spot_img
Homeຂ່າວພາຍ​ໃນກົມສິລະປະການສະແດງ ເລືອກປະທານສະຫະພັນແມ່ຍິງຊຸດໃໝ່

ກົມສິລະປະການສະແດງ ເລືອກປະທານສະຫະພັນແມ່ຍິງຊຸດໃໝ່

Published on

DSC_0923 .29.06.2015.1

ທ່ານ​ນາງ ວີ​ປະສົງ ສຸວັນນະ​ວົງ ປະ​ທານໜ່ວຍສະຫະພັນ​ແມ່ຍິງ ​ໄດ້​ຂຶ້ນ​ລາຍ​ງານການ​ເຄື່ອນ​ໄຫວ​ຈັດ​ຕັ້ງ​ປະຕິ​ບັດໃນ​ໄລຍະ 3 ປີ ຜ່ານມາວ່າ: ​ໄດ້​ມີ​ການ​ເຄື່ອນ​ໄຫວ​ກິດ​ຈະ​ກຳ​ໃນ​ຂົງ​ເຂດ​ກະຊວງ​ ຖວທ ​ແລະ ກະຊວງ​ອ້ອມ​ຂ້າງ, ​ໄດ້​ເຂົ້າ​ຮ່ວມ​ຝຶກ​ອົບຮົມ​ແລກປ່ຽນບົດຮຽນ​ໃນ​ບັນ​ດາ​ຫົວ​ຂໍ້​ຕ່າງໆ ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ, ຍົກ​ລະດັບ​ດ້ານ​ພາສາ​ຕ່າງປະ​ເທດ, ຍົກ​ລະ​ດັບ​ທິດ​ສະ​ດີກາ​ນ​ເມືອງ 45 ວັນ, ປະດິດ​ບົດ​ຟ້ອນ​ຮັບ​ໃຊ້​ໃນ​ວັນ​ສຳຄັນ​ ​ແລະ ອື່ນໆ ສ່ວນທິດ​ທາງ​ແຜນການ​ໃນ​ຕໍ່ໜ້າ ຕ້ອງ​​ເອົາ​ໃຈ​ໃສ່​ສຶກສາ​ອົບຮົມ​ການ​ເມືອງ​ແນວ​ຄິດ ​ໃຫ້​ຖັນ​ແຖວ​ແມ່ຍິງ ​ໃນ​ຂົງ​ເຂດ​ຕົນຮັບຜິດຊອບ​ໃຫ້​ມີ​ຄວາມ​ເຊື່ອໝັ້ນ ​ເຊື່ອມ​ຊຶມ​ຕໍ່​ແນວທາງ ​ແລະ ການ​ນຳພາ​ຂອງ​ພັກ, ​ປັບປຸງ​ແບບ​ແຜນ​ວິທີ​ນຳພາ, ການ​ເຄື່ອນ​ໄຫວ​ວຽກງານຂອງໜ່ວຍສະຫະພັນ​ແມ່ຍິງ​ ​ໃຫ້​ມີ​ການ​ເຄື່ອນ​ໄຫວ​ຖືກຕ້ອງ​ແທດ​ເໝາະຕົວ​ຈິງ, ສາມາດ​ປະຕິບັດ​ບົດບາດ ​ເປັນ​ຕົວ​ແທນ​ໃຫ້​ແມ່ຍິງ ​ແລະ ​ເດັກນ້ອຍ ກໍ່ສ້າງ​ບຳລຸງ​ພະນັກງານ​​ເພດ​ຍິງ ​ໃຫ້ສົມ​ຄູ່​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງໜ້າທີ່​ວຽກງານ​ທີ່​ຖືກ​ມອບໝາຍ.

​ກອງ​ປະຊຸມ​ ​ໄດ້ປ່ອນ​ບັດ​ຄັດ​ເລືອກ​ເອົາ​ປະທານສະຫະພັນ​​ແມ່ຍິງຊຸດ​ໃໝ່ ​​ເຊິ່ງມີ​ຜູ້​ສະໝັກທັງໝົດ 5 ຄົນ ​ເລືອກ​​ເອົາ 3 ຄົນ ຄື: ​ ທ່ານ​ນາງ ພູນ​ນິວັດ ດວງ​ດາລາ ​ເປັນປະທານ​ສະຫະພັນ​ແມ່ຍິງ ​, ທ່ານນາງ ນຸດ ພຸດ​ທະ​ວົງສາ ​ເປັນຮອງ​ປະທານ ​ແລະ ທ່ານນາງ ​ເຮືອງ ສີວິ​ໄລ ​​​ເປັນຄະນະ.

ຂອບໃຈຂ່າວຈາກ: http://www.kpl.gov.la/

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...