spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກສ ເມືອງໄຊທານີ ຈັບຂະບວນການຄ້າຢາເສບຕິດ ຕົວອັນຕະລາຍ!

ປກສ ເມືອງໄຊທານີ ຈັບຂະບວນການຄ້າຢາເສບຕິດ ຕົວອັນຕະລາຍ!

Published on

jone

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫລວງວຽງຈັນ ໄດ້ນຳກຳລັງເຂົ້າຈັບຕົວຂະບວນການຄ້າຢາເສບຕິດອັນຕະລາຍຢູ່ເຮືອນຫລັງໜຶ່ງ ໃນ ເຂດ ບ້ານໄຊສະຫວ່າງ ເມືອງໄຊທານີ ມີຜູ້ຕ້ອງຫາຄື ທ້າວເພັງສະຫວັນ ອາຍຸ 36 ປີຢູ່ ບ້ານໜອງໄຮ ທ້າວ ສົມປອງ ອາຍຸ 33 ປີຢູ່ບ້ານດົງໂພສີ ເມືອງຫາດຊາ ຟອງ ທ້າວສຸພາວັນ ອາຍຸ 17 ປີຢູ່ບ້ານສີດຳດວນ ເມືອງຈັນທະບູລີ ແລະ ນາງ ຈຸລາ ພອນ ອາຍຸ 15 ປີ ຢູ່ບ້ານຕາດທອງ ເມືອງສີໂຄດ ຕະບອງ ພ້ອມຂອງກາງຢາບ້າ 2 ພັນເມັດ ຢາໄອ 4 ຫໍ່ນ້ອຍ ປືນສັ້ນ 1 ກະບອກ ແລະ ກະສຸນ 15 ລູກ ຈຶ່ງໄດ້ຍຶດໄວ້ເປັນ ຫລັກຖານເພື່ອດຳເນີນຄະດີຕາມລະບຽບກົດໝາຍ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ພວກກ່ຽວຮັບສາລະພາບວ່າ:ຢາບ້າຈຳນວນດັ່ງກ່າວແມ່ນຊື້ມາຈາກເຄືອຂ່າຍ ຢາເສບຕິດຢູ່ບ້ານສີບຸນເຮືອງ ເມືອງຈັນທະບູລີ ເພື່ອມາຈຳໜ່າຍໃຫ້ລູກຄ້າໃນເຂດນະຄອນຫລວງວຽງຈັນ, ເຊິ່ງເຈົ້າໜ້າທີ່ຈະ ຂະຫຍາຍຜົນເພື່ອນຳຈັບຜູ້ຖືກຊັກທອດທີ່ຮ່ວມຂະບວນການຄ້າຢາເສບຕິດລາຍນີ້ມາດຳເນີນຄະດີຕາມລະບຽບກົດໝາຍໂດຍໄວ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...