spot_img
Homeຂ່າວຕ່າງປະເທດແຜ່ນດິນໄຫວຢູ່ແຂວງຊິນຈຽງຂອງຈີນ ຕອນເຊົ້າມື້ນີ້! ພົບຜູ້ເສຍຊີວິດແລ້ວ 4 ຄົນ!

ແຜ່ນດິນໄຫວຢູ່ແຂວງຊິນຈຽງຂອງຈີນ ຕອນເຊົ້າມື້ນີ້! ພົບຜູ້ເສຍຊີວິດແລ້ວ 4 ຄົນ!

Published on

EyWwB5WU57MYnKOuXxtX83v6fTk40PXO6FL0Bum3vvNKzsogS9vLVL

ສຳນັກຂ່າວຕ່າງປະເທດ ລາຍງານຂ່າວດ່ວນໃນມື້ນີ້ (3 ກໍລະກົດ) ວ່າ ເກີດເຫດແຜ່ນດິນໄຫວຂະໜາດ 6.4 ແມັກນິຈູດ ທີ່ແຂວງຊິນຈຽງ ທາງພາກຕາເວັນຕົກຂອງຈີນ ໃນຕອນເຊົ້າຂອງມື້ນີ້ ໂດຍສູນກາງແຜ່ນດິນໄຫວ ແມ່ນຢູ່ຫ່າງຈາກເມືອງໂຮຕັນ ໄປທາງຕາເວັນຕົກສຽງເໜືອ ປະມານ 160 ກິໂລແມັດ ແລະ ມີຄວາມເລິກພຽງ 10 ກິໂລແມັດເທົ່ານັ້ນ ໂດຍເບື້ອງຕົ້ນແມ່ນມີລາຍງານຜູ້ເສຍຊີວິດແລ້ວ 4 ຄົນ.

ແຫລ່ງຂ່າວໄດ້ລະບຸວ່າ ສູນກາງແຜ່ນດິນໄຫວຄັ້ງນີ້ ແມ່ນຢູ່ໃກ້ກັບເຂດກູມາ ເຊິ່ງເປັນເຂດທີ່ມີປະຊາຊົນອາໄສຢູ່ກ່ວາ 2 ແສນຄົນ ໂດຍສ່ວນໃຫຍ່ແມ່ນເປັນຊາວມຸດສະລິມ ເຜົ່າອຸຍກູ ໂດຍແຜ່ນດິນໄຫວຄັ້ງນີ້ ນັບເປັນເທື່ອທີ 8 ແລ້ວນັບຕັ້ງແຕ່ຕົ້ນປີ 2015 ມານີ້.

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...