Homeອຸບັດເຫດແລະປາກົດການຫຍໍ້ທໍ້ລູກພົ້ນຖືກຂົ່ມຂືນ ແຕ່ແມ່ຖືກແທງ

ລູກພົ້ນຖືກຂົ່ມຂືນ ແຕ່ແມ່ຖືກແທງ

Published on

11143695_1009584972406508_353310239943560906_n
ໂຈນຫວັງຂົ່ມຂືນລູກສາວ, ແມ່ໄລ່ຈັບໂຈນແຕ່ຖືກແທງຈົນເສຍຊີວິດ
ແຂວງວຽງຈັນ: ເວລາ ປະມານ 01:00 ວັນທີ່ 6/7/2015 ມີໂຈນຂື້ນເຮືອນຈະຂົ່ມຂືນລູກສາວ, ລູກສາວຮ້ອງຈຶ່ງຮ້ອງໃຫ້ພໍ່ແມ່ ຊ້ວຍ. ຈາກນັ້ນ ພໍ່ແລະແມ່ພາກັນໄລຈັບໂຈນ, ໂຈນທັນໄດ້ເອົາມີດ ແທງທ້ອງຂອງຜູ້ເປັນແມ່ເຮັດໃຫ້ ເສຍຊີວີດ ທີໂຮງໝໍ, ສ່ວນໂຈນນັ້ນແມ່ນລົບໜີໄປໄດ້. ເຈົ້າໜ້າທີ່ກຳລັງໄລ່ຕາມຕົວມາລົງໂທດຕາມກົດໝາຍບ້ານເມືອງ.
ຜູ້ເສຍຊີວິດ ຊື່ນາງ ເຍືອ, ອາຍຸປະມານ 43 ປີ.
ເຫດເກີດທີບ້ານໂພນແກ້ວ, ເມືອງໂພນໂຮງ ແຂວງວຽງຈັນ.
ພາຍແລະຂ່າວ: ນັກຂ່າວສັນຈອນໂພນໂຮງ
ລາຍງານໂດຍ: ເດັກແນວ ໂທລະໂຄ່ງ
———————————

ບົດຄວາມຫຼ້າສຸດ

ເຮັດແທ້ທຳຈິງ! ແຂວງສະຫວັນນະເຂດ ປະກາດເລັ່ງປາບປາມການລັກລອບຂຸດແຮ່-ຕັດໄມ້ເຖື່ອນ

ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V ວັນທີ 24 ພະຈິກ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ...

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...