Homeປະຊາສຳພັນແຈ້ງການ ເປີດກອງ​ປະຊຸມສະ​ໄໝສາມັນ​ເທື່ອ​ທີ 9 ຂອງ​ ສະພາ​ແຫ່ງ​ຊາດ ທີ VII

ແຈ້ງການ ເປີດກອງ​ປະຊຸມສະ​ໄໝສາມັນ​ເທື່ອ​ທີ 9 ຂອງ​ ສະພາ​ແຫ່ງ​ຊາດ ທີ VII

Published on

National_Assembly_of_Laos_4X3

ຂປລ. ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ມີ​ຄວາມ​ຍິນ​ດີ ​ແລະ ຂໍ​ຖື​ເປັນກຽດ ​ແຈ້ງ​ມາ​ຍັງ​ພະນັກງານ, ທະຫານ, ຕຳຫລວດ ​ແລະ ພໍ່​ແມ່​ປະຊາຊົນ​ລາວ​ ບັນດາ​ເຜົ່າ ທົ່ວ​ປະ​ເທດ ຊາບວ່າ: ກອງ​ປະຊຸມ ​ສະ​ໄໝສາມັນ​ເທື່ອ​ທີ 9 ຂອງ​ ສະພາ​ແຫ່ງ​ຊາດ ທີ VII ຈະ​ໄດ້​ຈັດ​ຂຶ້ນ​ ແຕ່​ວັນ​ທີ 1-21 ກໍ​ລະ​ກົດ 2015 ທີ່​ຫໍ​ສະພາ​ແຫ່ງ​ຊາດ, ນະຄອນຫລວງ​ວຽງຈັນ.

ການ ​ດ​ຳ​ເນີ​ນ ກອງ​ປະຊຸມ​ສະ​ໄໝສາ​ມັນ ​ເທີ່ືອທີ 9 ຂອງ​ສະພາ​​ແຫ່ງ​ຊາດ ທີ VII ​ໃນ​ຄັ້ງ​ນີ້ ​ແມ່ນ​ປະຕິບັດ​ຕາມ​ມາດຕາ 57 ຂອງ​ລັດ​ຖະທຳ​ມະນູ​ນ ​ແຫ່ງ​ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ແລະ ມາດຕາ 9 ຂອງ​ກົດໝາຍ ວ່າ​ດ້ວຍ​ສະພາ​ແຫ່ງ​ຊາດ ​ແລະ ປະຕິບັດ​ຕາມ​ມະ​ຕິ​ຕົກລົງ​ ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ສະບັບ​​ເລກທີ 068/ຄປຈ, ລົງ​ວັນ​ທີ 23 ມິຖຸນາ 2015.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...