Homeຂ່າວພາຍ​ໃນລາວຄາດວ່າການ​ລົງທຶຂອງບໍລິສັດເອກະຊົນຈີນ​ຈະ​ເພີ່​ມຂຶ້ນເປັນຫຼາຍກວ່າ 7 ຕື້ໂດລາໃນປີ 2015

ລາວຄາດວ່າການ​ລົງທຶຂອງບໍລິສັດເອກະຊົນຈີນ​ຈະ​ເພີ່​ມຂຶ້ນເປັນຫຼາຍກວ່າ 7 ຕື້ໂດລາໃນປີ 2015

Published on

ທາງ​ການ​ລາວ ຄາດໝາຍ​ວ່າ ການ​ລົງທຶນ​ຂອງ​ບັນດາ​ບໍລິສັດ​ເອກະ​ຊົນ​ຈີນ ​ໃນ​ລາວ​ ຈະ​ມີ​ມູນ​ຄ່າ​ເພີ່​ມຂຶ້ນ ​ເປັນ​ຫຼາຍກວ່າ 7,000 ລ້ານ​ໂດ​ລາ ​ໃນ​ປີ 2015 ນີ້ ສ່ວນ​ການ​ຄ້າ​ສອງ​ຝ່າຍກໍ​ຈະ​ມີ​ມູນ​ຄ່າ​ຫຼາຍກວ່າ 4,000 ລ້ານໂດ​ລາ.

42675F0E-BA8B-4A98-8E8C-8E609B7515B1_mw1024_s_n

ກອງ​ປະຊຸມ​ຄະນະ​ກຳມາ​ທິການ​ຮ່ວມ​ມື​ດ້ານ​ເສດຖະກິດ ການ​ຄ້າ ​ແລະ ​ເທັກ​ນິກ ລະຫວ່າງ​ລາວ​ກັບ​ຈີນ ຄັ້ງທີ 7 ທີ່​ຈັດ​ຂຶ້ນຢູ່​ນະຄອນຫຼວງວຽງ​ຈັນ ​ໃນ​ທ້າຍ​ເດືອນ​ພຶດສະພາ​ທີ່​ຜ່ານ​ມາ​ໄດ້​ສິ້ນ​ສຸດ​ລົງ​ດ້ວຍ​ການ​ທີ່ ທັງ​ສອງ​ຝ່າຍ​ໄດ້​ຕົກລົງ ທີ່​ຈະ​ເສີມ​ຂະຫຍາຍ​ການ​ຮ່ວມ​ມື​ທາງເສດຖະກິດ​ລະຫວ່າງ​ກັນ ຢ່າງ​ໃກ້ຊິດ ​ແລະ ຮອບດ້ານ ​ໂດຍ​ຈະ​ຮ່ວມ​ກັນ​ສ້າງ​ແຜນແມ່​ບົດວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ແລະ​ ເທັກ​ນິກສະບັບ​ໃໝ່ ​ໃຫ້​ແລ້ວ​ສຳເລັດພາຍ​ໃນ​ປີ2015 ນີ້ ​ເພື່ອ​ທີ່​ວ່າ ຈະ​ໄດ້​ນຳ​ໃຊ້​ເປັນ​ແຜນ​ປະຕິບັດ​ ການ​ຮ່ວມ​ມື ລະຫວ່າງ​ກັນ​ໃນ​ຊ່ວງ​ປີ2016 ຫາ 2020 ຕໍ່​ໄປ.

​ໂດຍ​ກອງ​ປະຊຸມ​ຄັ້ງນີ້ ຍັງ​ໄດ້​ສະ​ເໜີ​ລາຍ​ງານ​ດ້ວຍວ່າ ​ໃນ​ປີ 2014 ທີ່​ຜ່ານ​ມາ ການ​ຄ້າ​ລະຫວ່າ​ງລາວກັບ​ຈີນ ​ໄດ້​ຂະຫຍາຍຕົວ​ເພີ້​ມຂຶ້ນ​ເຖິງ 31 ​ເປີ​ເຊັນ ຖ້າທຽບ​ໃສ່​ປີ 2013 ດ້ວຍ​ມູນ​ຄ່າ​ການ​ຄ້າ​ລວມ​ເຖິງ 3,610 ລ້ານ​ໂດລາ, ເຊີ່ງ​ໃນ​ນີ້​ ​ແບ່ງ​ເປັນ​ການ​ສົ່ງ​ອອກ​ສິນຄ້າ​ຂອງ​ລາວ ​ໄປ​ຈີ​ນ ໃນ​ມູນ​ຄ່າ​ 1,770 ລ້ານ​ໂດ​ລາ ​ເພີ້​ມຂຶ້ນ 27 ​ເປີ​ເຊັນ ທຽບ​ກັບ​ປີ 2013 ​ແລະ ລາວ​ນຳ​ເຂົ້າສິນຄ້າ​ຈາກ​ຈີນ ​ໃນ​ມູນ​ຄ່າ 1,840 ລ້ານ​ໂດ​ລາ ​ເພີ່​ມຂຶ້ນ 7 ​ເປີ​ເຊັນທຽບ​ໃສ່​ປີ 2013 ຊຶ່ງ​ກໍ​ເຮັດ​ໃຫ້​ຄາດໝາຍ​ວ່າ ການຄ້າ​ລາວ-ຈີນ ຈະ​ມີ​ມູນ​ຄ່າ​ຫຼາຍກວ່າ4,000 ລ້ານ​ໂດ​ລາ ​ໃນ​ປີ 2015 ນີ້​ອີກ​ດ້ວຍ.

