Homeຂ່າວພາຍ​ໃນລາວບໍ່ໄດ້ຫລຽນຄຳໃນຊີເກມ ຍ້ອນສາເຫດໃດແທ້?

ລາວບໍ່ໄດ້ຫລຽນຄຳໃນຊີເກມ ຍ້ອນສາເຫດໃດແທ້?

Published on

ຄະນະນັກກິລາລາວ ເກືອບ 200 ຄົນ ທີ່ເຂົ້າຮ່ວມແຂ່ງຂັນ 20 ປະເພດກິລາໃນມະຫະກຳກິລາຊີເກມ ຄັ້ງທີ XXVIII ຢູ່ ສິງກະໂປ ບໍ່ອາດຍາດໄດ້ຫລຽນຄຳກັບບ້ານ ເຊິ່ງຄະນະຮັບຜິດຊອບອ້າງວ່າ ຍ້ອນເຮົາມີເວລາເຝິກຊ້ອມສັ້ນ ເນື່ອງຈາກເຈົ້າພາບ ຍ້າຍມາແຂ່ງຂັນໃນເດືອນ ມິຖຸນາ ທັງທີ່ວ່າຕາມປົກກະຕິແລ້ວ ແມ່ນແຂ່ງຂັນໃນເດືອນ ທັນວາ.

ກ່ອນໜ້າທີ່ນັກກິລາລາວຈະໄປຮ່ວມແຂ່ງຂັນຊີເກມ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາ ລະດັບສູງ ກະຊວງ ສຶກສາທິການ ແລະ ກິລາ ໄດ້ແຈ້ງໃຫ້ຮູ້ເຖິງຂໍ້ຫຍຸ້ງຍາກທີ່ຈະເຮັດໃຫ້ນັກກິລາລາວ ບໍ່ອາດໄດ້ຫລຽນຄຳວ່າ: ພວກເຮົາມີເວລາເຝິກຊ້ອມສັ້ນ ເນື່ອງຈາກເຈົ້າພາບປ່ຽນເວລາແຂ່ງຂັນ, ຂະນະດຽວກັນ ການອະນຸມັດງົບປະມານ ແລະ ການຖອນງົບຮັບໃຊ້ມີຄວາມຊັກຊ້າ ບໍ່ທ່ວງທັນກັບການເຄື່ອນໄຫວຕົວຈິງ ໂດຍສະເພາະບໍ່ທັນກັບໄລຍະເຝິກຊ້ອມ.

ໃນເບື້ອງຕົ້ນຄະນະຮັບຜິດຊອບຕັ້ງເປົ້າ 5 ຫລຽນຄຳ ແລະ ສູ້ຊົນໃຫ້ໄດ້ອັນດັບທີ 8 ຂອງຕາຕະລາງເໝືອນກັບ ຊີເກມ ຄັ້ງທີ່ຜ່ານມາ ແຕ່ຜ່ານການເຂົ້າຮ່ວມແຂ່ງຂັນຕົວຈິງແລ້ວ ບໍ່ອາດຍາດໄດ້ຫລຽນຄຳເລີຍ ແລະ ຮັກສາອັນດັບທີ 8 ບໍ່ໄດ້ເພາະຢູ່ອັນດັບທີ 9 ຂອງຕາຕະຫລຽນຈາກການເຂົ້າຮ່ວມ 11 ປະເທດ.
ສາເຫດທີ່ພາໃຫ້ນັກກິລາລາວບໍ່ໄດ້ຫລຽນຄຳ ເນື່ອງຈາກມີເວລາເຝິກຊ້ອມສັ້ນ ເພາະຕາມລະບຽບຂອງຊີເກມແລ້ວ ແມ່ນໃຫ້ຈັດໃນທ້າຍປີ 2015 ແຕ່ເຈົ້າພາບ ສິງກະໂປ ອ້າງວ່າໄລຍະນັ້ນ ສະພາບອາກາດບໍ່ດີ ຈຶ່ງຍ້າຍມາໃສ່ເດືອນ ມິຖຸນາ.

ສຳລັບນັກກິລາລາວ ຍາດໄດ້ 4 ຫລຽນເງິນ ຈາກ ນັກກິລາ ກະຕໍ້ຊິນລອນ 2 ຫລຽນ, ນັກກິລາເທຢູໂດ 1 ຫລຽນ ແລະ ນັກກິລາປັນຈັກສິລັດ 1 ຫລຽນ, ສ່ວນ 25 ຫລຽນທອງ ໄດ້ຈາກ ນັກກິລາເປຕັງ 8 ຫລຽນ, ເທຄວັນໂດ 4 ຫລຽນ, ມວຍສາກົນ 3 ຫລຽນ, ປັນຈັກສິລັດ 3 ຫລຽນ, ກະຕໍ້ 3 ຫລຽນ, ວູຊູ 2 ຫລຽນ ແລະ ນັກກິລາຢູໂດ 2 ຫລຽນ.

11401419_1615220932028759_1280223363702277964_n

ຂ່າວຈາກ: ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...