Homeຂ່າວຕ່າງປະເທດກຸ່ມລັດອິດສະລາມ ບຸກໂຈມຕີເມືອງໂຄບານີອີກຮອບ ມີຜູ້ເສຍຊີວິດແລ້ວ 12 ຄົນ!

ກຸ່ມລັດອິດສະລາມ ບຸກໂຈມຕີເມືອງໂຄບານີອີກຮອບ ມີຜູ້ເສຍຊີວິດແລ້ວ 12 ຄົນ!

Published on

EyWwB5WU57MYnKOuXxvEpQ6YlmznbRQgX37N78FSXxrqYnSA8BbV54

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 26 ມິຖຸນານີ້ວ່າ ກຸ່ມຕິດອາວຸດລັດອິດສະລາມ ຫລື ໄອເອັສ ໄດ້ເປີດສາກບຸກໂຈມຕີເມືອງ 2 ແຫ່ງ ທາງພາກເໜືອຂອງປະເທດຊີເຣຍ ໂດຍສາມາດບຸກຄືບເຂົ້າໄປໃນເມືອງໂຄບານີ ເມືອງໃຫຍ່ທີ່ຕິດກັບຊາຍແດນຂອງປະເທດຕຸຣະກີ ເຊິ່ງພວກເຂົາເຄີຍບຸກຍຶດມາກ່ອນໃນໄລຍະຕົ້ນປີນີ້ ພ້ອມທັງຍັງສາມາດຍຶດພື້ນທີ່ທາງສ່ວນຂອງເມືອງຮາຊາກາ ທາງພາກຕາເວັນອອກສຽງເໜືອຂອງຊີເຣຍ ໄວ້ໄດ້ອີກດ້ວຍ.

ການບຸກໂຈມຕີໃນຄັ້ງນີ້ ກຸ່ມນັກຮົບລັດອິດສະລາມຫລາຍສິບຄົນ ໄດ້ບຸກເຂົ້າໂຈມຕີເມືອງໂຄບານີຈາກ 3 ທິດທາງ ນັບຕັ້ງແຕ່ຕອນເຊົ້າຂອງວັນພະຫັດເປັນຕົ້ນມາ ແລະ ສາມາດຍຶດພື້ນທີ່ຂອງເມືອງໄດ້ແລ້ວຫລາຍຈຸດ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 12 ຄົນ.

ທັງນີ້ ກອງກຳລັງຂອງຝ່າຍລັດຖະບານຊີເຣຍ ໄດ້ຮຽກຮ້ອງໃຫ້ປະຊາຊົນໃນເມືອງໂຄບານີ ໃຫ້ຫລົບລີ້ຢູ່ແຕ່ໃນເຮືອນ ໂດຍໃນຂະນະນີ້ພວກເຂົາກຳລັງສົ່ງກຳລັງເສີມ ເຂົ້າໄປເພື່ອປົກປ້ອງເມືອງໂຄບານີແລ້ວ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...