spot_img
Homeລົດຍົນ-ຍານພາຫະນະSeawolf ເຮືອດຳນ້ຳສຸດໂກ້ສຳລັບຕິດກ້ອງGoProໂດຍສະເພາະ

Seawolf ເຮືອດຳນ້ຳສຸດໂກ້ສຳລັບຕິດກ້ອງGoProໂດຍສະເພາະ

Published on

q300

ຊີ​ວູ​ຟ(Seawolf)ອຸປະກອນ​ດຳ​ນ້ຳ​ສຳລັບ​ຕິດ​ກ້ອງ GoProເພື່ອ​ໃຊ້​ສຳ​ຫລວດ​ສິ່ງ​ຕ່າງໆ ກ້ອງນ້ຳ
ເອີ້ນ​ໄດ້​ວ່າ​ກະ​ແສ​ຂອງ​ອຸປະກອນ​ຕິດ​ກ້ອງ​ແອັກ​ຊັນ​ແຄມ​ກຳ​ລັງ​ໄດ້ຮັບ​ຄວາມ​ນິຍົມ​ສຸດໆ ໃນ​ປະຈຸບັນບໍ່​ວ່າ​ຈະ​ເປັນໂດ​ລນ​ຫລື​ເຄື່ອງ​ບິນ​ຂະໜາດ​ນ້ອຍຈົນ​ເຮັດໃຫ້​ມີ​ຜູ້​ຜະລິດ​ຄົນ​ໜຶ່ງ​ສ້າງ​ອຸປະກອນ​ຕິດ​ກ້ອງ​ຂະໜາດ​ນ້ອຍ​ຂຶ້ນ​ມາ​ເພື່ອ​ໃຊ້​ງານ​ກ້ອງນ້ຳ​ໂດຍ​ສະເພາະເຮົາ​ໄປ​ເບິ່ງ​ກັນ​ເລີຍ​ວ່າ​​ອຸປະກອນ​ໂຕນີ້​ມີ​ໜ້າ​ຕາ​ເປັນ​ຈັ່ງໃດແນ່

ອຸປະກອນ​ໄຮ​ເທັກ​ໂຕ​ນີ້​ມີ​ຊື່​ວ່າ:ຊີ​ວູ​ຟເປັນ​ຜົນ​ງານ​ຂອງ TTRobotix ຜະລິດ​ໂດ​ລນ​ສັນ​ຊາດ​ໄຕ້​​ຫວັນທີ່​ໄດ້ຮັບ​ການ​ອອກ​ແບບ​ໃຫ້​ມີ​ລັກສະນະ​ຄື​ເຮືອ​ດຳ​ນ້ຳ​ຂະໜາດ​ນ້ອຍເຄື່ອນ​ທີ່​ກ້ອງ​ນ້ຳ​ໄດ້​ໄວ​ສຸດ​ທີ່3.3ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງແລະ​ດຳ​ນ້ຳ​ເລິກ​ສຸດ10ແມັດໃຊ້​ງານ​ຕໍ່​ເນື່ອງ​ໄດ້50ນາ​ທີໂດຍ​ມີ​ຊ່ອງ​ຕິດ​ກ້ອງ​ແອັກ​ຊັນ​ແຄມ​ທີ່​ທາງໜ້າ,ຊຶ່ງ​ຮອງ​ຮັບ​ກ້ອງGoProລຸ້ນ HERO3 ແລະ HERO4 ສາມາດ​ເຊື່ອມ​ຕໍ່​ຜ່ານ Wi-Fi ເພື່ອ​ການ​ຄວບ​ຄຸມ​ໄລຍະ​ໄກ ພ້ອມ​ມີ​ຈໍ​ສະແດງ​ຜົນ​ແບບLCDຂະໜາດ8ນິ້ວ​ທີ່​ເບິ່ງເຫັນ​ກ້ອງນ້ຳ​ໄດ້​ຊັດເຈນ​ນອກ​ຈາກ​ນີ້​ຊີ​ວູ​ຟ​ຜະລິດ​ຈາກ​ວັດ​ສະດຸ​ຢ່າງ​ດີເຮັດໃຫ້​ມີ​ນ້ຳ​ໜັກ​ເໜືອ​ນ້ຳ7.7ກິ​ໂລ​ກຣາມແລະ7.9ກິ​ໂລ​ກຣາມເມື່ອ​ຢູ່​ກ້ອງນ້ຳ
ທັງ​ນີ້​ທາງ​ຜູ້​ຜະລິດ​ຈະ​ສ້າງ​​ຊີ​ວູ​ຟ​ອອກ​ມາ2ເວີ​ຊັນ​ນຳກັນໄດ້​ແກ່ລຸ້ນ​ນ້ຳ​ຈືດ​ແລະ​ລຸ້ນ​ນ້ຳ​ທະ​ເລຊຶ່ງ​ຈະ​ພ້ອມ​ວາງ​ຂາຍ​ໃນ​ເດືອນ​ສິງ​ຫາ2015 ໂດ​ຍ​​ລາ​ຄາ​ຂາຍ​ທີ່ 999 ໂດລາ (ປະ​ມານເຈັດລ້ານເກົ້າແສນເຈັດສິບສອງພັນກີບ)

q30_1

 

maxresdefault

 

Manners-Seawolf-GoPro-Submarine-3

 

flseawolf

 

1433833128_gsmarena001

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...