Homeຂ່າວຕ່າງປະເທດຈີນແລະຣັດເຊຍຈັບມື ບໍ່ຊື້-ຂາຍເປັນເງິນໂດລາ

ຈີນແລະຣັດເຊຍຈັບມື ບໍ່ຊື້-ຂາຍເປັນເງິນໂດລາ

Published on

11667400_1463423097307773_773322024984170897_n

ຂ່າວສານປະເທດລາວລາຍງານ ໂດຍອ້າງແຫຼ່ງຂ່າວຕ່າງປະເທດວ່າ: ຈີນ-ຣັດເຊຍຈັບມືກັນເປັນອັນໜຶ່ງອັນດຽວປະກາດຈະບໍ່ໃຊ້ເງິນໂດລາແລກປ່ຽນຊື້ຂາຍສິນຄ້າລະຫວ່າງສອງປະເທດ ພາຍຫລັງເງິນໂດລາສະຫະລັດໄຮ້ຄຸນຄາເປັນເພາະສະຫະລັດເອົາດີແຕ່ເຮັດສົງຄາມ ບໍ່ເຄີຍໃຫ້ຄວາມສົນໃຈສ້າງສາພັດທະນາປະເທດເພື່ອຮັບປະກັນເຮັດໃຫ້ຊີວິດການເປັນຢູ່ຊາວໂລກດີຂຶ້ນ ຍິ່ງກວ່ານັ້ນຍັງສ້າງຄວາມເດືອນຮ້ອນເຮັດໃຫ້ລະບົບເສດຖະກິດໂລກສັ່ນຄອນ. ແນວໃດກໍດີ ສະຫະລັດຖືວ່າເປັນປະເທດໜຶ່ງທີ່ຕິດໜີ້ຈີນຫລາຍທີ່ສຸດ ປັດຈຸບັນນີ້ ສະຫະລັດເຫັນທາງອອກມີແຕ່ຂາຍພັນທະບັດ ຫລື ເອີ້ນວ່າເຈ້ຍລ້າໆກໍ່ວ່າໄດ້ ເຊິ່ງເຈ້ຍດັ່ງກ່າວເປັນພຽງແຕ່ຕີເປັນມູນຄ່າວັດຖຸຊື່ ບໍ່ມີເງິນເປັນໂຕເປັນຕົນໃຫ້ໄດ້ຈັບ.
ຕາມທິດສະດີເສດຖະກິດແລ້ວ ຖ້າປະເທດໃດເອົາເງິນໄປເຮັດສົງຄາມຢ່າງດຽວຈະກໍໃຫ້ເກີດລະບົບໜີ້ສິນຫລາຍເພາະການເຮັດສົງຄາມບໍ່ໄດ້ສ້າງມູນຄ່າເພີ່ມ ໝາຍວ່າມີແຕ່ເອົາເງິນໄປຜະລິດອາວຸດ, ເອົາເງິນໄປຈ້າງທະຫານ ຫລື ເອີ້ນວ່າໄປຊື້ໃຈທະຫານໃຫ້ໄປຕາຍຢູ່ແນວໜ້າ ຢ່າລື່ມວ່າເຮັດສົງຄາມມີໃຊ້ຕົ້ນທຶນສູງເປັນຕັ້ນ: ຄ່າເງິນເດືອນທະຫານ, ອາຫານການກິນ, ຄ່ານໍ້າເຮືອນບິນ-ລົດ-ຖັງ, ຈ້າງແມ່ຄົວ, ລົງທຶນໃສ່ເຄືອຂ່າຍໂທລະຄົມມະນາຄົມ, ລະບົບປ້ອງກັນຄວາມປອດໄພ, ລົງທຶນໃສ່ເທັກໂນໂລຊີທັນສະໄໝ ເພື່ອເອົາຊະນະຄູ່ກົງກັນຂ້າມ ແລະ ອື່ນໆ ຍິ່ງໄປກວ່ານັ້ນຖ້າລົງທຶນຜະລິດອາວຸດໄປແລ້ວຊໍາພັດບໍ່ມີຄົນຊື້ເພາະຂາຍແພງເນື່ອງຈາກໃຊ້ຕົ້ນທຶນສູງໃນການຜະລິດ. ສະນັ້ນ, ບັນດາລູກກໍແຫ່ໄປຊື້ນໍາປະເທດອື່ນໆຕົວຢ່າງ ຣັດເຊຍ, ຈີນ ແລະ ເອີຣົບ. 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...