spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມສປປ ລາວ ຈັດພິທີສະເຫຼີມສະຫຼອງ ວັນບໍລິຈາກເລືອດໂລກ

ສປປ ລາວ ຈັດພິທີສະເຫຼີມສະຫຼອງ ວັນບໍລິຈາກເລືອດໂລກ

Published on

20150622090443

ອົງການ​ອະນາໄມ​ໂລກ ປະຈຳ ​ສປປ ລາວ ຮ່ວມ​ກັບ​ກະຊວງສາທາລະນະ​ສຸກ ແລະ ອົງການກາແດງ​ລາວ ໄດ້​ຈັດ​ກິດຈະກຳສະເຫຼີມສະຫຼອງ​ວັນ​ຜູ້​ບໍລິຈາກເລືອດ​ໂລກ​ຂຶ້ນ ​ໃນ​ວັນ​ທີ 19 ມິ​ຖຸນາ 2015 ທີ່​ຜ່ານ​ມາ ຢູ່​ສວນ​ສາທາ​ລະນະ​ເຈົ້າ​ອະນຸວົງ ນະຄອນຫຼວງ​ວຽງ​ຈັນ ໂດຍ​ເປັນ​ກຽດ​ເຂົ້າຮ່ວມ​ຂອງ​ທ່ານ ​ສຈ.​ດຣ. ເອກ​ສະຫວ່າງ ວົງ​ວິຈິດ ລັດຖະມົນຕີ​ວ່າການ​ກະຊວງ​ສາ​ທາ​ລະ​ສຸກ ທັງເປັນ​ປະທານ​ຄະນະ​ກຳມະການສົ່ງເສີມ​ການ​ບໍລິຈາກ​ເລືອດ-ສົ່ງເລືອດ ທ່ານ ເລົາ​ລີ ໄຟ​ເພັງ​ຢົວ ປະທານ​ອົງການ​ກາແດງ​ລາວ ທ່ານ ​ຮສ.​ດຣ. ສິງ ເມ​ໂນ​ລາດ ຮອງ​ປະທານ​ອົງການ​ກາແດງລາວ ທ່ານ ​ດຣ. ນາງ ຈູ​ລຽດ ຟາຍ​ເຊີ ຜູ້ຕາງໜ້າ​ອົງການ​ອະນາ​ໄມ​ໂລກ ປະຈຳ ​ສປປ ລາວ ພ້ອມ​ດ້ວຍ ນັກຮຽນ ນັກ​ສຶກ​ສາ ຜູ້ຕາງໜ້າ​ຈາກ​ພາກສ່ວນ​ກ່ຽວຂ້ອງ ແລະ ມວນ​ຊົນ​ເຂົ້າ​ຮ່ວມ.

ທ່ານ​ລັດຖະມົນຕີ​ວ່າການ ກະຊວງ​ສາທາລະນະ​ສຸກ ​ກ່າວ​ວ່າ: ການ​ຈັດ​ກິດຈະກຳ​ໃນ​ຄັ້ງ​ນີ້ ​ເພື່ອຂອບໃຈ​ຜູ້​ບໍລິຈາກ​ເລືອດ ເພື່ອຊ່ວຍ​ຊີວິດ ພ້ອມ​ທັງ​ສົ່ງເສີມການ​ບໍລິຈາກ​ເລືອດແບບ​ສະໝັກ​ໃຈ ແລະ ສ້າງ​ຈິດ​ສຳນຶກ​ໃຫ້ເຫັນ​ເຖິງ​ຄວາມ​ສຳຄັນ ໃນ​ການ​ບໍລິ​ຈາກ​ເລືອດ​ຢ່າງ​ເປັນ​ປົກກະຕິ ພ້ອມ​ນັ້ນ ເພື່ອ​ຮັບປະກັນ​ທາງດ້ານ​ຄຸນະພາບ ຄວາມ​ປອດ​ໄພຂອງ​ຜະລິດ​ຕະ​ພັນ​ເລືອດ ທີ່​ມີ​ໄວ້ສຳລັບ​ຄົນ​ເຈັບ ການ​ສົ່ງ​ເລືອດ ສາມາດ​ຊ່ວຍ​ຊີວິດ​ຄົນ​ເຈັບ​ທີ່​ກຳລັງ​ເຈັບ​ປ່ວຍ​ນັ້ນ​ໃຫ້​ມີ​ຊີວິດ​ຍາວນານ​ ຂຶ້ນ ມັນ​ຊ່ວຍ​ໃຫ້​ຂະ​ບວນການຜ່າຕັດ​ໃຫ້​ຄົນ​ທີ່​ບາດເຈັບ ເນື່ອງ​ຈາກ​ການ​ກະທົບ ແລະ ອຸບັດ​ຕິ​ເຫດ​ຕາມ​ຖະໜົນ ນອກຈາກນີ້ ມັນ​ຍັງ​ມີ​ບົດບາດ​ສຳຄັນ​ໃນການ​ປິ່ນປົວ​ແມ່ ແລະ ເດັກ ໂດຍສະເພາະ ໃນ​ແມ່ຍິງ​ທີ່​ມີ​ອາການແຊກ​ຊ້ອນ​ຈາກ​ການ​ຖືພາ ເດັກນ້ອຍ​ທີ່​ເປັນ​ພະຍາດ​ເລືອດ​ຈາງຮ້າຍ​ແຮງ ແລະ ຜູ້​ຖືກ​ເຄາະ​ຮ້າຍຍ້ອນ​ການ​ກະທົບ​ອື່ນໆ.

