Homeລົດຍົນ-ຍານພາຫະນະສົ່ງເສີມການຮັກສາຄວາມສະອາດໃນລົດເມ

ສົ່ງເສີມການຮັກສາຄວາມສະອາດໃນລົດເມ

Published on

29-3-2556 10-29-29

 

ສູນ​ຂ່າວ­ສານ​ການ​ແພດ, ກະ­ຊວງສາ­ທາ­ລະ­ນະ​ສຸກ ແລະ ພະ​ແນກ​ໂຍ­ທາທິ​ການ-ຂົນ­ສົ່ງ​ນະ­ຄອນ­ຫລວງ​ວຽງ​ຈັນ ມອບ​ຫມາຍ​ໃຫ້ ບໍ­ລິ­ສັດບລູ​ກຣາດສ໌ ດີ​ຊາຍ ກຣຸບ ຈຳ­ກັດ​ຜູ້​ດຽວ (BlueGrass) ເຮັດ​ຫນ້າ­ທີ່​ໂຄ­ສະ­ນາ​ລົດ­ເມ​ສີຂຽວ ເພື່ອ​ເປັນ​ການ​ຫລຸດ­ຜ່ອນ​ການ​ສັນ­ຈອນ​ທີ່​ແອ​ອັດ​ພາຍ​ໃນ​ຕົວ​ເມືອງ​ນະ­ຄອນຫລວງ​ວຽງ​ຈັນ ແລະ ເປັນ​ການ​ປະ­ຊາສຳ­ພັນ​ໃຫ້​ຄົນ​ໃນ​ສັງ­ຄົມ​ຮັບ​ຮູ້​ເຖິງ​ຂ່າວສານ​ທາງ​ດ້ານ​ສຸ​ຂະ​ອະ­ນາ­ໄມ​ຫລາຍຂຶ້ນ.

ຈຸດ­ປະ­ສົງ​ຂອງ​ການ​ປະ­ຊາ­ສຳ­ພັນກ່ຽວ​ກັບ​ການ​ນຳ​ໃຊ້​ລົດ­ເມ​ສາ­ທາ­ລະ­ນະໃນ​ຄັ້ງ​ນີ້ ທາງ​ບໍ­ລິ­ສັດ​ຜູ້​ສຳ​ປະ­ທານ​ໄດ້​ມີແນວ​ຄິດ​ໃນ​ການ​ສ້າງ​ຄ່າ​ນິ­ຍົມ​ໃຫ້​ແກ່ຄົນ​ໃນ​ສັງ­ຄົມ​ໃຫ້​ພາ­ກັນ​ຫັນ​ມາ​ນຳ​ໃຊ້ລົດ­ເມ​ສາ­ທາ­ລະ­ນະ​ໃຫ້​ຫລາຍ​ຂຶ້ນ​ດ້ວຍວິ­ທີ​ການ​ສ້າງ​ໃຫ້​ລົດ­ເມ​ສີ­ຂຽວ​ກາຍ­ເປັນ ລົດ­ເມ​ສາ­ທາ­ລະ­ນະ​ທີ່​ມີ​ຄວາມ​ທັນ​ສະໄຫມ​ທີ່​ສຸດ​ຂອງ​ນະ­ຄອນ­ຫລວງ​ວຽງ​ຈັນ ໂດຍ​ຈະ​ເນັ້ນ​ທີ່ຄວາມ​ສະ­ດວກ​ສະ­ບາຍ, ຄວາມ​ເຢັນ​ຂອງ​ລະ­ບົບ​ປັບ​ອາ­ກາດ​ພາຍ​ໃນ​ລົດ­ເມ, ຄວາມ​ສະ­ອາດ, ຄວາມ​ງາມ ແລະ ທີ່​ສຳ­ຄັນ​ດ້ານ​ໃນ​ຂອງ​ລົດ­ເມ​ສີ­ຂຽວ ແມ່ນ​ໄດ້​ຕິດ​ຕັ້ງ​ໂທລະ­ທັດ ທີ່​ນຳ​ສະ­ເຫນີສື່​ໂຄ­ສະ­ນາ​ກ່ຽວ​ກັບ​ສຸ​ຂະ​ອະ­ນາ­ໄມ.

ນອກ­ຈາກ​ນີ້  ບໍ­ລິ­ສັດ ບລູ​ກຣາດສ໌ ດີ​ຊາຍ​ກຣຸບ ຈຳ­ກັດ​ຜູ້​ດຽວ (BlueGrass) ຍັງ​ໄດ້​ຮັບ​ຄວາມ​ໄວ້​ວາງ­ໃຈຈາກ​ສູນ​ຂ່າວ­ສານ​ການ​ແພດ​ກະ­ຊວງສາ­ທາ­ລະ­ນະ​ສຸກ ໃຫ້​ເປັນ​ຜູ້​ດຳ­ເນີນ​ການເຜີຍ­ແຜ່​ຂໍ້​ມູນ-ຂ່າວ­ສານ​ທີ່​ຈຳ­ເປັນ​ກ່ຽວກັບ​ທາງ​ດ້ານ​ສຸ​ຂະ​ອະ­ນາ­ໄມ​ໃຫ້​ແກ່​ຜູ້ໂດຍ­ສານ​ໄດ້​ຮັບ​ຮູ້​ເຊັ່ນ: ການ​ລ້ຽງ​ລູກດ້ວຍ​ນົມ​ແມ່, ການ​ນຳ​ໃຊ້​ຢາ​ປົວ​ພະ­ຍາດຢ່າງ​ຖືກ​ວິ­ທີ, ການ​ປ້ອງ​ກັນ​ໄຂ້​ຫວັດ​ສັດປີກ ແລະ ຂ່າວ­ສານ​ກ່ຽວ​ກັບ​ສຸ­ຂະ­ພາບ​ອື່ນໆ​ທີ່​ຈຳ­ເປັນ​ອີກ​ຢ່າງ​ຫລວງ­ຫລາຍ, ດັ່ງ­ນັ້ນ ບໍ­ລິ­ສັດ ຂໍ​ຖື​ໂອ­ກາດ​ນີ້​ເຊີນ­ຊວນ​ບັນ­ດາ​ທ່ານ​ໃນ​ທົ່ວ​ສັງ­ຄົມ​ພາ­ກັນ​ຫັນ​ມາ​ນຳ​ໃຊ້​ລົດ­ເມ​ສາ­ທາ­ລະ­ນະ​ໃຫ້​ຫລາຍ​ຂຶ້ນ ແລ້ວ​ຈະ​ພົບ​ກັບ​ມິ​ຕິ​ໃຫມ່​່​ຂອງ​ການ​ເດີນທາງ​ທີ່​ທ່ານ​ອາດ​ຈະ​ເບິ່ງ​ຂ້າມ​ຄວາມ​ສະ­ດວກ​ສະ­ບາຍ​ທີ່​ມີ​ຢູ່​ໃກ້​ຕົວ​ທ່ານ.

ທີ່ມາhttp://www.ecom.org.la

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...