Homeອຸບັດເຫດແລະປາກົດການຫຍໍ້ທໍ້ຂ່າວເພິ່ມເລື່ອງຍິງກັນຕາຍ ທີ່ສະຫວັນນະເຂດ

ຂ່າວເພິ່ມເລື່ອງຍິງກັນຕາຍ ທີ່ສະຫວັນນະເຂດ

Published on

ຂ່າວສານປະເທດລາວ: ເຈົ້າໜ້າທີ່ຕໍາຫລວດແຂວງສະຫວັນນະເຂດ ຊີ້ແຈງເຫດຂ້າກັນຕາຍ 4 ສົບ ບາດເຈັບສາຫັດ 1 ຄົນໃນຕອນບ່າຍເວລາ 14:00 ໂມງຂອງວັນທີ 5 ກໍລະກົດ 2015 ຜ່ານມານີ້ວ່າ: ເປັນຍ້ອນເລື່ອງຊູ້ສາວ ສົ່ງຜົນເຮັດໃຫ້ເກີດຄວາມຄຽດຊັງ ແລະ ຫືງຫວງຢ່າງແຮງຈົນເຖິງຂັ້ນວາງແຜນ ສັງຫານໂຫດໄຮ້ຄວາມປານີ ພ້ອມນີ້ເຈົ້າໜ້າທີ່ໜ້າຕໍາຫລວດຍັງຄົ້ນພົບ ປະຫວັດມືສັງຫານລາຍນີ້ເຄີຍຕິດຄຸກມາເປັນເວລາຫລາຍປີ ພໍເມື່ອອອກຈາກຄຸກສົງໃສວ່າເມຍຕົນເອງ ມີສໍາພັນກັບຊາຍຄົນອື່ນ ຫລື ເອີ້ນວ່າຫລິ້ນຊູ້ໃນໄລຍະເວລາໃຊ້ຊີວິດໃນຄຸກ ຈຶ່ງຕັດສິນໃຈລົງມືຂ້າເມຍ, ຜູ້ບ່າວ, ຍາດພີ່ນ້ອງຢ່າງໂຫດຫ້ຽມ.

ລາຍງານຂ່າວຕື່ມວ່າ ການສັງຫານໂຫດຄັ້ງນີ້ວາງແຜນເປັນຢ່າງດີ ນຳໄປຂ້າຫຼາຍທີ່ ຫຼາຍຄົນ ແລະໃຊ້ເວລາຫຼາຍຊົ່ວໂມງ ເຊັ່ນ ລໍ້ເມຍລາວໄປຍິງຖິ້ມຢູ່ບ້ານທ່າຫົວຊ້າງ ແລ້ວໂທຫາຫມູ່ທີ່ເປັນຕຳຫຼວດມາເອົາສົບເມຍພ້ອມລູກໃນທ້ອງ(ລູກຊາຍອີກຜູ້ໜຶ່ງຍັງຫາບໍ່ເຫັນ) ແລ້ວຂັບລົດໄປຍິງຜູ້ຊາຍທີ່ເປັນຊູ້ກັບເມຍລາວ ຕາຍຢູ່ບ້ານໜອງບົກ, ແລ້ວຂ້າມເຮືອມາຝັ່ງສະຫວັນ ຄືບ້ານຕົ້ນເເຫນ ເເລ້ວໄປຊອກຫາຖາມຫາທີ່ຢູ່ພໍ່ບ້ານ ທີ່ເປັນຜູ້ເວົ້າຄວາມກ່ຽວກັບເລື່ອງຫລິ້ນຊູ້ ແລະ ຜູ້ກ່ຽວສືບຕໍ່ຍິງລູກສາວນາຍບ້ານທີ່ບ້ານຕົ້ນແຫນ ມ ໄຊບູລີແລ້ວ ນໍາໄປຍິງພໍ່ບ້ານອີກຄົນທີ່ມາເວົ້າຄວາມນຳກັນທີ່ບ້ານເວີນ ບາດເຈັບສາຫັດ ປັດຈຸບັນປິ່ນປົວຢູ່ໂຮງໝໍມຸກດາຫານ ຫລັງຈາກນັ້ນກໍຍິງໂຕເອງຕາຍ ສະຫລຸບເເລ້ວ ຕາຍ 4 ຄົນ ບາດເຈັບສາຫັດ 1ຄົນ (ບໍ່ເເມ່ນຕາຍ 5 ). ທັງໝົດນັ້ນ ເກີດຂຶ້ນທີ່ເມືອງໄຊບູລີ ແຂວງສະຫວັນນະເຂດ.

11247717_1009402822424723_624389864685438839_n

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...