spot_img
Homeຂ່າວຕ່າງປະເທດຜູ້ເສຍຊີວິດຈາກພະຍາດ MERS ຢູ່ເກົາຫລີໃຕ້ ເພີ່ມຂຶ້ນເປັນ 32 ຄົນ ແລ້ວ!

ຜູ້ເສຍຊີວິດຈາກພະຍາດ MERS ຢູ່ເກົາຫລີໃຕ້ ເພີ່ມຂຶ້ນເປັນ 32 ຄົນ ແລ້ວ!

Published on

628076-01

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 29 ມິຖຸນານີ້ວ່າ ເກົາຫລີໃຕ້ເປີດເຜີຍມີຜູ້ເສຍຊີວິດເພີ່ມອີກ 1 ຄົນ ຈາກການຕິດເຊື້ອພະຍາດ MERS ໂດຍຄົນລ່າສຸດເປັນຄົນເຈັບອາຍຸ 55 ປີ ສົ່ງຜົນເຮັດໃຫ້ຈຳນວນຜູ້ເສຍຊີວິດຈາກເຊື້ອໄວຣັດດັ່ງກ່າວໃນເກົາຫລີໃຕ້ ມີທັງໝົດ 32 ຄົນ ໃນຂະນະທີ່ຈຳນວນຄົນຕິດເຊື້ອທັງໝົດມີ 182 ຄົນ ໃນນັ້ນ 59 ຄົນ ຍັງຢູ່ໃນການເບິ່ງແຍ່ງຢ່າງໃກ້ຊິດຂອງເຈົ້າໜ້າທີ່ສາທາລະນະສຸກຕາມໂຮງໝໍຕ່າງໆ ແລະ ນັບຕັ້ງແຕ່ມີການປະກາດການລະບາດຂອງພະຍາດ MERS ແຕ່ວັນທີ 20 ພຶດສະພາເປັນຕົ້ນມາ ເຈົ້າໜ້າທີ່ເກົາຫລີໃຕ້ ໄດ້ມີການກັກຕົວຜູ້ຕ້ອງສົງໄສຕິດເຊື້ອຢ່າງຕໍ່ເນື່ອງ ຫລາຍກ່ວາ 15,500​ ຄົນ ໂດຍແຕ່ລະຄົນໄດ້ຖືກທະຍອຍປ່ອຍຕົວໃນເວລາຕໍ່ມາ ຫລັງຈາກທີ່ພົບວ່າບໍ່ມີການຕິດເຊື້ອ.

 

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...