Homeນານາສາລະປະ​ເພດ​ຂອງ​ເຈ້ຍອານາໄມ

ປະ​ເພດ​ຂອງ​ເຈ້ຍອານາໄມ

Published on

ดาวน์โหลด

      ເຈ້ຍອານາໄມ​ທີ່​ຢູ່ໃນ​ເຮືອນ​ເຮົາຫລາຍ​ຄົນ​ອາດຈະ​ຄິດວ່າ ເຈ້ຍອານາໄມ​ຫຍັງ​ກໍ​ຄືກັນ​ໝົດ ແຕ່​ແທ້ໆ​ແລ້ວເຈ້ຍອານາໄມ​ແຕ່​ລະ​ປະ​ເພດ​ຖືກ​ເຮັດ​ຂຶ້ນ​ມາ ມີ​ວັດ​ຖຸ​ປະສົງ​ໃນ​ການ​ໃຊ້​ງານ​ທີ່​ຕ່າງ​ກັນ​ແລະ​ບໍ່​ຄວນ​ໃຊ້​ປະ​ປົນ​ກັນ

ເຈ້ຍເຊັດ​ໜ້າ (facial tissue) ເປັນເຈ້ຍອານາໄມ​ ທີ່​ມີ​ຄຸນສົມບັດ​ຄວາມ​ໜຽວນຸ່ມ​ເນື່ອງ​ຈາກ​ໃຊ້​ສຳລັບ​ຊັບ​ນ້ຳ​ພາຍ​ຫລັງ​ລ້າງ​ໜ້າຫລື​ໃຊ້​ສຳລັບ​ຊຳ​ລະ​ລ້າງ​ເຄື່ອງ​ສຳ​ອາງໃນ​ກະ​ບວນ​ການ​ຜະລິດ​ຈະ​ໃສ່​ສານ​ບາງ​ຕົວ​ເພື່ອ​ໃຫ້​ເຈ້ຍ​ເກີດ​ຄວາມ​ໜຽວ​ນຸ່ມ

ເຈ້ຍ (toilet paper) ເປັນ​ເຈ້ຍ​ອານາໄມ ທີ່​ມີ​ຄຸນສົມບັດ​ຄວາມ​ເປື່ອຍ​ຍຸ່ຍ​ງ່າຍ​ເມື່ອ​ຖືກນ້ຳ ການ​ທີ່​ເປື່ອຍ​ງ່າຍ​ບໍ່​ໄດ້​ແປ​ວ່າ​ບໍ່​ດີ​ສະເໝີ​ໄປເພາະ​ຖືກ​ສ້າງ​ມາ​ໃຫ້​ຊັບ​ນ້ຳ​ແລະ​ຍ່ອຍລະ​ລາຍ​ງ່າຍແຕ່​ເຈ້ຍ​ປະ​ເພດ​ນີ້ ບໍ່​ຄວນ​ນຳ​ໄປ​ເຊັດ​ໜ້າ​ເຊັດ​ຕານຳ​ໄປ​ຫໍ່ອາຫານ ຫລື ​ຮອງ​ອາຫານ ເພາະ​ໃນ​ກະ​ບວນ​ການ​ຜະລິດ​ວັດ​ຖຸ​ດິບ ຈະ​ມີ​ສານ​ເຄ​ມີ​ຈຳ​ພວກ​ສານ​ໂຊ​ດຽມ​ໄຮ​​ຫລອກ​ໄຊ (ໂຊ​ດາ​ໄຟ) ສານ​ໄດ​ອອກ​ຊິນ ຊຶ່ງ​ເປັນ​ສານ​ກໍ່​ມະ​ເຮັງ​ໃນ​ເຈ້ຍອານາໄມ ໂດຍ​ນຳ​ມາ​ໃຊ້​ເພື່ອ​ເຮັດ​ວັດ​ຖຸ​ດິບ​ໃຫ້ເປັນ​ເນື້ອ​ເຍື່ອ ແລະ ​ໃຊ້​ຄໍ​ລີນ​ຊຶ່ງ​ມີ​ສານ​ໄດ​ອອກ​ຊິນ​ເປັນ​ສ່ວນ​ປະກອບ​ໃນ​ການ​ຟອກ​ເຈ້ຍ​ໃຫ້​ຂາວ

ເຈ້ຍອານາໄມ table napkin s ​ເຈ້ຍ​ປະ​ເພດ​ນີ້​ມີ​ສອງ​ລັກສະນະ ເປັນເຈ້ຍ​ທີ່​ຈັດ​ໄວ້​ໃນ​ຫ້ອງ​ນ້ຳເພື່ອ​ເຊັດ​ເຮັດ​ຄວາມ​ສະ​ອາດ​ມື ອີກ​ປະ​ເພດ​ໃຊ້​ສຳລັບ​ວາງ​ເທິງ​ໂຕະ​ອາຫານໃຊ້​ແທນ​ຜ້າ​ເຊັດ​ປາກ​ສຳລັບ​ການ​ຮັບປະທານ​ອາຫານ​ແບບ​ຕາເວັນຕົກ

ເຈ້ຍ​ອະ​ເນກ​ປະ​ສົງ (paper towels) ເປັນ​ເຈ້ຍອານາໄມສຳລັບ​ໃຊ້​ໃນ​ງານ​ເຮືອນ​ທົ່ວ​ໄປ ທົດ​ແທນ​ຜ້າ​ເຊັດ​ພື້ນຫລື​ຜ້າ​ເຊັດ​ໂຕະ

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...