Homeສຸຂະພາບ ແລະ ສີ່ງແວດລ້ອມ ລາວກຽມພ້ອມສະກັດກັ້ນພະຍາດ MERS-CoV ຕັ້ງສາຍດ່ວນ 166 ເພື່ອຕິດຕໍ່ສອບຖາມ

ລາວກຽມພ້ອມສະກັດກັ້ນພະຍາດ MERS-CoV ຕັ້ງສາຍດ່ວນ 166 ເພື່ອຕິດຕໍ່ສອບຖາມ

Published on

mers-cov

ອີງ​ຕາມ​ຂໍ້​ມູນ​ຈາກ​ກົມ​ຄວບຄຸມພະ​ຍາດ​ຕິດຕໍ່ ກະຊວງ​ສາ​ທາລະນະ​ສຸກ ໄດ້​ໃຫ້​ຮູ້​ວ່າ: ພະຍາດ MERS-CoV ເປັນ​ພະຍາດ​ທີ່ສາເຫດ​ມາ​ຈາກ​ໄວ​ຣັດ​ຊະນິດ​ໜຶ່ງ ທີ່​ພົບ​ໃນ​ສັດ​ຫຼາຍ​ຊະນິດ ໂດຍ​ສະເພາະ​ແມ່ນ​ອູດ ແລະ ຄົ້ນ​ພົບ​ຄັ້ງທຳ​ອິດ​ໃນ​ປະເທດ​ຊາ​ອຸ​ດິດ​ອາ​ລາເບຍ​ ໃນ​ປີ 2012 ອາການ​ຂອງ​ພະຍາດ​ດັ່ງກ່າວ​ທີ່​ມັກ​ພົບ​ແມ່ນ​ອາການ​ໄຂ້ ໄອ ແລະ ຫັນ​ໃຈ​ຝືດ ພ້ອມ​ກັນ​ນັ້ນ ຍັງ​ພາໃຫ້​ເກີດ​ປອດອັກເສບ​ຮຸນ​ແຮງ ເຊິ່ງ​ເຮັດ​ໃຫ້​ຄົນເຈັບ​ມີ​ໂອກາດ​ເສຍ​ຊີວິດໃນ 36% ຂອງ​ກໍລະນີ​ທັງ​ໝົດ ພະຍາດ​ດັ່ງກ່າວ​ມີ​ໂອກາດ​ຕິດ​ຈາກການ​ໃກ້ຊິດ​ກັບ​ຄົນ​ຜູ້​ທີ່​ຕິດເຊື້ອ ເຊັ່ນ: ຜູ້​ທີ່​ເບິ່ງແຍງ ຫຼື ຢູ່​ຮ່ວມ​ກັນກັບ​ຄົນ​ເຈັບ ປັດຈຸບັນ ຍັງ​ບໍ່​ທັນມີ​ວັກ​ຊິນ ຫຼື ຢາ​ຊະນິດ​ໃດ ເພື່ອມາ​ປິ່ນປົວ ຫຼື ກັນ​ພະຍາດ​ດັ່ງກ່າວ ດັ່ງນັ້ນ ມາດ​ຕະການ​ພື້ນຖານ​ສາມາດ​ປ້ອງ​ກັນ​ກັບ​ການຕິດເຊື້ອ​ໄດ້ ເຊັ່ນ: ການ​ຮັກສາ​ອະນາ​ໄມ​ເປັນ​ປະຈຳ ໂດຍ​ສະເພາະການ​ລ້າງ​ມື ແລະ ນຳ​ໃຊ້​ຜ້າ​ອັດປາກ​ເວລາ​ໄອ-ຈາມ ຖ້າ​ບໍ່​ຈຳເປັນ​ຄວນ​ຫຼີກ​ລ່ຽງ​ການ​ເດີນທາງໄປ​ປະເທດ​ທີ່​ກຳລັງ​ລະບາດ​ ຂອງພະຍາດ MERS-CoV.

ໃນ​ຕົ້ນ​ເດືອນ​ມິຖຸນາ 2015 ຜ່ານ​ມາ​ນີ້ ອົງການ​ອະນາໄມໂລກ ໄດ້​ລາຍ​ງານ​ວ່າ​ມີ​ຜູ້​ຕິດເຊື້ອ MERS-CoV ທັງ​ໝົດ 1.179 ຄົນ ໃນ 25 ປະເທດ​ທົ່ວ​ໂລກ ແລະ ມີ​ຜູ້​ເສຍ​ຊີວິດ​ແລ້ວ 442 ຄົນ ແຕ່​ຍັງ​ບໍ່​ທັນ​ມີ​ການ​ລາຍງານ​ພົບ​ການ​ຕິດເຊື້ອ​ໃນ ​ສປປ ລາວ ຕໍ່​ສະພາບ​ການ​ດັ່ງກ່າວ ກະຊວງ​ສາທາລະນະ​ສຸກ ໄດ້​ເອົາໃຈໃສ່​ໃນ​ການ​ໃຫ້​ຄວາມ​ຮູ້​ແກ່​ປະຊາຊົນ​ກ່ຽວ​ກັບ​ພະຍາດ ແລະ ວິທີປ້ອງ​ກັນ ພ້ອມ​ກັນ​ນັ້ນ ກະຊວງສາທາລະນະ​ສຸກ ສົມທົບ​ກັບອົງການ​ອະນາໄມ​ໂລກ​ ຕິດຕາມ​ສະພາບ​ການ​ລະບາດ​ໃນ​ຕ່າງ​ປະເທດ​ຢ່າງ​ໃກ້ຊິດ ແລະ ສົມທົບກັບ​ຂະແໜງການ​ທີ່​ກ່ຽວຂ້ອງ ໃນ​ການ​ເອົາໃຈໃສ່​ໃນ​ການ​ເຝົ້າລະວັງ ແລະ ຕິດຕາມ​ຜູ້​ໂດຍສານ​ທີ່​ເດີນທາງ​ຈາກ​ປະເທດ​ທີ່​ມີການ​ລະບາດ ນອກຈາກ​ນັ້ນ ໄດ້ປັບປຸງ​ພື້ນຖານ​ໂຄງ​ລ່າງ ໂດຍ​ສະເພາະ​ຫ້ອງ​ວິເຄາະ​ທີ່​ສາມາດກວດ​ເຊື້ອ​ພະຍາດ MERS-CoV ໄດ້​ແລ້ວ ທີ່​ສູນ​ວິເຄາະ ແລະ ລະບາດ​ວິທະຍາ ແລະ ອົບຮົມ​ແພດ​ໝໍ ພະຍາບານ ແລະ ພະນັກງານ​ທີ່​ກ່ຽວຂ້ອງ ​ໃຫ້​ກຽມພ້ອມ​ໃນ​ການບົ່ງມະຕິ ແລະ ປິ່ນປົວ​ຄົນ​ເຈັບ ຖ້າ​ຫາກ​ພົບ​ມີ​ການພົບ​ເຊື້ອ ຖ້າ​ຫາກ​ມີ​ຂໍ້​ສົນໃຈ​ເພີ່ມເຕີມ​ກ່ຽວ​ກັບ​ພະຍາດ MERS-CoV ຫຼື ພະຍາດ​ຕິດຕໍ່​ອື່ນໆ ສາມາດ​ຕິດຕໍ່​ສອບ​ຖາມ​ໄດ້ ​ຜ່ານສາຍ​ດ່ວນ​ກະຊວງ​ສາທາລະນະສຸກ 166.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...