Homeຂ່າວພາຍ​ໃນຍີ່ປຸ່ນ‬ ເອົາຊະນະ ໂຮນລັງ 2-1 ຜ່ານເຂົ້າຮອບ 8 ທີມ ບານເຕະຍິງຊີງແຊ້ມໂລກ

ຍີ່ປຸ່ນ‬ ເອົາຊະນະ ໂຮນລັງ 2-1 ຜ່ານເຂົ້າຮອບ 8 ທີມ ບານເຕະຍິງຊີງແຊ້ມໂລກ

Published on

ການແຂ່ງຂັນບານເຕະຍິງຊີງແຊ້ມໂລກ 2015 ທີ່ປະເທດ ການາດາ ເປັນເຈົ້າພາບ ເມື່ອ ວັນທີ 23 ມິຖຸນາ ຜ່ານມາ ຮອບ 16 ທີມສຸດ ທ້າຍ ລະຫວ່າງທີມຊາດຍີ່ປຸ່ນ ແຊ້ມກຸ່ມ C ທັງ ເປັນແຊ້ມເກົ່າ 1 ໃນ 5 ທີມ ຕົວແທນຈາກ ທະວີບອາຊີ ທີ່ຜ່ານເຂົ້າໄປຫຼິ້ນໃນຮອບສຸດທ້າຍ ພົບກັບ ໂຮນລັງ 1 ໃນ 4 ທີມອັນດັບ 3 ທີ່ມີຄະແນນດີທີ່ສຸດໃນຮອບຄັດເລືອກ.
ຜ່ານການແຂ່ງຂັນປະກົດວ່າ ຍີ່ປຸ່ນ ເປັນຝ່າຍ ເອົາຊະນະ ໂຮນລັງ ໄປໄດ້ຫວຸດຫວິດ 2-1 ປະຕູ. ເກມນີ້, ຍີ່ປຸ່ນ ໄດ້ປະຕູຂຶ້ນນຳໄປກ່ອນ ເຖິງ 2-0 ປະຕູ ຈາກ ຊາໂອຣິ ອະຣິໂຢຊິ ນາທີ 10 ແລະ ມິຊູໂຮ ຊາກາກູຊິ ນາທີ 78 ແຕ່ໃນ ໄລຍະເວລາທົດບາດເຈັບ ໂຮນລັງ ມາໄດ້ປະ ຕູຕີໄຂ່ແຕກ ເປັນ 1-2 ຈາກການຍິງຂອງ ເຄິສ ເທນ ຟານເດີເຟນ. ສົ່ງຜົນໃຫ້ ຍີ່ປຸ່ນ ຜ່ານ ເຂົ້າສູ່ຮອບ 8 ທີມ ປູເສັ້ນທາງສູ່ການປ້ອງກັນແຊ້ມຕໍ່ໄປ.
ສຳລັບໂປຣແກຣມ ໃນຮອບ 8 ທີມ ສຸດທ້າຍ ມີດັ່ງນີ້: ສປ ຈີນ ພົບ ສະຫະລັດອາເມຣິກາ, ເຢຍລະມັນ ພົບ ຝຣັ່ງ, ຍີ່ປຸ່ນ ພົບ ອົດສະຕາລີ ແລະ ອັງກິດ ພົບ ການາດາ ເຊິ່ງຈະແຂ່ງຂັນລະ ຫວ່າງວັນທີ 26-27 ມິຖຸນານີ້.

1897703_1642618572617983_6553514665166861095_n

11403453_1642618565951317_5121022407465091451_n

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...