spot_img
Homeຂ່າວການສຶກສາກະຊວງສຶກສາຯ ຍັງບໍ່ຢືນຢັນວ່າ ຂໍ້ສອບຮົ່ວແທ້ຫຼືບໍ່?

ກະຊວງສຶກສາຯ ຍັງບໍ່ຢືນຢັນວ່າ ຂໍ້ສອບຮົ່ວແທ້ຫຼືບໍ່?

Published on

11539642_1642587975954376_4209142079366754029_n

ກະຊວງ​ສຶກສາ​ທິການ ​ແລະ ກິລາ ​ໄດ້​ມີ​ແຈ້ງ​ການ​​ເລື່ອງ​ການຈັດຕັ້ງການສອບ​ເສັງ ຈົບ​ຊັ້ນມັດທະຍົມ​ຕອນ​ປາຍ (ມ7) ທົ່ວ​ປະ​ເທດ ​ໃນ 2 ວິຊາທີ​ຍັງ​ເຫຼືອຄື: ​ຄະນິດສາດ ​ແລະ ວິຊາ​ປະຫວັດ​ສາດ ປະຈຳ​ສົກຮຽນ 2014-2015 ​ເນື່ອງ​ຈາກ​ມີ​ບາງ​​ເມືອງ​ມີ​ຄວາມຫຍຸ້ງຍາກ ​ແລະ ບໍ່ທັນ​ພ້ອມ​ໃນ​ການ​ຈັດການສອບ​ເສັງ​ບາງວິຊາ ຈຶ່ງ​ເລື່ອນ​ການສອບ​ເສັງ​ໄປ​ໃສ່​ວັນ​ຈັນທີ 29 ມິຖຸນານີ້. ພ້ອມ​ດຽວກັນ​ຍັງ​ຢືນຢັນ​ຈະ​ກວດ​ສອບ​ຫາຂໍ້ເທັດ​ຈິງຕໍ່ຫາງສຽງທີ່​ວ່າຫົວ​ບົດສອບ​ເສັງ​ມີ​ການ​ຮົ່ວ​ໄຫລ.

​ອີງ​ຕາມ​ການ​​ໃຫ້​ສຳພາດ ທ່ານ ນາງ ດຣ. ສີ​ສຸກ ວົງ​ວິຈິດ ຫົວໜ້າກົມ​ມັດທະຍົມ​ສຶກສາ ກະຊວງ​ສຶກສາ​ທິກ​ານ ​ແລະ ກິລາ ​ເມື່ອ​ວັນ​ທີ 26 ມິຖຸນາ ຜ່ານ​ມາ ​​ເຖິງສາ​ເຫດຜົນ​ຂອງ​ການ​ເລື່ອນ​ການ​ສອບ​ເສັງ ວິຊາ​ຄະ​ນິດສາດ ​ແລະ ປະຫວັດ​ສາດ ​2 ວິຊາ​ສຸດ​ທ້າຍ​ຂອງ​ການ​ສອບ​ເສັງ​ຈົບ​ຊັ້ນມັດທະຍົມ​ຕອນ​ປາຍ (ມ7) ທົ່ວ​ປະ​ເທດ ປະຈຳ​ສົກ​ນີ້ ເນື່ອງ​ຈາກ​ສູນ​ສອບ​ເສັງ​ບາງ​ແຫ່ງ​ບໍ່ທັນ​ພ້ອມ​ຕໍ່ການ​ຈັດການ​ສອບ​ເສັງ ​ເພາະ​ຫົວ​ບົດ​ສອບ​ເສັງ​ ມ7 ຈະເປັນ​ເອກະ​ພາບ​ກັນ​ທົ່ວ​ປະ​ເທດ ໃນ​ວັນ​ເວລາ​ດຽວກັນ. ສະນັ້ນ, ຖ້າ​ຫາກສູນ​ໃດໜຶ່ງ ​ໃນ​ເມື​ອງ ຫຼື ​ແຂວງ​ໃດໜຶ່ງ ມີ​ບັນຫາ​ຈະ​ຕ້ອງ​ໄດ້​ເລື່ອນ​ການ​ສອບ​ເສັງ​ອອກ​​ໄປ ​ເພື່ອ​ຄວາມ​ເປັນ​ເອກະ​ພາ​ກັນ​ທົ່ວ​ປະ​ເທດ.

