Homeຂ່າວຕ່າງປະເທດສະຫະລັດ ແລະ ກູບາ ບັນລຸຂໍ້ຕົກລົງ ເປີດສະຖານທູດຮ່ວມກັນຄືນໃໝ່ແລ້ວ!

ສະຫະລັດ ແລະ ກູບາ ບັນລຸຂໍ້ຕົກລົງ ເປີດສະຖານທູດຮ່ວມກັນຄືນໃໝ່ແລ້ວ!

Published on

558000007676201

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 1​ ກໍລະກົດນີ້ວ່າ ສະຫະລັດອາເມຣິກາ ແລະ ກູບາ ໄດ້ບັນລຸຂໍ້ຕົກລົງເປີດສະຖານທູດ ໃນນະຄອນຫລວງວໍຊິງຕັນ ດີຊີ ແລະ ນະຄອນຫລວງຮາວານາ ເຊິ່ງເປັນເຫດການອັນສຳຄັນ ຢຸດຕິຄວາມບາດໝາງລະຫວ່າງ 2 ປະເທດ ທີ່ກິນເວລາຍາວນານຫລາຍສິບປີ ນັບຕັ້ງແຕ່ຍຸກສົງຄາມເຢັນ ເມື່ອສະຫະລັດອາເມຣິກາ ດຳເນີນມາດຕະການຂວ້ຳບາດຕໍ່ກູບາເປັນຕົ້ນມາ ແລະ ໄດ້ມີການປະກາດຢຸດຕິການຂວ້ຳບາດ ແລ້ວຮື້ຟື້ນຄວາມສຳພັນກັບກູບາຄືນໃໝ່ ເມື່ອເດືອນທັນວາປີ 2014 ພ້ອມກັນນັ້ນ ແຫລ່ງຂ່າວຍັງລະບຸອີກວ່າ ທຳນຽບຂາວຂອງສະຫະລັດອາເມຣິກາ ໄດ້ລະບຸເຖິງຄວາມເປັນໄປໄດ້ກ່ຽວກັບ ທ່ານປະທານາທິບໍດີ ບາຣັກ ໂອບາມາ ແຫ່ງສະຫະລັດອາເມຣິກາ ຈະເດີນທາງໄປຢ້ຽມຢາມປະເທດກູບາ ກ່ອນຈະໝົດວາລະບໍລິຫານປະເທດ ໃນປີ 2017 ທີ່ຈະມາເຖິງນີ້ອີກດ້ວຍ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...