spot_img
Homeຂ່າວຕ່າງປະເທດຣັດເຊຍກຽມຂະຫຍາຍເວລາ ຫ້າມນຳເຂົ້າອາຫານຈາກຕາເວັນຕົກ ຕອບໂຕ້ການສືບຕໍ່ຂວ້ຳບາດຂອງ EU ຕໍ່ຣັດເຊຍ!

ຣັດເຊຍກຽມຂະຫຍາຍເວລາ ຫ້າມນຳເຂົ້າອາຫານຈາກຕາເວັນຕົກ ຕອບໂຕ້ການສືບຕໍ່ຂວ້ຳບາດຂອງ EU ຕໍ່ຣັດເຊຍ!

Published on

558000007309901

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 22 ມິຖຸນາຜ່ານມານີ້ວ່າ ທາງການຣັດເຊຍ ມີແຜນຂະຫຍາຍມາດຕະການຫ້າມນຳເຂົ້າອາຫານ ຈາກບັນດາປະເທດຕາເວັນຕົກອອກໄປອີກ 6 ເດືອນ ຫລັງຈາກມາດຕະການດັ່ງກ່າວຈະໝົດກຳນົດໃນວັນທີ 8 ສິງຫານີ້ ເພື່ອເປັນການຕອບໂຕ້ ມາດຕະການຂວ້ຳບາດຂອງສະຫະພາບເອີຣົບ ທີ່ໄດ້ພາກັນຕົກລົງຈະຂວ້ຳບາດເສດຖະກິດຕໍ່ຣັດເຊຍໄປອີກ ຈົນເຖິງວັນທີ 31 ມັງກອນ 2016 ດ້ວຍເຫດຜົນທີ່ສືບເນື່ອງມາຈາກວິກິດການໃນປະເທດອູແກຣນ.

ທ່ານ ດິມິທຣີ ເມດເວເດບ ນາຍົກລັດຖະມົນຕີຣັດເຊຍ ໄດ້ສັ່ງໃນກອງປະຊຸມຄະນະລັດຖະບານ ເພື່ອໃຫ້ຄົ້ນຄ້ວາພິຈາລະນາ ຂະຫຍາຍມາດຕະການດັ່ງກ່າວ ແລ້ວນຳສະເໜີໃຫ້ປະທານາທິບໍດີ ປູຕິນ ເປັນຜູ້ອອກຄຳສັ່ງຕາມກົດໝາຍ.

ທັງນີ້ ມາດຕະການດັ່ງກ່າວ ແມ່ນໄດ້ສັ່ງຫ້າມນຳເຂົ້າອາຫານຈາກສະຫະລັດອາເມຣິກາ,​ ສະຫະພາບເອີຣົບ, ອົດສະຕາລີ, ການາດາ ແລະ ນອກແວ ມູນຄ່າກ່ວາ 9 ຕື້ໂດລາສະຫະລັດ ເຊິ່ງໄດ້ຖືກກຳນົດຂຶ້ນເປັນເວລາ 1 ປີ ນັບຕັ້ງແຕ່ວັນທີ 8 ສິງຫາປີ 2014 ເປັນຕົ້ນມາ.

 

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...