ໃນ ​ສປປ ລາວ ອົງການ​ກາແດງ​ລາວ ສູນ​ບໍລິຈາກ​ເລືອດແຫ່ງ​ຊາດ ເປັນ​ຜູ້​ຮັບຜິດຊອບ​ໃນການ​ສະໜອງ​ເລືອດ​ທີ່​ປອດ​ໄພພຽງພໍ ແລະ ທັນ​ເວລາ​ໃຫ້​ລະບົບ​ຕາ​ໜ່າງ​ສາທາລະນະ​ສຸກ ໂດຍ​ການຈັດຕັ້ງ​ປະຕິບັດ​ກິດ​ຈະກຳ​ບໍລິຈາກ​ເລືອດ​ເປັນ​ປົກກະຕິ ຈາກ​ຜູ້​ບໍລິຈາກ​ເລືອດ​ແບບ​ສະໝັກ​ໃຈ ແລະ ກິດຈະກຳ​ອື່ນໆທີ່​ກ່ຽວຂ້ອງ ເຊິ່ງ​ປະກອບ​ມີການກວດກາ​ເລືອດ ການ​ເກັບ​ເອົາເລືອດ ການ​ຮັກສາ ການ​ແຈກຢາຍ ນອກຈາກ​ນັ້ນ ການ​ບໍ​ລິການ​ສົ່ງ​ເລືອດ​ໄດ້​ຮັບ​ການ​ປັບປຸງຢ່າງ​ຕໍ່​ເນື່ອງ ໃນ​ຊຸມ​ປີຜ່ານມາ ການ​ບໍລິຈາກ​ເລືອດ​ໄດ້​ເພີ່ມ​ຂຶ້ນຈາກ 5 ຮ້ອຍ​ຫົວໜ່ວຍ ໃນ​ປີ 1955 ມາ​ເປັນ 35 ພັນ​ຫົວໜ່ວຍ ໃນ​ປີ 2013 ຢ່າງໃດ​ກໍ່​ຕາມ ​ຍັງ​ມີຄວາມ​ຕ້ອງການ​ໃຫ້​ບັນລຸ​ເປົ້າໝາຍ 60 ພັນ​ຫົວໜ່ວຍ ໃນ​ປີ 2020 ພ້ອມ​ນີ້ ທຸກ​ຄົນ​ສາມາດ​ບໍລິ​ຈາກ​ເລືອດ​ໄດ້​ຖ້າວ່າ​ມີ​ສຸ​ຂະພາບ​ແຂງແຮງ ມີ​ຄວາມ​ພ້ອມ ນ້ຳໜັກ 45 ກິ​ໂລ​ຂຶ້ນ​ໄປ ອາຍຸ​ລະຫວ່າງ 17-60 ປີ ປັດຈຸບັນ​ຄວາມຕ້ອງການ​ເລືອດ​ເພື່ອ​ນຳ​ໃຊ້​ເຂົ້າໃນ​ການ​ປິ່ນປົວ​ແມ່ນ 60 ພັນ​ຖົງ ແຕ່​ຄວາມ​ເປັນ​ຈິງ​ບໍ່​ພຽງພໍ ສະນັ້ນ ຈົ່ງ​ຮ່ວມ​ກັນ​ບໍລິຈາກ​ເລືອດ ໃນ​ວັນ​ນີ້ ເພື່ອ​ຈະ​ໄດ້​ມີ​ເລືອດ​ພຽງພໍ​ສຳລັບ​ຜູ້​ທີ່​ຕ້ອງການ ຂອບໃຈ​ທີ່ບໍລິຈາກ​ເລືອດ​ເພື່ອ​ຊ່ວຍ​ຊີວິດ ໃນ​ຕອນ​ທ້າຍ​ພິທີ​ດັ່ງກ່າວ​ ຍັງ​ໄດ້ມອບ​ລາງວັນ​ໃຫ້​ກັບ​ຜູ້​ທີ່​ບໍລິຈາກເລືອດ ແລ້ວ​ຖ່າຍຮູບ​ຕົນ​ເອງ ຫຼື ເປັນ​ກຸ່ມ ຫຼື ປ້າຍ​ໂຄສະນາ ໂພສລົງ​ເຟສ​ບຸກ​ໜ້າ WBDD LAO PDR ແລະ ມີ​ຄົນ​ກົດ “ມັກ” ຫຼາຍ​ທີ່​ສຸດ ເຊິ່ງ​ລາງວັນ​ທີ 1 ປີ້ຍົນ​ໄປ​ກັບນະຄອນຫຼວງ​ວຽງ​ຈັນ-ບາງກອກ 2 ລາງວັນ ລາງວັນ​ທີ 2 ປິ້​ຍົນ​ໄປ​ກັບ​ພາຍ​ໃນ​ປະເທດ 2 ລາງວັນ ລາງວັນ​ທີ 3 ເຄື່ອງພິມຍີ່ຫໍ້​ແຄນ​ນອນ 10 ລາງວັນ ແລະ ລາງວັນ​ທີ 4 ແວ່ນຕາກັນແດດ 2 ລາງວັນ​ອີກ​ດ້ວຍ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...