ທ່ານ ຍັງ​ກ່າວ​ຕື່ມ​ວ່າ: ຕໍ່ກັບຫາງ​ສຽງທີ່​ວ່າຫົວ​ບົດສອບ​ເສັງ​ມີ​ການ​ຮົ່ວ​ໄຫວ ທາງ​ກະຊວງ​ກຳລັງ​ເລັ່ງກວດ​ສອບ​ຄວາມ​ຈິງ​ ວ່າ​ເປັນ​ແນວ​ໃດ​ແທ້, ​ເພາະມີ​ບາງ​ຂໍ້​ສອບ​ອອກ​ມາບໍ່​ແມ່ນ​ຂອງ​ກະຊວງ​ສຶກສາ​ທິການ ​ແລະ ກິລາ, ອາດ​ມີ​ບຸກຄົນ​ແຕ່ງຕັ້ງຂຶ້ນມາ​ເອງ​ແລ້ວໃສ່​ຊື່​ເປັນ​ຂໍ້​ສອບ​ຂອງ​ກົມ​ມັດທະຍົມ​ ກະ​ຊວງ​ສຶກສາ​ທິການ ​ແລະ ກິລາ ​ແຕ່ຄວາມ​ຈິງ​ແລ້ວ​ບໍ່​ແມ່ນ ທາງ​ກະຊວງ​ກຳລັງ​ກວດ​ສອບ​ຢູ່ ​ແລະ ​ຖ້າວ່າ​ແມ່ນ​ຄວາມ​ຈິງຈະ​ບໍ່​ໄດ້​​ໃຊ້​ຫົວ​ບົດສອບ​ເສັງ​ໂຕ​ເກົ່າ. ​ເພາະ​ໃນ​ໄລຍະ​ຂອງການ​ສອບ​ເສັງ​ຈະ​ມີ​ບຸ​ຄົນ​ມາ​ສ້າງ​ຄວາມ​ປັ່ນ​ປ່ວນ ປີຜ່ານມາ​ກໍ່ຄື​ກັນ ຈະ​ມີ​ຂໍ້​ສອບ​ເຖື່ອນ​ອອກ​ມາ​ປັ່ນ​ປ່ວນ ​ເຮັດ​ໃຫ້​ນັກຮຽນ​ເກີດ​ມີຄວາ​ມສັບສົນ​ບໍ່ຮູ້​ຈະ​ຮຽນ​ຫຍັງ ແລະ ຈະ​ເອົາ​ອັນ​ໃດ. ຕໍ່ກັບ​ບັນຫານີ້ ກະຊວງ​ສຶກສາທິການ ​ແລະ ກິລາ ຈະ​ມີ​ການ​ກວດ​ສອບ​ເຖິງ​ທີ່​ໄປ​ທີ່​ມາ​ຂໍ້​ສອບ ຖ້າ​ແມ່ນ​ຄວາມ​ຈິງ​ແທ້​ຈະ​ໄດ້​ເອົາ​ຄວາມ​ຜິດມາ​ດຳ​ເນີນ​ຄະດີ​ຕາມ​ກົດໝາຍ.

​ແນວ​ໃດ​ກໍ່ຕາມ, ທ່ານ ກ່າວ​ວ່າ: ສຳລັບ​ການ​ເລື່ອນ​ການສອບ​ເສັງ ຫົວ​ບົດ​ການ​ສອບ​ເສັງ​ຈະ​ມີ​ການ​ປັບ​ໃໝ່​, ​ເຊິ່ງກະຊວງ​ສຶກສາ​ທິການ ​ແລະ ກິລາ ​ໄດ້​ມີ​ຄຳ​ຖາມ​ສຳຮອງ​ເອົາ​ໄວ້​ແລ້ວ ​ເພາະ​ການ​ສອບ​ເສັງ​ຫາກ​ມີ​ບັນຫາ, ມີ​ຫາງ​ສຽງ​ເຮົາ​ຕ້ອງ​ໄດ້​ຍຸດຕິ​ການ​ສອບ​ເສັງ. ສະນັ້ນ, ​​ຈະ​ສອບ​ເສັງ​ຄືນ​ໃໝ່ໃນ​ພາກ​ສຳຮອງ ຈະ​ເອົາ​ຫົວ​ບົດ​ໃໝ່ສອບ​ເສັງຕໍ່​ໄປ ​ໂດຍ​ຈະ​ສອບ​ເສັງ​ຄືນ​ໃໝ່ສະ​ເພາະ 2 ວິຊາ​ຄື ວິຊາ​ຄະນິດສາດ ​ແລະ ປະຫວັດສາດ ​ ພ້ອມ​ກັນ​ທົ່ວ​ປະ​ເທດ ​ໃນ​ວັນ​ທີ 29 ມິຖຸນາ 2015. ສ່ວນ​ວິຊາ​ທີ່​ເສັງ​ຜ່ານມາ ຈະ​ບໍ່​ໄດ້​ສອບ​ເສັງ​ຄືນ,  ເຊິ່ງການ​ເລື່ອນ​ການ​ສອບ​ເສັງຈະ​ສົ່ງ​​ມີ​ຜົນ​ກະທົບ​ເຮັດ​ໃຫ້​ສິ້ນ​ເປືອງ​ເວລາ, ​ເສຍ​ງົບປະມານ ​ແລະ ​ເສຍ​ຄວາມ​ຮູ້ສຶກ​, ຄວາມ​ຕັ້ງ​ໃຈຂອງບຸກຄົນ​ທີ່​ຕັ້ງ​ໃຈ​ເຮັດ​ວຽກ​ໃຫ້​ວຽກງານອອກ​ມາດີ. ທັງ​ນີ້, ​ກະຊວງ​ສຶກສາ​ທິການ ​ໄດ້​ອອກ​ຫົວ​ບົດສອບ​ເສັງ​ຢ່າງ​ປິດ​ລັບ ​ແລະ ​ເຮັດ​ໄດ້​​ດີມາຕະຫຼອດຂອງ​ການ​ຈັດຕັ້ງການສອບ​ເສັງ ຈົນ​ມາ​ເຖິງ​ໄລຍະ​ທ້າຍ​ຂອງ​ການຈັດຕັ້ງປະຕິບັດ​ເມື່ອ​ບັນຫາ​ເກີດ​ຂຶ້ນ ​ເຊິ່ງເປັນ​ສິ່ງ​ທີ່​ບໍ່​ເພີ່ງ​ປາດ​ຖະໜາ. ດັ່ງນັ້ນ, ກະຊວງ​ສຶກສາ​ທິການ ​ແລະ ກິລາ ຈະຫາ​ມາດ​ຕະການ​ໃໝ່ທີ່​ເຂັ້ມງວດ​​ປ້ອງ​ກັນ​ໃນຕໍ່ໜ້າໃນຕໍ່ໜ້າ.