ສ່ວນ​ການ​ລົງທຶນ​ຂອງ​ບັນດາ​ ບໍລິສັດ​ເອກະ​ຊົນ​ຈີນ​ໃນ​ລາວ​ທັງ​ໃນ​ສ່ວນ ທີ່​ເປັນ​ການ​ລົງທຶນ​ຂອງ​ຈີນ 100 ​ເປີ​ເຊັນ ​ແລະ ​ຮ່ວມທຶນ​ກັບ​ເອກະ​ຊົນລາວ​ນັ້ນ ກໍ​ມີ​ຢູ່​ເຖິງ 758 ​ໂຄງການ, ​ໂດຍ​ມີ​ມູນ​ຄ່າ ກາ​ນລົງທຶນ​ຮ່ວມ​ກັນ ຫຼາຍກວ່າ 6,600 ລ້ານ​ໂດ​ລາ​ເມື່ອ​ທ້າຍ​ປີ 2014, ເຊີ່ງ​ກໍ​ເຮັດ​ໃຫ້​ທາງ​ການ​ລາວ ຄາດໝາຍ​ວ່າການ​ລົງທຶນ​ຂອງ​ຈີນ ​ໃນ​ລາວ​ຈະ​ມີ​ມູນ​ຄ່າ​ລວມ​ຫຼາຍກວ່າ 7,000 ລ້ານ​ໂດ​ລາ​ໃນ​ປີ 2015 ນີ້ຢ່າງ​ແນ່ນອນ ​ເນື່ອງ​ຈາກ​ວ່າ ​ໃນ​ໄລຍະ ​3 ​ເດືອນ​ທຳ​ອິດ​ກໍຄື​ ເດືອນ​ມັງກອນ ​ເຖິງ​ເດືອນ​ມີນາ ທີ່​ຜ່ານ​ມາ​ນີ້ ການ​ລົງທຶນ​ຂອງ​ບໍລິ​ສັດ​ເອກະ​ຊົນ​ຈີນ ​ຢູ່​ໃນ​ລາວ​ກໍ​ໄດ້​ເພີ່​ມຂຶ້ນອີກ​ ໃນມູນ​ຄ່າ 139 ລ້ານ​ໂດລາ ທີ່​ເປັນ​ການ​ລົງທຶນ ​ໃນ​ພາກ​ພະລັງງານ ​ແລະ​ຂຸດ​ຄົ້ນ​ແຮ່​ທາດ.

D3954675-5462-402F-AF2A-367D2D65A2A1_w640_r1_s

ແຕ່​ເຖິງຢ່າງ​ໃດ​ກໍ​ຕາມ ສຳ​ຫລັບ​ໃນ​ດ້ານ​ການ​ຄ້ານັ້ນ ລາວ​ກໍ​ຍັງ​ເປັນ​ຝ່າຍ​ທີ່​ຂາດ​ດຸນ​ການ​ຄ້າ​ຕ່າງປະ​ເທດ ມາ​ໂດຍ​ຕະຫລອດ ​ໂດຍ​ກະຊວງ​ອຸດສາຫະກຳ ​ແລະ​ການ​ຄ້າ ລາຍ​ງານ​ວ່າ ​ໃນ​ໄລຍະ 6 ​ເດືອນ​ທຳ​ອິດ​ຂອງ​ແຜນການ​ປີ 2014 ຫາ 2015 ກໍ​ຄື​ນັບ​ແຕ່​ເດືອນ​ຕຸລາ2014 ​ເຖິງ​ເດືອນ​ມີນາ 2015 ນີ້ ການ​ຄ້າ​ຕ່າງປະ​ເທດ​ຂອງ​ລາວ ມີ​ມູນ​ຄ່າ​ລວມ 4,220 ລ້ານ​ໂດ​ລາ ​ໂດຍ​ແບ່ງ​ເປັນ​ການ​ສົ່ງ​ອອກໃນ​ມູນ​ຄ່າ 1,790 ລ້ານໂດລາ ​ແລະ​ ນຳ​ເຂົ້າສິນຄ້າ​ຈາກ​ຕ່າງປະ​ເທດ ​ໃນ​ມູນ​ຄ່າ 2,430 ລ້ານ​ໂດ​ລາ​ ຄິດ​ເປັນ 51.8 ​ເປີ​ເຊັນ ຂອງ​ແຜນການ​ປີ ​ແລະ ​ເພີ່​ມຂຶ້ນ​ເຖິງ 22.9 ​ເປີ​ເຊັນ ທຽບ​ໃສ່​ແຜນການ​ປີ 2013 ຫາ 2014 ທີ່​
ຜ່ານ​ມາ.

