Homeຂ່າວພາຍ​ໃນອາເຈນຕິນາ ຖະຫຼົ່ມ ປາຣາໄກວ 6-1 ຜ່ານເຂົ້າຊີງກັບ ຊິລີ ເຕະບານ ໂຄປາ ອາເມລິກາ 2015

ອາເຈນຕິນາ ຖະຫຼົ່ມ ປາຣາໄກວ 6-1 ຜ່ານເຂົ້າຊີງກັບ ຊິລີ ເຕະບານ ໂຄປາ ອາເມລິກາ 2015

Published on

ການແຂ່ງຂັນເຕະບານຊີງແຊhມແຫ່ງທະວີບອາເມລິກາ ຫຼື ໂຄປາ ອາເມລິກາ 2015 ທີ່ປະເທດ ຊິລີ ເປັນເຈົ້າພາບ ເມື່ອວັນທີ 30 ມິຖຸນາ ຜ່ານມາ ຮອບຮອງຊະນະເລີດ ຫຼື ຮອບ 4 ທີມສຸດທ້າຍ ທີ່ສະໜາມ ເອັສຕາດິໂອ ນະຄອນຊານຕິອາໂກ ປະເທດຊິລີ ລະຫວ່າງທີມຊາດອາເຈນຕິນາ ອະດີດແຊ້ມ 14 ສະໄໝ ພົບກັບ ປາຣາໄກວ ອະດີດແຊ້ມ 2 ສະໄໝ ທັງເປັນຮອງແຊ້ມເກົ່າ, ເຊິ່ງໃນຮອບ 8 ທີມ ອາເຈນຕິນາ ເອົາຊະນະ ໂຄລອມເບຍ ໃນການຍິງຈຸດໂທດ 5-4 ຂະນະທີ່ ປາຣາໄກວ ເອົາຊະນະ ບຣາຊິລ ດ້ວຍການຍິງຈຸດໂທດ ເຊັ່ນດຽວກັນ.
ຜ່ານການແຂ່ງຂັນປະກົດວ່າ ອາເຈນຕິນາ ຄືນຟອມ ດ້ວຍການຖະຫຼົ່ມ ປາຣາໄກວ ໄປເຖິງ 6-1 ໂດຍໄດ້ປະຕູຈາກ ມາກອສ ໂຣໂຮ ນາທີ 15, ຮາເວຍ ປາສຕໍເຣ ນາທີ 27, ອັງເຄລ ດິມາເຣຍ ນາທີ 47 ກັບ 53, ເຊຄິໂອ ອະເກວໂຣ ນາທີ 80 ແລະ ກອນຊາໂລ ອິກວາອິນ ນາທີ 83 ສ່ວນ ລິໂອເນລ ເມສຊີ ເຖິງແມ່ນວ່າຍິງບໍ່ໄດ້ ແຕ່ກໍ່ຈ່າຍໃຫ້ໝູ່ຍິງ ເຖິງ 3 ປະຕູ ຂະນະທີ່ ປາຣາໄກວ ໄດ້ປະຕູຕີໄຂແຕກຈາກ ລູຄັສ ບາຣິອອສ ນາທີ 43. ສົ່ງຜົນໃຫ້ ອາເຈນຕິນາ ຜ່ານເຂົ້າສູ່ຮອບຊີງຊະນະເລີດ ພ້ອມລຸ້ນແຊ້ມສະໄໝທຳອິດ ນັບແຕ່ປີ 1993 ໂດຍຈະພົບກັບ ຊິລີ ເຈົ້າພາບ ໃນວັນທີ 5 ກໍລະກົດນີ້ ຖ້າຫາກຊະນະ ຈະເປັນການໄດ້ແຊ້ມ ໂຄປາ ອາເມລິກາ 15 ສະໄໝ ເທົ່າກັບ ອຸຣຸໄກວ.

11665568_1645144435698730_6775410419585927051_n

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...