Homeຂ່າວພາຍ​ໃນຊິລີຈັດໜັກຕ້ອນຮັບເປຣູໃນບານເຕະໂຄປາ ອາເມລິກາ 2015

ຊິລີຈັດໜັກຕ້ອນຮັບເປຣູໃນບານເຕະໂຄປາ ອາເມລິກາ 2015

Published on

ໂຄປາ ອາເມລິກາ 2015 ຊິລີ ເຈົ້າພາບຈັດທັບໃຫຍ່ຮັບມື ເປຣູ ທີມມ້າມືດດີເດັ່ນ ທີ່ຜ່ານເຂົ້າສູ່ຮອບຮອງຊະນະເລີດແຂ່ງຂັນໃນວັນທີ 30 ມິຖຸນາ 2015 ເວລາ 06:30 ໂມງ

ມາເຖິງຮອບຮອງຊະນະເລີດແລ້ວສຳລັບ ຊິລີ ເຈົ້າພາບຈະພົບກັບ ເປຣູ ທີມມ້າມືດໃນປີນີ້, ສະພາບທີມໂດຍທົ່ວໄປຂອງ ຊິລີ ບໍ່ມີ ກອນຊາໂລ ຮາລາ ກອງຫຼັງຂອງທີມຫຼັງຈາກຖືກແບນຫຼັກຈາກທີ່ປະທະກັບ ຄາວານີ ເຮັດໃຫ້ມີໂທດແບນ 3 ນັດ ໝົດສິດລົງຫຼີ້ນເປັັນທີ່ຮຽບຮ້ອຍແລ້ວແຕ່ສໍາລັບຜູ້ຫຼີ້ນຄົນອື່ນຍັງຄົງພ້ອມໜ້າພ້ອມຕາກັນຢູ່ນຳທີມໂດຍ ອາເລັກຊິສ ຊານເຊສ ເປັນຜູ້ນຳໃນແດນໜ້າ

06183

ທາງດ້ານ ເປຣູ ທີມມ້າມືດທີ່ມາແຮງສຸດໃນປີນີ້ຊະນະ ໂບລີເວຍ 3-1 ປະຕູ ຜ່ານເຂົ້າສູ່ຮອບຮອງຊະນະເລີດໄດ້ສຳເລັດ, ສະພາບທີມໂດຍທົ່ວໄປບໍ່ມີບັນຫານັກເຕະບາດເຈັບຫຼືຖືກໂທດແບນ ເປົາໂລ ເກໂຣໂຣ່ ກອງໜ້າທີ່ຍິງແຮັດທຣິກໃນນັດຫຼ້າສຸດລົງບັນຊາໃນແດນໜ້າເຊັ່ນເຄຍພ້ອມກັບ ເຄລລາດິໂອ ປິຊາໂຣ ກອງໜ້າກັບຕັນຂອງທີມ

 

 

ສະໜາມ: ເອສຕາດິໂອ ນາຊິອອງນານ ຮູລີໂຮ ມາຕີເນສ ປຣາດາໂນສ
ເວລາເຕະ: 06:30 ໂມງ
ວັນທີເຕະ:30 ມິຖຸນາ 2015

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...