Homeຂ່າວພາຍ​ໃນເບິ່ງດີໆ ຖືກເລກ ຫຼືສ້າງພາບຫຼອກຕາ

ເບິ່ງດີໆ ຖືກເລກ ຫຼືສ້າງພາບຫຼອກຕາ

Published on

ຕອນຄ່ຳຂອງວັນທີ 30 ມິຖຸນາ 2015 ນີ້ ພາຍຫຼັງຂ່າວເລື່ອງການປິດເລກລີງແລະນາກນ້ຳແລ້ວ ຕໍ່ມາກໍມີຂ່າວເລື່ອງເລກອອກວ່າແມ່ນ ເລກນາກນ້ຳແທ້ໆ ແລະບໍ່ພໍທໍ່ໃດນາທີ ກໍມີຜູ້ໂພສຮູບເຊັກເລກລົງໃນເຟສບຸກ ສະແດງໃຫ້ເຫັນວ່າຍັງມີຜູ້ຖືກເລກນາກຢູ່ ແລະເປັນການສວນທາງກັບຂ່າວລືທີ່ວ່າ ທາງຫວຍພັດທະນາປິດບໍ່ຈຳໜ່າຍ ເລກລີງແລະເລກນາກນ້ຳ.
ແນວໃດກໍຕາມ ກໍມີຜູ້ສັງເກດເຫັນວ່າ ໃບເຊັກເລກທີ່ຜູ້ຖ່າຍຮູບລົງວ່າຖືກເລກນັ້ນ ມີເລກທີ່ລຽງລຳດັບກັນ ອັນເປັນທີ່ໜ້າສົງໄສວ່າ ເປັນຫຍັງຊື້ເລກໂຕດຽວກັນ ແຕ່ຕ້ອງຊື້ຫຼາຍໃບຂະໜາດນັ້ນ ເພາະເຊັກເລກດັ່ງກ່າວນັ້ນ ເປັນເຊັກເລກທີ່ລຽງລຳດັບ ໃນຫົວໃບເລກດຽວກັນ ແລະຜູ້ສັງເກດສົງໄສວ່າ ຈະເປັນການສ້າງກະແສວ່າ ມີຜູ້ຖືກເລກນາກນ້ຳ ເພື່ອຕອບໂຕ້ກະແສຂ່າວທີ່ວ່າ ບໍ່ຂາຍເລກນາກນ້ຳ. ອີກສິ່ງໜຶ່ງທີ່ໜ້າສັງເກດອີກອັນໜຶ່ງຄື ຜູ້ຊື້ເລກຊື້ເປັນເງິນບາດໃນຫຼັກໝື່ນບາດ ເຊິ່ງເປັນທີ່ໜ້າສົນໃຈວ່າ ຖ້າຫາກຖືກແທ້ໆ ຄົງຈະໄດ້ຮັບເງິນລາງວັນຈຳນວນມະຫາສານ ເຊິ່ງເປັນໄປໄດ້ຍາກທີ່ຜູ້ຂາຍຈະຂາຍ ຈຳນວນຫຼາຍຂະໜາດນີ້.
ໃນຂະນະທີ່ຂ່າວບອກວ່າ ຫຼາຍໜ່ວຍບໍລິການກໍບໍ່ໄດ້ປິດກັ້ນການ ຊື້ເລກລີງແລະເລກນາກນ້ຳແຕ່ຢ່າງໃດ ອາດຈະມີພຽງບາງໜ່ວຍບໍລິການເທົ່ານັ້ນ ທີ່ມີຜູ້ກວາດຊື້ເລກດັ່ງກ່າວ ຈົນເຕັມອັດຕາ ກ່ອນຈະເຖິງເວລາອອກວາງຂາຍກໍໄດ້. ດັ່ງນັ້ນ, ຈຶ່ງຍັງບໍ່ເປັນຂ່າວທີ່ຊັດເຈນເທື່ອ ຂໍໃຫ້ທ່ານຜູ້ອ່ານຕິດຕາມຂ່າວຕໍ່ໄປ ໂດຍສະເພາະແມ່ນໃຫ້ລໍຖ້າ ການອອກມາຖະແຫຼງຂ່າວຂອງພາກສ່ວນ ທີ່ກ່ຽວຂ້ອງໃນໄວໆນີ້ກໍໄດ້.
11652167_1648066822090083_524706644_n 11703028_838200879604570_8433589211111114444_n

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...