Homeຂ່າວຕ່າງປະເທດອົງການອະນາໄມໂລກ ແຈ້ງເຕືອນທຸກປະເທດໃນໂລກ ຄວນກຽມພ້ອມຮັບມືກັບພະຍາດລະບາດ!

ອົງການອະນາໄມໂລກ ແຈ້ງເຕືອນທຸກປະເທດໃນໂລກ ຄວນກຽມພ້ອມຮັບມືກັບພະຍາດລະບາດ!

Published on

625649-01

ອົງການອະນາໄມໂລກ ຫລື WHO ຊີ້ແຈງ ການລະບາດຂອງພະຍາດ MERS ຢູ່ເກົາຫລີໃຕ້ ເປັນການເຕືອນໃຫ້ເຫັນວ່າ ເຊື້ອໄວຣັດອັນຕະລາຍ ສາມາດລະບາດໄດ້ຕະຫລອດເວລາ.

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 18 ມິຖຸນານີ້ວ່າ ອົງການອະນາໄມໂລກ ໄດ້ລະບຸຢູ່ໃນຖະແຫລງການຂອງຕົນ ຫລັງຈາກປະຊຸມຄະນະກຳມະການພາວະສຸກເສີນ ກ່ຽວກັບພະຍາດ MERS ວ່າ ການລະບາດຂອງເຊື້ອໄວຣັດ MERS ແມ່ນເປັນສັນຍານເຕືອນໄພແກ່ຊາວໂລກ ເຊິ່ງສະແດງໃຫ້ເຫັນວ່າ ໃນໂລກທີ່ມີການເຄື່ອນໄຫວຢ່າງວ່ອງໄວດັ່ງທຸກວັນນີ້ ທຸກໆປະເທດຈະຕ້ອງກຽມພ້ອມເພື່ອຮັບມືກັບການແຜ່ລະບາດຂອງເຊື້ອພະຍາດ ທີ່ບໍ່ໄດ້ຄາດໝາຍມາກ່ອນ ເຊັ່ນພະຍາດ MERS ແລະ ພະຍາດຕິດເຊື້ອຮຸນແຮງອື່ນໆອີກ.

 

 

ບົດຄວາມຫຼ້າສຸດ

ເຮັດແທ້ທຳຈິງ! ແຂວງສະຫວັນນະເຂດ ປະກາດເລັ່ງປາບປາມການລັກລອບຂຸດແຮ່-ຕັດໄມ້ເຖື່ອນ

ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V ວັນທີ 24 ພະຈິກ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ...

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...