spot_img
Homeຂ່າວຕ່າງປະເທດຈີນຈັດປະຊຸມ ຮັບຮອງທຳມະນູນ ທະນາຄານ AIIB ພ້ອມເປັນຜູ້ຖືຮຸ້ນລາຍໃຫຍ່ 30%!

ຈີນຈັດປະຊຸມ ຮັບຮອງທຳມະນູນ ທະນາຄານ AIIB ພ້ອມເປັນຜູ້ຖືຮຸ້ນລາຍໃຫຍ່ 30%!

Published on

China's Finance Minister Lou Jiwei speaks at a signing ceremony of articles of agreement of the AIIB in Beijing

ສຳນັກຂ່າວຕ່າງປະເທດ ລາຍງານວ່າ ໃນມື້ນີ້ (29 ມິຖຸນາ) ບັນດາຜູ້ແທນຈາກ 57 ປະເທດສະມາຊິກ ຮ່ວມກໍ່ຕັ້ງທະນາຄານເພື່ອການລົງທຶນໂຄງສ້າງພື້ນຖານອາຊີ (Asian Infrastructure Investment Bank – AIIB) ໄດ້ເຂົ້າຮ່ວມໃນພິທີລົງນາມ ຮັບຮອງເອົາທຳມະນູນຂອງທະນາຄານ ເຊິ່ງຈັດຂຶ້ນທີ່ນະຄອນຫລວງປັກກິ່ງ ສາທາລະນະລັດປະຊາຊົນຈີນ ເຊິ່ງໃນນັ້ນມີ 50 ປະເທດໄດ້ລົງນາມຮັບຮອງຢ່າງເປັນທາງການແລ້ວ ສ່ວນຍັງເຫລືອອີກ 7 ປະເທດ ແມ່ນລໍຖ້າການອະນຸມັດຈາກລັດຖະສະພາຂອງຕົນເອງ ເຊິ່ງປະກອບມີ ແດນມາກ, ກູເວດ, ມາເລເຊຍ, ຟິລິບປິນ, ໂຮນລັງ, ອາຟຣິກາໃຕ້ ແລະ ປະເທດໄທ.

ທັງນີ້ ທຳມະນູນຂອງທະນາການ AIIB ແມ່ນເປັນນິຕິກຳລວມ ເຊິ່ງກຳນົດຫລັກການຖື້ນຖານ ວ່າດ້ວຍການກໍ່ຕັ້ງ ແລະ ທິດທາງການບໍລິຫານງານຂອງ ສະຖາບັນການເງິນສາກົນແຫ່ງນີ້ ເຊິ່ງເປັນໝາກຜົນທີ່ໄດ້ຈາກການເຈລະຈາລະຫວ່າງປະເທດຜູ້ກໍ່ຕັ້ງ ເປັນເວລາດົນເຖິງ 6 ເດືອນ.

ລັດຖະບານ ແຫ່ງ ສປ ຈີນ ປະກາດສະໜັບສະໜູນເງິນແກ່ AIIB ທັງໝົດ 2,978 ລ້ານໂດລາ ຈາກທຶນເລີ່ມຕົ້ນຂອງທະນາຄານແຫ່ງດັ່ງກ່າວ ຈຳນວນທັງໝົດ 100,000 ລ້ານໂດລາ ເຮັດໃຫ້ຈີນກາຍເປັນຜູ້ຖືຮຸ້ນລາຍໃຫຍ່ ກວມອັດຕາສ່ວນ 30.34% ໂດຍຜູ້ຖືຮຸ້ນລາຍໃຫຍ່ຖັດລົງມາ ໄດ້ແກ່ອິນເດຍ ຕາມມາດ້ວຍຣັດເຊຍ ແລະ ເຢຍລະມັນ.

ທະນາຄານ AIIB ຈະນຳໃຊ້ພາສາອັງກິດເປັນພາສາກາງໃນການດຳເນີນງານ ແລະ ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນຫລວງປັກກິ່ງ ສປ ຈີນ ພ້ອມທັງມີແຜນທີ່ຈະເປີດສຳນັກງານລະດັບພາກພື້ນ ໃນປະເທດອື່ນໆອີກດ້ວຍ.

Delegates from 57 member countries attend a signing ceremony of articles of agreement of the AIIB in Beijing

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...