Homeຂ່າວເຫດການກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 9 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 1-21 ກໍລະກົດ​ນີ້

ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 9 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 1-21 ກໍລະກົດ​ນີ້

Published on

somphaeng

​​ໃນ​ວັນ​ທີ 26 ມິຖຸນາ​ນີ້, ທ່ານ ສົມ​ພັນ ​ແພງ​ຄຳ​ມີ ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ​ໄດ້​ຖະ​ແຫລ​ງຂ່າວ​ຕໍ່​ສື່​ມວນ​ຊົນ​ວ່າ: ກອງ​ປະຊຸມ​ສະ​ໄໝ​ສາມັນ ​ເທື່ອ​ທີ 9 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII ​ຈະ​ໄດ້​ຈັດ​ຂຶ້ນ​ໃນ​​ວັນ​ທີ 1-21 ກໍລະກົດ 2015 ນີ້, ຢູ່ຫໍ​ປະຊຸມ​ແຫ່ງ​ຊາດ ນະຄອນຫລວງ​ວຽງຈັນ ​ເພື່ອ​ຮັບ​ຟັງ​ການລາຍ​ງານ​ຂອງລັດຖະ ບານກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ, ​ແຜນ​ງົບປະມານ​ແຫ່ງ​ລັດ ​ແລະ ນະ​ໂຍບາຍ​ເງິນຕາ​ປະຈຳ​ສົກ​ປີ 2014-2015 ​ແລະ ທິດ​ທາງ​ແຜນການ​ສົກ 2015-2016, ພ້ອມ​ນີ້ ຍັງ​ຈະ​ໄດ້​ພິຈາລະນາການສະ​ເໜີ​ແຕ່ງ​ຕັ້ງ ສະມາຊິກ​ລັດ ຖະບານ​ໃໝ່​ຈຳນວນ​ໜຶ່ງ ຕາມ​ການສະ​ເໜີ​ຂອງ​ນາຍົກລັດຖະມົນຕີ ​ແລະ ຮັບຟັງ​​ລາຍ​ງານ​ກ່ຽວກັບ​ການ​ເຄື່ອນ​ໄຫວ​ວຽກ​ງານ​ຂອງ​ອົງການ​ກວດ​ສອບ​ແຫ່ງ​ລັດ ປະຈຳ​ປີ 2014-2015 ​ແລະ ທິດ​ທາງ​ແຜນການ​ປະຈຳ​ສົກ​ປີ 2015-2016, ຜົນ​ການກວດ​ສອບ​ຄືນ​ຕາມ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ຮັບ​ຟັງ​ລາຍ​ງານຂອງ​

ອົງການ​ກວດກາ​ລັດຖະບານ ກ່ຽວ​ກັບ​ການ​ຕິດຕາມ​ກວດກາ​ຜົນ​ການກວດ​ສອບ​ຕາມ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ, ຮັບ​ຟັງ​ລາຍງານຂອງ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ, ສານ​ປະຊາຊົນ​ສູງ​ສຸດ ​ແລະ ສະພາ​ແຫ່ງ​ຊາດ ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ວຽກ​ງານ ປະຈຳ​ສົກ​ປີ 2014-2015 ​ແລະ ທິດ​ທາງ​ແຜນການ 2015-2016 ​ທາ​ບທາມ ​ແລະ ພິຈາລະນາ ການສະ​ເໜີ​ຮ່າງ​ກົດໝາຍ​ໃໝ່, ຮ່າງ​ກົດໝາຍ​ສະ​ບັບປັບປຸງ ຈຳນວນ 6 ສະບັບ ໃນ​ນັ້ນ​ມີກົດ​ໝາຍ​ສ້າງ​ໃໝ່ 2 ສະບັບ​ຄື: ກົດໝາຍ​ວ່າ​ດ້ວຍ​ການ​ຕ້ານ​ອາ​ຊະ​ຍາ​ກຳ​ທາງ​ລະບົບ​ຄອມ​ພິວ​ເຕີ້ ​ແລະ ກົດໝາຍ​ວ່າ​ດ້ວຍ​ການ​ແຂ່ງຂັນ​ທາງ​ທຸລະ​ກິດ; ຮ່າງ​ກົດໝາຍ​ປັບປຸງ 1 ສະບັບ​ຄື: ກົດໝາຍ​ວ່າ​ດ້ວຍ​ການ​ສຶກສາ ​ແລະ ທາ​ບທາມ​ຮ່າງ​ກົດໝາຍ 3 ສະບັບ​ຄື: ກົດໝາຍ​ວ່າ​ດ້ວຍ​ສະພາ​ແຫ່ງ​ຊາດ ສະບັບ​ປັບປຸງ, ກົດໝາຍວ່າ​ດ້ວຍ​ສະພາ​ປະຊາຊົນ​ທ້ອງ​ຖິ່ນ ສ້າງ​ໃໝ່ ​ແລະ ກົດໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທ້ອງ​ຖິ່ນ​ ສະບັບ​ປັບປຸງ ​ແລະ ພິຈາລະນາ​ບັນຫາ​ສຳຄັນ​ອື່ນໆອີກ​ຈຳນວນ​ໜຶ່ງ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...