Homeຂ່າວພາຍ​ໃນຟໍຈູນເນີເຈີດຂ້າມເລນ ຕຳເອົາຄົນຂີ່ລົດຈັກສະເດັນ ສາເຫດສຸດໂງ່ຖິ້ມປອງເບຍ ລົງໝູນຄັນເບກ

ຟໍຈູນເນີເຈີດຂ້າມເລນ ຕຳເອົາຄົນຂີ່ລົດຈັກສະເດັນ ສາເຫດສຸດໂງ່ຖິ້ມປອງເບຍ ລົງໝູນຄັນເບກ

Published on

ອຸບັດຕິເຫດ ທີ່ເກີດຂຶ້ນ ໃນເວລາປະມານ 10:30 ມື້ນີ້ ວັນທີ 20 ມິຖຸນາ 2015. ລົດຟໍຈູນເນີ ເສຍຫຼັກ ເຈີດ ຂ້າມເລນ ມາຕຳເອົາລົດຟີໂນ ຢູ່ອີກຟາກທາງ ທີ່ຂີ່ສວານເລນ ມາຈົນໄດ້ຮັບບາດເຈັບໜັກ ແລະ ເສຍຊີວິດທີ່ໂຮງໝໍ. ເຫດເກີດທີ່ບ້ານດອນກອຍ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.

ຈາກການເບິ່ງຄລີບ ກ້ອງວົງຈອນປິດຈາກຮ້ານຂາຍເສື້ອຜ້າ (ກົດເບິ່ງຄລີບ: http://on.fb.me/1d7HxMd ) ທີ່ຮ່າງຂອງຄົນຂັບລົດຈັກ ທີ່ເປັນຜູ້ຊາຍ ຟົ້ງກະເດັນ ໄປໃສ່ແລ້ວນັ້, ເຫັນໄດ້ຢ່າງຊັດເຈັນວ່າ ລົດໃຫຍ່ແມ່ນຂີ່ມາດ້ວຍຄວາມໄວ ແລະ ໄດ້ເສຍຫຼັກ ເຈີດມາຕຳເອົາລົດຟີໂນ ແບບປະສານງານເຊິ່ງໜ້າ. ເຮັດໃຫ້ຜູ້ຂັບຂີ່ລົດຈັກ ແມ່ນຟົ້ງຕຳແກ້ວແວ່ນຂອງຮ້ານຂາຍເຄື່ອງ ທະລຸເຂົ້າມາຂ້າງໃນຮ້ານ,ສະຫລົບຄາທີ່. ທີມງານກູ້ໄພ ໄດ້ມາຊ່ວຍເຫຼືອ ນຳສົ່ງໂຮງໝໍ ແຕ່ກໍ່ຊ່ວຍບໍ່ໄດ້ ເພາະອາການສາເຫດເກີນທີ່ຈະກູ້ຊີວິດລາວໄວ້ໄດ້.

ສ່ວນຜູ່ຊາຍຄົນຂັບໃຫຍ່ ແມ່ນຢູ່ໃນສະພາບມືນເມົາ ແລະ ໄດ້ຮັບບາດເຈັບສົມຄວນ, ແຕ່ກໍ່ຍັງມີສະຕິ, ເຊິ່ງຄາດວ່າຈະເມົາແລ້ວຂັບ, ຜູ້ກ່ຽວໃຫ້ຂໍ້ມູນວ່າ ຂີ່ລົດມາແລະ ດືມເບຍປ໋ອງມາພ້ອມ, ເຊິງໄດ້ຖິ້ມກະປ໋ອງເບຍລົງທາງລຸ່ມບ່ອນເບຣກ ແລະ ຄັນເລ່ງ. ພໍຂີ່ມາຮອດຈຸດດັ່ງກ່າວ ຜູ້ກ່ຽວເສຍຫຼັກ ແລະ ພະຍາຍາມຈະເບຣກ ແຕ່ບໍ່ໄດ້ເພາະປ໋ອງເບຍໄປຄັດ ເບຣກໄວ້ ເລີຍເຮັດໃຫ້ລົດ ເສຍການຊົງຕົວ ເຈີດຂ້າມເລນ ມາຕຳປະສານງານກັບລົດຈັກທີ່ຂີ່ສວນມາ.

1511294_1000117883353217_2586381007038342390_n 1623597_1000117860019886_2153002534693601980_n 10984988_1000117893353216_8267872712478495289_n 11012517_1454787701504646_8615294661832132182_n 11243922_1000117813353224_3000977050380390056_n

ພາບຈາກ: ນັກຂ່າວສັນຈອນ
ສັງລວມຂ່າວໂດຍ: ເດັກແນວ ໂທລະໂຄ່ງ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...