Homeຂ່າວພາຍ​ໃນເຊັນບົດບັນທຶກຄວາມເຂົ້າໃຈໂຄງການເຂື່ອນໄຟຟ້ານ້ຳຕົກ ນ້ຳຊຳ 4 ຢູ່ແຂວງຫົວພັນ

ເຊັນບົດບັນທຶກຄວາມເຂົ້າໃຈໂຄງການເຂື່ອນໄຟຟ້ານ້ຳຕົກ ນ້ຳຊຳ 4 ຢູ່ແຂວງຫົວພັນ

Published on

ເຊັນບົດບັນທຶກຄວາມເຂົ້າໃຈໂຄງການເຂື່ອນໄຟຟ້ານ້ຳຕົກ ນ້ຳຊຳ 4 ຢູ່ແຂວງຫົວພັນ

 

ພິ­ທີ​ເຊັນ​ບັນ­ທຶກ​ຄວາມ​ເຂົ້າໃຈໂຄງ­ການ​ເຂື່ອນ​ໄຟ­ຟ້າ​ນ້ຳຕົກ​ນ້ຳ​ຊຳ 4 ຢູ່​ເມືອງ​ຊຳ​ເໜືອ ແຂວງ​ຫົວ­ພັນ ລະ­ຫວ່າງ​ລັດ​ຖະບານ​ແຫ່ງ ສປປ ລາວ ກັບບໍ​ລິສັດ ຊີ​ມອງ ທີ່​ປຶກ­ສາ​ດ້ານ​ການລົງ­ທຶນ​ພາຍ​ໃນ ແລະ ຕ່າງ​ປະເທດ ຈຳ­ກັດ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 22 ມີ­ນາ 2013 ນີ້ ທີ່​ກະ­ຊວງແຜນ­ການ ແລະ ການ​ລົງ­ທຶນ.

ການ​ລົງ​ນາມ​ໃນ​ບົດ​ບັນ­ທຶກຄັ້ງ​ນີ້ ຕາງ­ໜ້າ​ໃຫ້​ລັດ­ຖະ­ບານລາວ ​ແມ່ນ​ທ່ານ ດຣ.ບຸນ​ທະ­ວີ ສີ​ສຸ­ພັນ​ທອງ ລັດ­ຖະ­ມົນ­ຕີ​ຊ່ວຍວ່າ­ການກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ແລະ ຕາງ­ໜ້າ​ບໍ​ລິສັດ​ແມ່ນ​ທ່ານ ຈັງ​ເທ​ຈິນ ປະທານ​ໃຫຍ່​ບໍ­ລິ­ສັດ​ຊີ​ມອງ ທີ່​ປຶກ­ສາດ້ານ​ການ​ລົງ­ທຶນ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ຈຳ­ກັດ ພ້ອມ​ດ້ວຍການ​ເຊັນ​ເປັນ​ສັກ­ຂີ​ພິ­ຍານ​ຂອງພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ ໂດຍ​ເປັນກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ສີ​ນາ­ວາ ສຸ​ພາ­ນຸ​ວົງ ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າການກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ທ່ານ ວັນ​ໄຊ ແພງ​ສົມມາ ຮອງ​ເຈົ້າ­ແຂວງ​ຫົວ­ພັນ ອຳ­ນວຍການ​ໃຫຍ່​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າລາວ ພ້ອມ​ດ້ວຍ​ຜູ້​ກ່ຽວ­ຂ້ອງ​ທັງສອງ​ຝ່າຍ​ເຂົ້າ​ຮ່ວມ.

ໂຄງ­ການ​ເຂື່ອນ​ໄຟ­ຟ້າ​ນ້ຳ­ຕົກນ້ຳ​ຊຳ 4 ຢູ່​ເມືອງ​ຊຳ​ເໜືອ ແຂວງຫົວ­ພັນ ແມ່ນ​ມີ​ກຳ­ລັງ 50-100 ເມ​ກາວັດ ນອກ­ຈາກ​ນີ້ຢູ່​ບໍ­ລິ­ເວນເຂື່ອນ​ດັ່ງ­ກ່າວ​ຍັງ​ຈະ​ພັດ­ທະ­ນາ ເປັນ​ສວນ​ສະ­ໜຸກ ສະ­ຕູ​ດີ​ໂອ​ຄົບວົງ​ຈອນ ສະ­ຖານ­ທີ່​ບັນ­ເທີງ ສວນ​ສາ­ທາ­ລະ­ນະ ແລະ ສິ່ງອື່ນໆ​ອີກ​ຫຼາຍ​ຢ່າງ ເພື່ອ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ແຫ່ງໜຶ່ງ​ໃຫ້​ກັບນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...