spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ພຽງ 6 ວັນ ທົ່ວ ນ.ວ ມີອຸປະຕິເຫດບົນທ້ອງຖະໜົນ 18 ກໍລະນີ - ເສຍຊີວິດ 5 ຄົນ!...

ພຽງ 6 ວັນ ທົ່ວ ນ.ວ ມີອຸປະຕິເຫດບົນທ້ອງຖະໜົນ 18 ກໍລະນີ – ເສຍຊີວິດ 5 ຄົນ!

Published on

11667458_406348502891241_8533973196424388760_n

ນັບແຕ່ວັນທີ 1-6 ກໍລະກົດນີ້, ຢູ່ໃນນະຄອນຫລວງວຽງຈັນ ມີອຸ ປະຕິເຫດເກີດຂຶ້ນ 18 ກໍລະນີ, ສົ່ງ ຜົນໃຫ້ມີຄົນ ເສຍຊີວິດ 5 ຄົນຄື: ໃນ ວັນທີ 1 ກໍລະກົດ ມີອຸປະຕິ ເຫດເກີດ ຂຶ້ນ 3 ກໍລະນີ, ເສຍຊີວິດ 1 ຄົນ, ວັນທີ 2 ເກີດຂຶ້ນ 1 ກໍລະນີ, ວັນທີ 3 ເກີດຂຶ້ນ 4 ກໍລະນີ, ມີຜູ້ເສຍຊີວິດ 2 ຄົນ, ວັນທີ 4 ເກີດຂຶ້ນ 4 ກໍລະນີ, ບໍ່ມີຜູ້ເສຍ ຊີວິດ, ວັນທີ 5 ກໍລະກົດ ເກີດ ຂຶ້ນ 4 ກໍລະນີ, ມີຜູ້ເສຍຊີວິດ 1 ຄົນ ແລະ ໃນວັນ ທີ 6 ກໍລະກົດນີ້, ເກີດຂຶ້ນ 2 ກໍລະນີ ມີຜູ້ເສຍຊີວິດ 1 ຄົນ, ທຽບໃສ່ໃນໄລ ຍະດຽວ ກັນ ຂອງເດືອນຜ່ານມາເຫັນວ່າຫລຸດລົງຕາມລຳດັບ, ສະເພາະຢູ່ເມືອງ ປາກງື່ມ, ມີອຸປະຕິເຫດເກີດຂຶ້ນ ຫລາຍກວ່າ ໝູ່, ມັນໄດ້ສ້າງຄວາມ ເສຍຫາຍເປັນຈຳນວນບໍ່ໜ້ອຍ.

ເຈົ້າໜ້າທີ່ ຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໄລຍະ 6 ວັນຂອງຕົ້ນເດືອນກໍລະກົດນີ້, ເຈົ້າໜ້າທີ່ທຸກ ຄົນໄດ້ສຸມໃສ່ ຕັ້ງຈຸດກວດກາການຂັບຂີ່ເພື່ອຄວາມເປັນລະບຽບຮຽບຮ້ອຍ ຂອງຜູ້ໃຊ້ລົດໃຊ້ຖະໜົນ ແລະ ກໍາ ຈັດປາກົດ ການຫຍໍ້ທໍ້ທີ່ຈະຕາມມາ, ດັ່ງນັ້ນຖ້າພວກເຮົາທຸກຄົນເອົາໃຈໃສ່ໃນການປະຕິບັດລະບຽບຈະລາຈອນໃຫ້ເຂັ້ມງວດ ອຸປະຕິ ເຫດກໍຈະຫລຸດລົງໄດ້ເຊັ່ນກັນ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...