​ຕໍ່ກັບ​ເຫດການ​ດັ່ງກ່າວ ກະຊວງ​ສຶກສາ​ທິກ​ານ ​ແລະ ກິລາ ມີ​ມາດ​ຕະການ​ກັນ​ທີ່​ເຂັ້ມງວດ​ມາ​ໂດຍ​ຕະຫຼອດ, ຄະນະ​ກຳມະການ​ອອກ​ຫົວ​ບົດສອບ​ເສັງ​ຈະ​ໄດ້​ເຂົ້າສູນ​​ໂດຍ​ຕັດຂາດ​ຈາກ​ພາຍນອກ, ບໍ່​ໃຫ້​ໃຊ້​ເຄື່ອງ​ຊື່​ສານ​ຕ່າງໆ, ຄົນ​ເຂົ້າອອກ​ພາຍ​ນອກ ພາຍ​ໃນ​ກໍ່ບໍ່​ໄດ້ ​ແລ​ະ ການ​ນຳ​ສົ່ງ​ຫົວ​ບົດສອບ​ເສັງ​ ກໍ່​ໄດ້​ເອົາ​ລົດ​ຂອງ​ກະຊວງ​ສຶກສາ​ທິການ ​ແລະ ກິລາຈັດ​ສົ່ງ​ແຕ່ລະ​ແຂວງ​ທົ່ວ​ປະ​ເທດ ​ເພື່ອ​ຈັດຕັ້ງປະຕິບັດ​ການ​ສອບ​ເສັງ, ​​​ແຕ່ວ່າ​ມີ​ຊ່ອງ​ວ່າງ​ແນວ​ໃດ, ມີ​ການ​ເກີດ​ຂຶ້ນ​ໄດ້​ແນວ​ໃດ, ກະຊວງ​ສຶກສາ​ທິການ ​ແລະ ກິລາ ຈະ​ສືບຕໍ່ສືບສວນ​ຄືນ​ໃໝ່, ພ້ອມທັງ​ຊອກ​ຫາ​ວິທີ​ປ້ອງກັນ​ໃໝ່ມີ​ມາດຕະການ​ທີ່​ຮັດ​ກຸມ​ກວ່າ​ເກົ່າ. ພ້ອມ​ດຽວກັນນັ້ນ ທັງ​ເຈົ້າໜ້າທີ່​, ອຳນາດ​ການ​ປົກ​ຄອງ​ທຸກ​ແຂວງ​ມີ​ສ່ວນ​ຮ່ວມ​ນຳ​ກັນ ​ເພື່ອ​​ເຮັດໃຫ້ການ​ສອບ​ເສັງດຳ​ເນີນ​ໄປ​ດ້ວຍ​ດີ.

​​ໂດຍ: ສາວ​ໄຊ​ຍະ

 

ບົດຄວາມຫຼ້າສຸດ

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...

ກຳປູເຈຍ ເປີດນຳໃຊ້ສະໜາມບິນສາກົນເຕໂຊ ຢ່າງເປັນທາງການແລ້ວ

ເປີດນຳໃຊ້ຢ່າງເປັນທາງການແລ້ວ ສະໜາມບິນສາກົນເຕໂຊ ຂອງປະເທດກຳປູເຈຍ ມູນຄ່າ 1.5 ພັນລ້ານໂດລາ ພ້ອມກ້າວໜ້າສູ່ການເປັນສູນກາງການບິນ ແລະ ໂລຈິດຕິກແຫ່ງໃໝ່ຂອງໂລກ. ສຳນັກຂ່າວຕ່າງປະເທດລາຍາງນໃນວັນທີ 9 ກັນຍາ 2025 ນີ້, ກຳປູເຈຍໄດ້ມີການເປີດນຳໃຊ້ສະໜາມບິນສາກົນເຕໂຊ...