Homeຂ່າວພາຍ​ໃນທີມເຕະບານຍິງ 16 ທີມສຸດທ້າຍ ຊີງແຊ້ມໂລກ 2015

ທີມເຕະບານຍິງ 16 ທີມສຸດທ້າຍ ຊີງແຊ້ມໂລກ 2015

Published on

ການແຂ່ງຂັນເຕະບານຍິງຊີງແຊ້ມໂລກ 2015 ທີ່ປະເທດ ການາດາ ເປັນເຈົ້າພາບດຳເນີນມາຮອດຮອບ 16 ທີມສຸດທ້າຍແລ້ວ, ເຊິ່ງຊາດທີ່ສາມາດຜ່ານເຂົ້າໄປຫຼິ້ນໃນຮອບ 16 ທີມ ປະກອບມີ: ການາດາ ແຊ້ມກຸ່ມ A, ສປ ຈີນ ຮອງແຊ້ມກຸ່ມ; ເຢຍລະມັນ ແຊ້ມກຸ່ມ B, ນໍເວ ຮອງແຊ້ມກຸ່ມ; ຍີ່ປຸ່ນ ແຊ້ມກຸ່ມ C, ແຄເມີຣູນ ຮອງແຊ້ມກຸ່ມ; ສະຫະລັດອາເມຣິກາ ແຊ້ມກຸ່ມ D, ອົດສະຕາລີ ຮອງແຊ້ມກຸ່ມ; ເບຼຊິນ ແຊ້ມກຸ່ມ E , ສ. ເກົາຫຼີ ຮອງແຊ້ມກຸ່ມ; ຝຣັ່ງ ແຊ້ມກຸ່ມ F , ອັງກິດ ຮອງແຊ້ມກຸ່ມ ແລະ ທີມອັນດັບ 3 ທີ່ມີ ຄະແນນດີທີ່ສຸດ 4 ທີມ ຄື: ໂຮນລັງ (ອັນດັບ 3 ກຸ່ມ A), ສະວິດເຊີແລນ (ອັນດັບ 3 ກຸ່ມ C), ສະວີເດັນ (ອັນດັບ 3 ກຸ່ມ D) ແລະ ໂຄລຳເບຍ (ອັນດັບ 3 ກຸ່ມ F).
ສຳລັບຜົນການປະກົບຄູ່ ໃນຮອບ 16 ທີມ ມີດັ່ງນີ້: ສາຍທີ 1 ສປຈີນ ພົບກັບ ແຄເມີຣູນ ແລະ ສະຫະລັດອາເມຣິກາ ພົບກັບ ໂຄລຳເບຍ; ສາຍທີ 2: ເຢຍລະມັນ ພົບກັບ ສະວີເດັນ ແລະ ຝຣັ່ງ ພົບກັບ ສ. ເກົາຫຼີ; ສາຍທີ 3: ເບຼຊິລ ພົບກັບ ອົດສະຕາລີ ແລະ ຍີ່ປຸ່ນ ພົບກັບ ໂຮນລັງ; ສາຍທີ 4: ນໍເວ ພົບກັບ ອັງກິດ ແລະ ການາດາ ພົບກັບ ສະວິດເຊີ ແລນ ເຊິ່ງຈະແຂ່ງຂັນລະຫວ່າງວັນທີ 20-23 ມິຖຸນາ 2015 ນີ້

11426494_1640266606186513_226055248268229437_n

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...