Homeຂ່າວພາຍ​ໃນເບຍລາວຈະເພິ່ມການຜະລິດ ເພື່ອຮອງຮັບ AEC

ເບຍລາວຈະເພິ່ມການຜະລິດ ເພື່ອຮອງຮັບ AEC

Published on

11539760_1460106127639470_5755603062400290480_n

ຂປລ. ທ່ານ ກິດສະໜາ ວົງໄຊ ຜູ້ອຳນວຍການໃຫຍ່ບໍລິສັດເບຍລາວ ໃຫ້ສຳພາດຕໍ່ບັນດາສື່ມວນຊົນ ໃນວັນທີ 30 ມິ ຖຸນາ 2015 ນີ້ ຢູ່ບໍລິສັດເບຍລາວວ່າ: ໃນການກຽມຄວາມພ້ອມເພື່ອກ້າວເຂົ້າສູ່ AEC ບໍລິສັດເບຍລາວ ໄດ້ວາງວິ ໄສທັດໄວ້ວ່າ ຈະຕ້ອງເປັນຜູ້ຊະນະ ແລະ ມີຜົນປະໂຫຍດ ໂດຍໄດ້ມີການກະກຽມແຜນການໃນ 3 ດ້ານ ຄື: ກຽມການ ໃສ່ຂະໜາດທຸລະກິດ, ລົງທຶນຢ່າງມີປະສິດທິຜົນ ເພື່ອຮອງຮັບການຂະຫຍາຍໂຕ ເປັນຕົ້ນ ເພີ່ມປະລິມານການຜະລິດ ເພື່ອຮອງຮັບ ແລະ ແຕກງ່າອອກໃນທຸລະກິດເຄື່ອງດື່ມ (Beverage Industry), ກຽມການໃສ່ປັບປຸງໂຄງສ້າງ ການຈັດຕັ້ງກະທັດລັດ, ປະສິດທິຜົນ, ສອດຄ່ອງ, ດັດປັບໄດ້ໄວ, ກ້າວໄປເຖິງຫລຸດຜ່ອນຈຳນວນຄົນ ເພື່ອເພີ່ມສະມັດ ຕະພາບ ແລະ ສຸດທ້າຍ ແມ່ນກຽມການບັນດາໂຄງການຍ່ອຍຕ່າງໆ ໃນການຫລຸດຕົ້ນທຶນໃນທຸກດ້ານ, ເພີ່ມສະມັດ ຕະພາບ, ປະສິດທິພາບ, ປັບປ່ຽນແບບແຜນວິທີທີ່ບໍ່ມີປະສິດທິຜົນ, ສຳຄັນແມ່ນຊອກຕະຫລາດໃໝ່ໆ ໃນຕ່າງປະເທດ ເພື່ອການສົ່ງອອກ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...