Homeຂ່າວພາຍ​ໃນຜົນການແຂ່ງຂັນບານເຕະລາວພຣີເມຍລີກເມື່ອທ້າຍອາທິດທີ່ຜ່ານມາ

ຜົນການແຂ່ງຂັນບານເຕະລາວພຣີເມຍລີກເມື່ອທ້າຍອາທິດທີ່ຜ່ານມາ

Published on

ສຳລັບການແຂ່ງຂັນບານເຕະລາວພຣີເມຍລີກໃນທ້າຍອາທິດທີ່ຜ່ານມາ ມີການແຂ່ງຂັນທັງໝົດ 3 ຄູ່, ເຊີ່ງແຂ່ງຂັນໃນວັນເສົາ 1 ຄູ່ ແລະ ວັນອາທິດ 2 ຄູ່
ໃນວັນເສົາວັນທີ 27 ມິຖຸນາ 2015 ໃນເວລາ 17:00 ໂມງ ທີ່ສະໜາມກິລາແຫ່ງຊາດຫຼັກ 16 ທີ່ຜ່ານມາເປັນການພົບກັນລະຫວ່າງສະໂມສອນ ອິສເຕີນສະຕາ ກັບ ສະໂມສອນລ້ານຊ້າງ, ເຊີ່ງໃນເກມການແຂ່ງຂັນກອງຫນ້າ ຊາວຍີ່ປຸ່ນ ຍິງປະຕູສຳຄັນ ຊ່ວຍໃຫ້ສະໂມສອນ ລ້ານຊ້າງຢູໄນເຕັດເອົາຊະນະສະໂມສອນ ອິສເຕີນສະຕຣາ 1-0 ເຊິ່ງເປັນປະຕູທີ 4 ຂອງເຂົາໃນລະດູການນີ້ພ້ອມນຳສະໂມສອນລ້ານຊ້າງຢູໄນເຕັດຂຶ້ນເປັນທີມນຳຂອງຕາຕະລາງຄະແນນຫລັງຈາກລົງສະ ຫນາມ 9 ນັດ ມີ 20 ຄະແນນ

11692782_1620185038199015_9164410550124405346_n

ໃນນັ້ນຄູ່ວັນອາທິດແມ່ນເປັນການແຂ່ງຂັນລະຫວ່າງ ສະໂມສອນ ສະໂມສອນ ຮ່ວາງແອັງອັດຕະປື ພົບ ສະໂມສອນ ເອັສເຮັສບີ ວຽງຈັນ ແຂ່ງຂັນໃນເວລາ 16:00 ໂມງ ທີ່ສະໜາມກິລາແຫ່ງຊາດຫຼັກ 16 ຜົນປະກົດວ່າສະເໝີກັນໄປ 2-2 ປະຕູ, ທັງສອງທີມສາມາດແບ່ງກັນທີມລະ 1 ຄະແນນ, ສ່ວນອີກ 1 ຄູ່ແມ່ນການພົບກັນຂອງ ສະໂມສອນ ປກສ ພົບກັບ ສະໂມສອນ ລາວໂຕໂຢຕ້າ ແຂ່ງຂັນໃນເວລາ 18:00 ໂມງ ທີ່ສະໜາມກິລາແຫ່ງຊາດຫຼັກ 16 ເຊັ່ນດຽວກັນທັງສອງທີມນີ້ກໍ່ບໍ່ສາມາດເອົາຊະນະກັນໄດ້ແບ່ງກັນໄປທີມລະ 1 ຄະແນນເຊັ່ນດຽວກັນ

11008544_842570492480561_6392336426929898982_n

11202101_1627779960696478_8542372545712630124_n

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...