Homeຂ່າວການສຶກສານັກຮຽນລາວ ຄວ້າຫຼຽນຄຳທີ່ສິງກະໂປ

ນັກຮຽນລາວ ຄວ້າຫຼຽນຄຳທີ່ສິງກະໂປ

Published on

ນັກຮຽນລາວຍາດໄດ້ຫຼຽນຄຳ ທີ່ສິງກະໂປ ໃນງານ ການແຂ່ງຂັນວິສະວະກຳຄະນິດສາດ ອາຊີ 2015 (Asia Math Engineering Competion 2015)

ພາຍໃນງານໄດ້ມີນັກຮຽນຈາກ 3 ປະເທດເຂົ້າຮ່ວມການແຂ່ງຂັນ ຄື ລາວ, ສິງກະໂປ ແລະອິນໂດເນເຊຍ ຜົນການແຂ່ງຂັນ ນັກຮຽນລາວຍາດໄດ້ທີ 1 ນັ້ນຄື ນັກຮຽນຈາກ ໂຮງຮຽນນານາຊາດ ສອງພາສາ ແສງດາລາ. ເຊິ່ງລາຍຊື່ຜູ້ໄດ້ຮັບລາງວັນຈາກການແຂ່ງຂັນປະກອບມີ:
ຫຼຽນຄຳມີ: ທ້າວ ອານຸສັກ ຈ່ອງ, ທ້າວ ວິໄຊ ສຸກສົມບູນ, ທ້າວ ພັດທະນາໄຊ ສຸກສົມບູນ ແລະທ້າວ ເຈສັນ ຫຼິວ.
ຫຼຽນທອງແດງມີ: ນາງ ມາລິສາ ແສງດາລາ, ນາງ ພິມມະສອນ ວົງສາລີ, ທ້າວ ວິທະຍາ ພິລາພັນເດດ ແລະທ້າວ ເຊັນຕິງ ເຊນ

10156120_939151486106797_3714637249809848258_n 11052517_939150856106860_392664555942627758_n 11074098_939151182773494_8569301768451249113_n

 

ຂອບໃຈຂ່າວຈາກ: ວາລະສານມະຫາຊົນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...