spot_img
Homeຂ່າວພາຍ​ໃນຊ່າວ່າຍານ UFO ຕົກລົງຈາກທ້ອງຟ້າ ເມືອງເຊໂປນ

ຊ່າວ່າຍານ UFO ຕົກລົງຈາກທ້ອງຟ້າ ເມືອງເຊໂປນ

Published on

ອີງຕາມການລາຍງານຂ່າວຈາກ ສື່ສັງຄົມອອນລາຍຕອນແລງມື້ນີ ວັນທີ 26 ມິຖຸນາ 2015 ເວລາ 13:45 ນາທີ ໄດ້ມີສຽງດັງລະເບີດແຕກຢູ່ເທິ່ງຟ້າທົ່ວ ເມືອງເຊໂປນ ແຂວງສະຫວັນນະເຂດ ແລະອີກ 15 ນາທີ, ໄດ້ມີສິ້ນສ່ວນບາງຢ່າງ ທີ່ມີລັກສະນະເປັນແຜ່ນໂລຫະ ຄ້າຍຄືສ່ວນປະກອບຂອງເຄື່ອງຈັກ ບາງຊິ້ນສ່ວນມີລັກສະນະເປັນແຂ້ວ ຕົກລົງມາທາງຫຼັງເຮືອນປະຊາຊົນ ທີ່ບ້ານເມືອງແສນແລະບ້ານແກ້ງກີ ເມືອງເຊໂປນ ແຂວງສະຫວັນນະເຂດ ເຊິ່ງລະຫວ່າງບ້ານເມືອງແສນ ແລະບ້ານແກ້ງກີໄກກັນທາງນ້ຳແມ່ນປະມານ 10 ກິໂລແມັດ ຫຼືຖ້າໄປທາງລົດແມ່ນໄກກັນ 25 ກິໂລແມັດ. ເຫດການດັ່ງກ່າວ ສ້າງຄວາມງຸນງົງແກ່ປະຊາຊົນ ບ້າງກໍວ່າອາດຈະເປັນຍານອະວະກາດ ບ້າງກໍວ່າເປັນຍານຂອງມະນຸດຕ່າງດາວ (UFO). ສ່ວນຂໍ້ມູນຄວາມຈິງແທ້ໆ ເຈົ້າໜ້າທີ່ທາງການແຂວງສະຫວັນນະເຂດ ກໍຍັງບໍ່ສາມາດໃຫ້ຄຳຕອບໄດ້ວ່າແມ່ນຫຍັງ ກັນແທ້ ແລະກຳລັງສຶກສາຄົ້ນຄວ້າຢູ່ວ່າ ແມ່ນຫຍັງກັນແທ້.
11426468_1645974008966031_1590539264_n 11641954_1645741548989277_1352858597_o 11650571_1645941722302593_1725428757_n 11650612_1645941732302592_1897158644_n 11650628_1645741058989326_215878805_n 11651011_1645974012299364_1108242506_n 11651323_1645941718969260_1982963688_n 11652154_1645741162322649_1347088364_n 11653369_1645941725635926_397519196_n

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...