spot_img
Homeຂ່າວຕ່າງປະເທດຕຳຫລວດກຳປູເຈຍ ຍຶດຢາເສບຕິດໄດ້ຄັ້ງໃຫຍ່ໃນຮອບຫລາຍປີ ລວມມູນຄ່າ 3 ລ້ານກ່ວາໂດລາ!

ຕຳຫລວດກຳປູເຈຍ ຍຶດຢາເສບຕິດໄດ້ຄັ້ງໃຫຍ່ໃນຮອບຫລາຍປີ ລວມມູນຄ່າ 3 ລ້ານກ່ວາໂດລາ!

Published on

558000007265801

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 22 ມິຖຸນານີ້ວ່າ ສາມາດຈັບກຸມຜູ້ຂາຍ ແລະ ຍຶດຢາບ້າ – ເຮໂຣອີນ ນ້ຳໜັກລວມ 55 ກິໂລ ໃນອາທິດທີ່ຜ່ານມາ ເຊິ່ງຖືເປັນການຍຶດຢາເສບຕິດຄັ້ງໃຫຍ່ທີ່ສຸດໃນຮອບຫາຍປີ ໂດຍຜູ້ຕ້ອງສົງໄສທີ່ຖືກຈັບກຸມ ແມ່ນເປັນຊາວຈີນ 2 ຄົນ ແລະ ຍິງຊາວກຳປູເຈຍ 1 ຄົນ ເຊິ່ງຢາເສບຕິດທີ່ສາມາດຍຶດໄດ້ຄັ້ງນີ້ ແມ່ນມາຈາກພື້ນທີ່ສາມຫລ່ຽມຄຳ ໂດຍກຳປູເຈຍແມ່ນເປັນປະເທດປາຍທາງ ເພື່ອສົ່ງຕໍ່ໄປຍັງຕ່າງປະເທດ.

ດ້ານກອງບັນຊາການຕຳຫລວດແຫ່ງຊາດກຳປູເຈຍ ໄດ້ລະບຸວ່າ ຢາເສບຕິດທີ່ຍຶດໄດ້ດັ່ງກ່າວນີ້ ມີມູນຄ່າລວມປະມານ 3 ລ້ານໂດລາສະຫະລັດ ແລະ ເຈົ້າໜ້າທີ່ກໍກຳລັງຕາມລ່າຫາຫົວໂຈກຂະບວນການດັ່ງກ່າວນີ້ທີ່ເປັນຊາວກຳປູເຈຍເອງ ກຳລັງລີ້ຊ່ອນຈາກການຈັບກຸມໃນປັດຈຸບັນ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...