spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມນະໂຍບາຍປິ່ນປົວບໍ່ເສຍຄ່າໄປໄດ້ດີ ແຕ່ມີງົບປະມານຈຳກັດ!

ນະໂຍບາຍປິ່ນປົວບໍ່ເສຍຄ່າໄປໄດ້ດີ ແຕ່ມີງົບປະມານຈຳກັດ!

Published on

vacine+1

ລັດຖະມົນຕີວ່າການກະຊວງສາທາລະນະສຸກສາສະດາຈານ ດຣ ເອກສະຫວ່າງ ວົງວິຈິດ ໃຫ້ ຮູ້ກ່ຽວກັບຄວາມຄືບໜ້າໃນການ ປະຕິບັດນະໂຍບາຍປິ່ນປົວບໍ່ເສຍ ຄ່າ, ໂດຍສະເພາະປິ່ນປົວ ເດັກນ້ອຍລຸ່ມ 5 ປີວ່າ: ພາຍຫລັງກະ ຊວງສາທາລະນະ ສຸກ, ໄດ້ສ້າງດຳລັດວ່າດ້ວຍການອຸດໜູນການເກີດລູກ ແລະ ປິ່ນປົວ ເດັກລຸ່ມ 5 ປີ ບໍ່ເສຍຄ່າທີ່ໄດ້ຮັບຮອງໂດຍລັດຖະ ບານເຫັນວ່າໄດ້ມີ ຄວາມພະຍາ ຍາມໃນການ ເອົາໃຈໃສ່ສຸຂະພາບ ແມ່ ແລະ ເດັກຕັ້ງແຕ່ການວາງ ແຜນຄອບຄົວ, ການຝາກທ້ອງ ກ່ອນເກີດ, ການເກີດທີ່ມີຜູ້ຊ່ວຍ ເກີດທີ່ຊຳນານ(ຜະດຸງຄັນ), ຕິດ ຕາມຫລັງເກີດ ແລະ ການສັກຢາ ກັນພະຍາດ, ຊຶ່ງທຸກ ຂອດລ້ວນແຕ່ມີຄວາມສຳຄັນ, ໂດຍໃນນັ້ນໄດ້ ສຸມໃສ່ສ້າງແພດຜະ ດຸງຄັນຊຸມຊົນ ແລ້ວແຈກຢາຍລົງໂຮງໝໍເມືອງ ແລະ
ສາທາລະນະສຸກໃຫ້ໄດ້ຢ່າງ ໜ້ອຍໜຶ່ງຄົນຕໍ່ສະຖານບໍລິການສຸ ຂະພາບໜຶ່ງແຫ່ງ, ຫັນເອົາຜູ້ສຳ ເລັດການສຶກສາລົງຮາກຖານ, ເລັ່ງຍົກລະດັບບັນດາສຸກສາລາ ເຂດຈຸດສຸມໃຫ້ກາຍເປັນໂຮງໝໍ ນ້ອຍທີ່ປະກອບມີຫ້ອງອອກລູກ, ອຸປະກອນຊ່ວຍອອກລູກ ແລະ ຜະດຸງຄັນ ແລະ ແພດໝໍທີ່ສາມາດ ແກ້ໄຂກໍລະນີສຸກເສີນພື້ນຖານໄດ້, ເລັ່ງຍົກລະດັບບັນດາໂຮງໝໍເມືອງ ເປົ້າໝາຍໃຫ້ກາຍເປັນໂຮງໝໍ ຊຸມ ຊົນທີ່ປະກອບມີຫ້ອງຜ່າຕັດ, ອຸປະ ກອນຜ່າຕັດ, ຊ່ວຍຊູຊີບ ແລະ ແພດ ຊ່ຽວຊານທີ່ສາມາດແກ້ ໄຂກໍລະນີ ສຸກເສີນຮ້າຍແຮງ ຫລື ສາມາດຜ່າ ຕັດເອົາລູກອອກໄດ້, ໄປຄຽງຄູ່ ກັນນັ້ນຕ້ອງໄດ້ຂົນ ຂວາຍລະດົມທຶນຈາກອົງການຈັດຕັ້ງສາກົນ ແລະ ງົບປະມານລັດ ເພື່ອຈັດຕັ້ງ ປະຕິບັດໂຄງການ ອຸດໜູນເກີດລູກ ແລະ ປິ່ນປົວເດັກລຸ່ມ 5 ປີບໍ່ເສຍຄ່າ ເປັນຕົ້ນ: ອຸດໜູນຄ່າເດີນທາງ, ຄ່າອາຫານ ໃຫ້ແມ່ຍິງຖືພາພ້ອມຜູ້ຕິດ ຕາມໜຶ່ງຄົນ, ຄ່າປິ່ນປົວ ແລະ ຜ່າ ຕັດອື່ນໆເພື່ອເຮັດໃຫ້ປະຊາຊົນ ຜູ້ທຸກຍາກຫ່າງໄກສອກຫລີກ ແລະ ປະຊາຊົນບັນດາເຜົ່າສາມາດເຂົ້າເຖິງການບໍລິການຕາ ໜ່າງສາທາລະ ນະສຸກໄດ້, ແຕ່ເນື່ອງຈາກເງື່ອນ ໄຂງົບປະ ມານທີ່ຈຳກັດ, ຈຶ່ງບໍ່ສາມາດຂະ ຫຍາຍໂຄງການດັ່ງກ່າວໄດ້ທົ່ວເຖິງ, ປັດຈຸບັນໂຄງການໄດ້ກວມເອົາ 96 ເມືອງສຳລັບວຽກ ເກີດລູກ, ປິ່ນປົວເດັກບໍ່ເສຍຄ່າ ແລະ 88 ເມືອງທີ່ມີກອງທຶນສຸຂະ ພາບເພື່ອຜູ້ທຸກຍາກ ແລະ ສົກປີ 2014-2015 ກະຊວງສາທາລະ ນະສຸກໄດ້ສະໜອງງົບປະມານ 14,8 ຕື້ກີບ ເພື່ອຈັດຕັ້ງປະຕິບັດ ໂຄງການເກີດລູກ ແລະ ປິ່ນປົວເດັກ ລຸ່ມ 5 ປີບໍ່ເສຍຄ່າ ແລະ ສະໜອງ ງົບປະມານຈຳນວນ 20 ຕື້ກີບ ຜ່ານກອງທຶນຊ່ວຍເຫລືອຜູ້ທຸກຍາກດ້ານສຸຂະພາບ ແລະ ຄັງປະກັນສຸຂະພາບແຫ່ງຊາດອີກດ້ວຍ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...