ສຳ​ຫລັບ​ໃນ​ໄລຍະ​ແຜນການ​ປະຈຳ​ປີ 2014 ຫາ 2015 ນີ້ ທາງການລາວ ໄດ້ວາງຄາດໝາຍ ການຄ້າຕ່າງປະເທດໄວ້ ໃນມູນຄ່າລວມເຖິງ 8,868 ລ້ານໂດລາ ເຊີ່ງແບ່ງເປັນການ ສົ່ງອອກສິນຄ້າ ໄປຕ່າງປະເທດ ໃຫ້ໄດ້ໃນມູນຄ່າລວມ ບໍ່ຫນ້ອຍກວ່າ 4,168 ລ້ານໂດລາ ແລະ ຄວບຄຸມການນຳເຂົ້າ ສິນຄ້າຈາກຕ່າງປະເທດ ໃຫ້ຢູ່ໃນ ມູນຄ່າລວມບໍ່ເກີນ 4,700 ລ້ານໂດລາ ເພື່ອເຮັດໃຫ້ລາວ ຂາດດຸນການຄ້າ ຕ່າງປະເທດ ບໍ່ເກີນ 532 ລ້ານໂດລາ.

ແຕ່ເຖິງຢ່າງໃດກໍຕາມ ການທີ່ທາງການລາວ ຈະສາມາດຄວບຄຸມ ການຂາດດຸນການຄ້າຕ່າງປະເທດ ໃຫ້ໄດ້ຕາມແຜນການດັ່ງກ່າວນີ້ ກໍບໍ່ແມ່ນເລື່ອງງ່າຍ ດັ່ງທີ່ທ່ານພູເພັດ ຄຳພູນວົງ ລັດຖະມົນຕີປະຈຳສຳນັກງານ ນາຍົກລັດຖະມົນຕີລາວ ໄດ້ໃຫ້ການຊີ້ແຈງວ່າ:

“ສັງຄົມເຮົາ ປັດຈຸບັນນີ້ ເອີ້ນວ່າ ເປັນສັງຄົມທຸກຍາກ ແຕ່ກໍເຫັນວ່າ ຢູ່ໃນສັງຄົມເຮົາ ມີການນຳໃຊ້ສິນຄ້າ ແລະ ການບໍລິການທີ່ຫຼູຫຼາ ທີ່ຟຸມເຟືອຍຫຼາຍພໍສົມຄວນ ຄື​ພວກ​ເຮົາ​ເຫັນ​ນຳ​ກັນ​ປະ​ເພ​ດລົດຍົນ​ມີ​ຂາຍ​ຢ່າງຫຼວງຫຼາຍ ​ເປັນ​ລົດ​ທີ່​ມີ​ລາຄາ​ແພ​ງ​ຊຶ່ງ​ວ່າ ບັນດາ​ປະ​ເທດ​ໃກ້​ຄຽງ​ບໍ່​ທັນ​ມີ ບາງທີ​ຢູ່​ບ້ານ​ເຮົາ​ນີ້ ກະ​ມີ​ແລ້ວ ປະ​ເພດ​ເຫຼົ້າບໍ່ ຢາສູບ​ບໍ່ ກະ​ແມ່ນ​ມີ​ຢ່າງຫຼວງຫຼາຍ.”

​ໂດ​ຍລາວ​ໄດ້​ນຳ​ເຂົ້ານ້ຳມັນ​ເຊື້ອ​ໄຟຫຼາຍກວ່າ 900 ລ້ານ​ລິດ​ໃນ​ປີ 2013 ​ແລະ ​ເພີ່​ມຂຶ້ນ​ເປັນ​ເກືອບ​ເຖິງ 1,000 ລ້ານ​ລິດ​ໃນ​ປີ 2014 ​ແລະ​ຄາດ​ວ່າ ຈະ​ນຳ​ເຂົ້າຫຼາຍກວ່າ 1,200 ລ້ານ​ລິດ​ໃນ​ປີ 2015 ນີ້.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...