈະເປີດໃຫ້ ຢູກິ ໂອກິມິ ຈັບບານລົງ ພື້ນແລ້ວຍິງເນັ້ນໆໃນເຂດໜ້າປະຕູ ເວລາທີ່ເຫຼືອ ທັງ 2 ທີມບໍ່ມີ ປະຕູເພີ່ມ ເຮັດໃຫ້ຈົບເຄິ່ງເວລາທຳອິດ ສະຫະລັດອາເມລິກາ ຂຶ້ນ ນຳ ຍີ່ປຸ່ນ 4-1 ປະຕູ.
ກັບມາແຂ່ງຂັນຕໍ່ໃນເຄິ່ງຫຼັງ ຍີ່ປຸ່ນ ແກ້ເກມມາດີ ດ້ວຍການ ໄດ້ຄອງບານຫຼາຍກວ່າ ແລະ ໄດ້ປະຕູ ໄລ່ມາເປັນ 2-4 ອາຍະ ມິຍາມະ ເປີດຟຣີຄິກເຂົ້າໄປໃນເຂດໂທດ ຈູລີ ຈອນສະຕັນ ພະຍາ ຍາມໂໝ່ງສະກັດ ແຕ່ຜິດລ່ຽມ ບານປ່ຽນທາງເຂົ້າປະຕູຕົວເອງ ແນວໃດກໍ່ດີ ພຽງ 2 ນາທີຕໍ່ມາ ສະຫະລັດອາເມຣິກາ ໄດ້ປະຕູໜີ ຫ່າງໄປອີກເປັນ 5-2 ຈາກຈັງຫວະທີ່ ໄຄໂຮຣິ ປັດລູກເຕະແຈບໍ່ດີ ບານມາເຂົ້າທາງ ມາແກນ ໄບຣອັນ ກ່ອນຈະແຕະເບົາໆໃຫ້ກັບ ໂທບິນ ຮິດ ແປເຂົ້າປະຕູໄປແບບງ່າຍໆ.
ເວລາທີ່ເຫຼືອ ທັງ 2 ທີມ ເປີດເກມແລກເຂົ້າໃສ່ກັນຢ່າງດຸເດືອດ ແລະ ເປັນທາງດ້ານຍີ່ປຸ່ນ ທີ່ມີໂອກາດໄດ້ຍິງຫຼາຍກວ່າ ແຕ່ຈັງຫວະ ສຸດທ້າຍບໍ່ຄົມພໍ ຈົບເກມການແຂ່ງຂັນ 90 ນາທີ ສະຫະລັດອາ ເມລິກາ ໄລ່ຕ້ອນເອົາຊະນະ ຍີ່ປຸ່ນ ໄປແບບຂາດຮອຍ 5-2 ປະຕູ ຄວ້າແຊ້ມສະໄໝທີ 3 ໄປຄອງໄດ້ສຳເລັດ ໃນຮອບ 16 ປີ ຕໍ່ຈາກ ປີ 1999 ແລະ 1991.
ສ່ວນລາງວັນອື່ນໆ ປະຈຳການແຂ່ງຂັນໃນຄັ້ງນີ້ມີດັ່ງນີ້: ລາງວັນນັກເຕະດີເດັ່ນ (Best player) ໄດ້ແກ່ ຄາລີ ລອຍ ທີມຊາດສະຫະລັດອາເມລິກາ, ລາງວັນນັກເຕະດາວຮຸ່ງດີເດັ່ນ (Best young player) ຕົກເປັນຂອງ ກາເດຍຊາ ທີມຊາດ ການາດາ, ລາງວັນເກີບຄຳ ຫຼື ດາວຊັລໂວ (Top scorer) ໄດ້ແກ່ ຄາລີ ລອຍ ກັບ ເຄເລຍ ຊາຊິກ ທີມຊາດເຢຍລະມັນ ທີ່ຍິງໄດ້ 6 ປະຕູເທົ່າກັນ ຂະນະທີ່ ໂຮບ ໂຊໂລ ທີມຊາດສະຫະລັດອາເມລິກາ ໄດ້ລາງວັນຜູ້ຮັກສາປະຕູດີເດັ່ນ (Best goalkeeper) ໄປຄອງ ສ່ວນທີມຊາດຝຣັ່ງ ທີ່ຕົກຮອບ 8 ທີມ ໄດ້ຮັບລາງວັນທີມມາລະ ຍາດດີເດັ່ນ (Fair play award) ປອບໃຈ.
10407307_1646554288891078_1935010412943058818_n

11665528_1646553772224463_3649692627500827704_n

11694025_1646554572224383_5603995379873867923_n

ຂ່າວຈາກ: ສສກ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...