HomeBaby-ແມ່ແລະເດັກ6 ວິທີຫຼຸດອາການທ້ອງລາຍ

6 ວິທີຫຼຸດອາການທ້ອງລາຍ

Published on

pregnantcream-minimize-stretch-marks

ເຮົາມັກໃດ້ຍິນສະເໝີວ່າທ້ອງຂອງເຮົາ ຈະຂະຫຍາຍໄວຈົນເກິດຮອຍແຕກໃດ້ໃນເວລາຖືພາ ດັ່ງນັ້ນຄົນທີ່ຖືພາຕ້ອງທຳໃຈໄວ້ເພາະຫຼີກລ່ຽງບໍ່ໄດ້ ອາດຈະຟັງເປັນຄຳເວົ້າທີເຊີຍໄປຈັກນ້ອຍ ເພາະເຮົາກຳລັງຈະບອກທ່ານວ່າແທ້ໆ ແລ້ວເຮົາມີວິທີຫຼຸດທ້ອງລາຍມາຝາກ.
ຜູ້ຍິງເຮົາຍ່ອມບໍ່ມັກຮ່ອງຮອຍຕ່າງໆ ທີ່ເກິດຂຶ້ນກັບຮ່າງກາຍເຮົາລວມໄປເຖິງ ທ້ອງລາຍໃນຊ່ວງຖືພາ ສຳລັບຜູ້ຍິງທີ່ຈັດຢູ່ໃນກຸ່ມສ່ຽງ ບໍ່ສາມາດຫຼີກລ່ຽງທ້ອງລາຍໄດ້ ເນື່ອງມາຈາກກຳມະພັນກໍ່ບໍ່ຕ້ອງກັງວົນໄປ ເພາະເຮົາມີວິທີລົດທ້ອງລາຍມາໃຫ້ທ່ານທົດລອງ.

1 ຟ້າວຮັກສາອາການທ້ອງລາຍແຕ່ຕົ້ນໆ
ສິ່ງທຳອິດທີ່ຄວນເຮັດເພື່ອກຳຈັດ ຫຼືລົດທ້ອງລາຍຄືການເບິ່ງວ່າທ່ານມີຮ່ອງຮອຍ ຈາກການຖືພາຫຼືບໍ່ ຫາກທ່ານເຫັນໄວເທົ່າໃດທ່ານກໍ່ສາມາດແກ້ໄຂ ບັນຫານີ້ໃຫ້ໝົດໄປໄດ້ ຫາກທ່ານປ່ອຍເອົາໄວ້ຈົນຮ່ອງຮອຍຈາງລົງ ທ້ອງລາຍອາດຈະຕິດໂຕທ່ານໄປ ຈົນບໍ່ສາມາດເຮັດໃຫ້ຈາງລົງໄປໄດ້ເລີຍ.

2 ໃຊ້ຄີມທາຜິວ
ໃຊ້ຄີມທາຜິວນວດບໍລິເວນໜ້າທ້ອງ ວັນລະຫຼາຍໆເທື່ອ ເພື່ອເພີ່ມຄວາມຊຸ່ມຊື່ນ ໃຫ້ແກ່ຜິວໜັງບໍລິເວນໜ້າທ້ອງ ບໍ່ວ່າຄີມທີ່ທ່ານໃຊ້ບໍ່ແມ່ນຄີມສະເພາະ ສຳລັບຜິວແຕກລາຍກໍ່ຕາມ ຫຼາຍຄົນນິຍົມໃຊ້ຄີມທີ່ມີສ່ວນຜະສົມຂອງCocoa Butter ແຕ່ກໍ່ຍັງບໍ່ມີຜົນການວິໄຈມາຮັບຮອງ ເຖິງຄຸນສົມບັດຂໍ້ນີ້ ແຕ່ມີຜົນການວິໄຈວ່າຄີມທີ່ມີສ່ວນປະສົມຂອງສານສະກັດ ຈາກScioto Cola ຫຼືທີ່ຮູ້ຈັກກັນວ່າໄລກອງເຈນຫຼືວາລາເຣຍ ວິຕາມິນອີແລະຄອນລາເຈນໄຮໂດໄລເສດ ມີສ່ວນຊ່ວຍຫຼຸດຮອຍແຕກລາຍໄດ້.

3 ຂັດຜິດປະຈຳ
ເວລາທ່ານເລືອກຊື້ເຄື່ອງຕາມຫ້າງ ກໍ່ຢ່າລືມລອງແວະເບິ່ງຄີມຂັດຜິວສູດອ່ອນໂຍນ ທີ່ເໝາະສົມກັບສະພາບຜິວຂອງທ່ານມາລອງໃຊ້ເບິ່ງ ນອກຈາກນີ້ຈະລອງເຮັດເອງກໍ່ໄດ້ ພຽງນຳເອົາເປືອກໝາກກ້ຽງແຫ້ງຜະສົມກັບໂຢເກີດ ແລ້ວນຳມາຂັດຜິວ.

4ກິນວິຕາມິນເສີມ
ວິຕາມິນອີຊ່ວຍຊ່ອມແຊມ ແລະເສີມສ້າງຄອນລາເຈນ ພຽງກິນວິຕາມິນອີວັນລະ 1 ເມັດ ຫຼືນວດດ້ວຍນ້ຳມັນວິຕາມິນອີກໍ່ສາມາດ ຊ່ວຍລົດຮອຍແຕກລາຍໄດ້ ນ້ຳມັນຈະໝູກເຂົ້າ ຫຼືເຄື່ອງສຳອາງທີ່ມີສ່ວນປະສົມຂອງ ເປບທາຍແລະRetinol ກໍ່ເຊື່ອກັນວ່າສາມາດຊ່ວຍລົດລິ້ວຮອຍ ແຕກລາຍໄດ້ແຕ່ຍັງບໍ່ມີຂໍ້ມູນທາງການ ແພດຍືນຍັນ.

5 ດື່ມນ້ຳຫຼາຍໆ
ວິທີນີ້ຈະຊ່ວຍໃຫ້ຜິວຂອງທ່ານຊຸ່ມຊື່ນ ແລະປ້ອງກັນຮອຍແຕກລາຍໄດ້.

6 ອອກກຳລັງກາຍຂະນະຖືພາ
ຜູ້ຍິງຫຼາຍຄົນຫຼີກລ່ຽງການອອກກຳລັງກາຍ ທຸກຮູບແບບແລະໃຊ້ເວລາສ່ວນໃຫຍ່ໄປກັບ ການຜັກຜ່ອນ ນີ່ອາດຈະສົ່ງຜົນເສີຍຕໍ່ສຸຂະພາບ ແລະຜິວໜັງໄດ້ ລອງຍ່າງອອກກຳລັງກາຍທຸກມື້ ມື້ລະ 5 ນາທີ ຫຼືລອງສະໝັກໂຢຄະສຳລັບຜູ້ຍິງຖືພາກໍ່ໄດ້.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...