spot_img
Homeຂ່າວຕ່າງປະເທດຜູ້ວ່າທະນາຄານກາງເຢຍລະມັນເຕືອນ ຫາກເກຣັກອອກຈາກເອີໂຣໂຊນ ເສດຖະກິດເຢຍລະມັນ ຈະເສຍຫາຍມະຫາສານ!

ຜູ້ວ່າທະນາຄານກາງເຢຍລະມັນເຕືອນ ຫາກເກຣັກອອກຈາກເອີໂຣໂຊນ ເສດຖະກິດເຢຍລະມັນ ຈະເສຍຫາຍມະຫາສານ!

Published on

558000007866101

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 6 ກໍລະກົດນີ້ວ່າ  ທ່ານ ເຢນສ໌ ໄວດ໌ມັນ ຜູ້ວ່າການທະນາຄານກາງເຢຍລະມັນ ໄດ້ອອກເຕືອນລັດຖະບານຂອງຕົນ ເຖິງຜົນກະທົບອັນໃຫຍ່ຫລວງ ຕໍ່ກັບສະພາວະທາງດ້ານງົບປະມານຂອງເຢຍລະມັນທີ່ຈະຕາມມາ ຫາກວ່າເກຣັກຕ້ອງໄດ້ອອກຈາກເອີໂຣໂຊນ ຫລື ກຸ່ມ 19 ປະເທດທີ່ໃຊ້ເງິນສະກຸນເອີໂຣຮ່ວມກັນ ໂດຍສະເພາະແມ່ນຜົນກະທົບທາງດ້ານງົບປະມານ ທີ່ເຢຍລະມັນເອງຈະຕ້ອງໄດ້ເປັນຜູ້ແບກຮັບ ເພາະບໍ່ສາມາດຫາງົບປະມານມາສຳຮອງໄວ້ ເພື່ອຮອງຮັບຄວາມເສຍຫາຍທາງເສດຖະກິດ ທີ່ຈະເກີດຂຶ້ນຕາມມາ.

ທັງນີ້ ກ່ອນໜ້າທີ່ເກຣັກຈະລົງປະຊາມະຕິບໍ່ຮັບຮອງເງື່ອນໄຂຂອງສະຫະພາບເອຣົບ ແລະ ກອງທຶນການເງິນລະຫວ່າງປະເທດນັ້ນ ທະນາຄານກາງຂອງເຢຍລະມັນ ແມ່ນໄດ້ມີການກັນເງິນສຳຮອງໄວ້ ເພື່ອຮອງຮັບຄວາມສ່ຽງຈາກວິກິດການໜີ້ສິນເອີໂຣໂຊນໄວ້ແລ້ວ ກ່ວາ 14,400 ລ້ານເອີໂຣ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...