Homeຂ່າວຕ່າງປະເທດຊາວເກຣັກແຫ່ຖອນເງິນອອກທະນາຄານແລ້ວ 1,3 ຕື້ເອີໂຣ ຜົນພິດວິກິດການໜີ້ພາກລັດ!

ຊາວເກຣັກແຫ່ຖອນເງິນອອກທະນາຄານແລ້ວ 1,3 ຕື້ເອີໂຣ ຜົນພິດວິກິດການໜີ້ພາກລັດ!

Published on

628081-01

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 29 ມິຖຸນານີ້ວ່າ ປະຊາຊົນຊາວເກຣັກ ໄດ້ເກີດຄວາມແຕກຕື່ນພາກັນໄປຖອນເງິນຈາກຕູ້ເອທີເອັມຢ່າງແຜ່ຫລາຍ ນັບຕັ້ງແຕ່ນາຍົກລັດຖະມົນຕີ ອະເລັກຊິດ ຊີປຣາດ ປະກາດວ່າ ລັດຖະສະພາມີມະຕິເຫັນດີໃຫ້ມີການລົງປະຊາມະຕິ ກ່ຽວກັບໂຄງການຟື້ນຟູເສດຖະກິດ ເນື່ອງຈາກເກຣັກບໍ່ສາມາດບັນລຸຂໍ້ຕົກລົງກັບບັນດາປະເທດເຈົ້າໜີ້ໄດ້ ໂດຍ ທ່ານ ສະຕາຟຣອດ ໂຄຄອດ ປະທານສະຫະພັນກຳມະບານທະນາຄານ ໄດ້ເປີດເຜີຍວ່າ ນັບຕັ້ງແຕ່ມື້ວັນເສົາ (27 ມິຖຸນາ) ມີເງິນສົດຖືກຖອນອອກໄປແລ້ວ ປະມານ 1,3 ຕື້ເອີໂຣ ໂດຍແຫລ່ງຂ່າວເປີດເຜີຍວ່າ ທົ່ວປະເທດມີຕູ້ເອທີເອັມຢູ່ພຽງແຕ່ 40% ໃຫ້ສາມາດຖອນເງິນສົດອອກໄດ້ ເນື່ອງຈາກມີເງິນຖືກຖອນອອກໄປຫລາຍ  ເຮັດໃຫ້ພະນັກງານທະນາຄານໄປຕື່ມເງິນເຂົ້າບໍ່ທັນກັບຄວາມຕ້ອງການຂອງປະຊາຊົນ.

 

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...