spot_img
Homeວົງການສື່ມວນຊົນຜູ້ຈັດລາຍການວິທະຍຸທຸກພາກສ່ວນ ໄດ້ຮັບການປັບປຸງເຕັກນິກທາງດ້ານສຽງ-ໄອທີ

ຜູ້ຈັດລາຍການວິທະຍຸທຸກພາກສ່ວນ ໄດ້ຮັບການປັບປຸງເຕັກນິກທາງດ້ານສຽງ-ໄອທີ

Published on

ໃນລະຫວ່າງວັນທີ 17-19 ມີຖຸນານີ້, ທີ່ນະຄອນຫຼວງວຽງຈັນ, ວິທະຍຸກະຈາຍສຽງແຫ່ງຊາດລາວ, ໄດ້ຈັດການຝຶກອົບຮົມ ເພື່ອປັບປຸງເຕັກນິກດ້ານສຽງ-ໄອທີ ໃຫ້ຜູ້ຈັດລາຍການທຸກຂະແໜງການ ໂດຍການເປັນປະທານທ່ານ ສີພາ ນົງລາດ ຫົວໜ້າອຳນວຍການວິທະຍຸກະຈາຍສຽງແຫ່ງຊາດລາວ, ມີທ່ານ ໂພສີ ແກ້ວມະນີວົງ ຮອງຜູ້ອຳນວຍການວິທະຍຸກະຈາຍສຽງແຫ່ງຊາດລາວ, ທ່ານ ຄຳຜອງ ດວງລິລາດ ຮອງພະແນກ ການສຽງ-ໄອທີ, ວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ນັກສຳມະນາກອນ ຈາກວິທະຍຸທຸກຂະແໜງການ ເກືອບ 50 ຄົນເຂົ້າຮ່ວມ.

ທ່ານ ສີພານົງລາດ ຫົວໜ້າວິທະຍຸກະຈາຍສຽງແຫ່ງຊາດລາວ ກ່າວວ່າ: ການຝຶກອົບຮົມຄັ້ງນີ້, ເພື່ອຍົກລະດັບຄວາມຮູ້ຄວາມສາມາດທາງດ້ານໄອທີ, ເຕັກນິກການນຳໃຊ້ອຸປະກອນສຽງ ເພື່ອໃຫ້ມີຄວາມເປັນເອກະພາບ ເຂົ້າໃນລາຍການວິທະຍຸກະຈາຍສຽງຕ່າງໆ ເພື່ອໃຫ້ມີຄວາມຊັດເຈນ ມີຄວາມມ່ວນ, ເຊິ່ງມັນເປັນໝາກຫົວໃຈໃຫ້ແກ່ຜູ້ຟັງ. ຜູ້ເຂົ້າຮ່ວມຝຶກອົບຮົມຍັງໄດ້ຮູ້ພື້ນຖານການສຽງ, ອຸປະກອນການສຽງ, ຮຽນຮູ້ກ່ຽວກັບເລື່ອງອັດ, ຕັດຕໍ່ດ້ວຍລະບົບ IT ແລະ ວິທີແກ້ໄຂບັນຫາຕ່າງໆກ່ຽວກັບການບັນທຶກສຽງ ໃຫ້ມີຄຸນນະພາບຫຼາຍຂື້ນກວ່າເກົ່າ.

ການຝຶກອົບຮົມຄັ້ງນີ້, ມີນັກຂ່າວ, ຜູ້ຈັດລາຍການ ວິທະຍຸສາກົນແຫ່ງປະເທດຈີນປະຈຳລາວ ເຂົ້າຮ່ວມຮັບຟັງ 1 ທ່ານ, ເພື່ອຮຽນຮູ້ການປັບປຸງດ້ານເຕັກນິກສຽງ-ໄອທີ ຂອງຜູ້ຈັດລາຍການ ວິທະຍຸສາກົນແຫ່ງປະເທດຈີນປະຈຳລາວ.

11141225_1681901902038568_7113135341647922904_n

11142417_1681901918705233_1398655390939598880_n

11392842_1681902025371889_4868908717950027205_n

11401190_1681902045371887_255636482213257270_n

ບົດຄວາມຫຼ້າສຸດ

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...

ຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ

ອັບເດດຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນອັບການິສຖານ ຄວາມຮຸນແຮງ 6.0 ຣິກເຕີ ຫຼ້າສຸດມີລາຍງານການເສຍຊີວິດເພີ່ມຂຶ້ນເປັນ 1,400 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ. ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 2 ກັນຍາ 2025, ກ່ຽວກັບເຫດການແຜ່ນດິນໄຫວໃນອັບການິສຖານ ເຮັດໃຫ້ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ...

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...