spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ລະວັງໂຈນມາທຸກຮູບແບບ ທຳທ່າທົດລອງຂີ່ ຂັບໜີຕໍ່ໜ້າຕໍ່ຕາ

ລະວັງໂຈນມາທຸກຮູບແບບ ທຳທ່າທົດລອງຂີ່ ຂັບໜີຕໍ່ໜ້າຕໍ່ຕາ

Published on

ຕອນເຊົ້າວັນທີ 17 ມິຖຸນາ 2015 ທີ່ຜ່ານມາ ນາຍບ້ານໆ ນາທົ່ມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງເສຍຈາກ ນາງ ອານຸ່ຍລັກ ອາຊີບນັກສຶກສາ ຢູ່ບ້ານດຽວກັນ ໂດຍນາງອານຸ່ຍລັກໄດ້ແຈ້ງວ່າ ລົດຂອງຕົນຖືກໂຈນສວຍໂອກາດ ທຳທ່າຂີ່ລົດລອງແລ້ວຂີ່ຫາຍໄປເລີຍ.

ນາງ ອານຸ່ຍລັກ ເລົ່າວ່າ ມີຜູ້ຊາຍຜູ້ໜຶ່ງອ້າງຊື່ວ່າ ທ້າວ ຕ່າຍ (ບຸກຄົນໃນຮູບ)  ຢູ່ບ້ານທົ່ງຂັນຄຳ. ລາວໄດ້ມາເບິ່ງລົດ ທີ່ຕົນເອງໄດ້ປະກາດຂາຍ ທີ່ບ້ານນາທົ່ມ. ລາວມີຄວາມສົນໃຈ ຈິ່ງໄດ້ນັດກັນ ມາເບິ່ງລົດໃນວັນທີ 13/6/2015 ທີ່ຜ່ານມາທີ່ເຂດບ້ານຫ້ວຍຫົງ.

ຫຼັງຈາກເບິ່ງລົດດົນເຕີບ ລາວກໍ່ຂໍລອງຂີ່ລົດ. ພໍຂີ່ໄປຂີ່ມາ ແລ້ວລາວ ກະຂີ່ໜີເລີຍ ຈົນຮອດມື້ນີ້. ພວກເຮົາຈິ່ງໄດ້ເຂົ້າແຈ້ງເຈົ້າໜ້າທີແລ້ວ ທີ່ທາງຫ້ອງການບ້ານ.

ຫາກທ່ານໃດພົບເຫັນ ບຸກຄົນດັ່ງກ່າວ, ແລະ ລົດ ຊຸຸຊຸກິ ສະເຕັບ ສີດຳ ໝາຍເລກທະບຽນ ກຳແພງນະຄອນ ຍດ 1303. ຊ່ວຍແຈ້ງໃຫ້ທາງເຈົ້າໜ້າທີ່ ຫຼື ໂທຫາຂ້າພະເຈົ້າທີ່ເບີ: 020 55682643

11018809_995957287102610_8246166281981314849_n

11219605_995957300435942_6565675938164305786_n

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...