spot_img
Homeຂ່າວພາຍ​ໃນໂຈນປຸ້ນລົດໃຫຍ່ ໃຈກາງນະຄອນຫຼວງ

ໂຈນປຸ້ນລົດໃຫຍ່ ໃຈກາງນະຄອນຫຼວງ

Published on

ຕອນເວລາປະມານ 08:00 ຂອງວັນທີ 17 ມິຖຸນາ 2015 ທາງຜູ້ເສຍຫາຍ ຜູ້ຍິງ (ໃສ່ຊື່ນາງຈ່ອຍ ນາມສົມມຸດ) ໄດ້ຂີ່ລົດໄປສົ່ງເດັກນ້ອຍ ທີ່ໂຮງຮຽນ ອານຸບານມີນາ, ບ້ານສີວິໄລ, ນະຄອນຫຼວງວຽງຈັນ. ຫຼັງຈາກນັ້ນ, ໄດ້ມີລົດຄົນຮ້າຍ ມານຳກັນ 4 ຄົນ ໄດ້ມາຕຳເອົາກົ້ນລົດ ຂອງນາງຈ່ອຍ, ແລ້ວ ໃຊ້ອາວຸດປືນ ຈີ້ລົດ. ໂດຍຄົນຮ້າຍໄດ້ຂຶ້ນລົດຄັນດັ່ງກ່າວ ພ້ອມທັງມັດຕາ, ມັດແຂນ ນາງຈ່ອຍ ທີ່ຂັບລົດເລັກຊັດ.

ຈຸດປະສົງຂອງຄົນຮ້າຍໃນເບື້ອງຕົ້ນບໍ່ແມ່ນການຈີ້ເອົາລົດ ແຕ່ເປັນການວາງແຜນເພື່ອທີ່ຈະຈັບຕົວນາງຈ່ອຍ ໄປເອີ້ນເອົາຄ່າໄຖ່ກັບທາງຄອບຄົວ. ເຊິ່ງກຸ່ມໂຈນແມ່ນໄດ້ຂີ່ລົດວົນວຽນໄປມາທາງໃດກໍ່ບໍ່ຮູ້ ຕາມການບອກເລົ່າຂອງນາງຈ່ອຍ ຍິງທີ່ຖືກເຄາະຮ້າຍ ເພາະໂຈນປິດຕາ ແລະ ມັດແຂນ. ພວກໂຈນພະຍາຍາມ ຂູ່ເອົາເບີພໍ່ຂອງນາງ ແຕ່ນາງມີພິກໄຫວດີ ຈິ່ງປະຕິເສດ ວ່າບໍ່ຮູ້ເບີພໍ່ ເພາະບໍ່ຖືກກັບພໍ່.

ໃຊ້ເວລາປະມານ 1-2 ຊົ່ວໂມງ ຫຼັງຈາກທີ່ພວກມັນຈີ້ລົດໄດ້, ແລ້ວພວກໂຈນ ຈິ່ງໄດ້ຕັດສິນໃຈ ຂັບລົດໄປທີ່ເຮືອນຂອງຜູ້ຖືກເຄາະຮ້າຍຢູ່ເຂດ ບ້ານຈອມມະນີ. ຍ້ອນປະຕູເຂົ້າເຮືອນຂອງຜູ້ເຄາະຮ້າຍ ຕ້ອງໄດ້ໃຊ້ປະຕູຣີໂມດ, ທາງຄົນຮ້າຍບໍ່ມີຣີໂມດ ຈິ່ງໄດ້ບີບແກຢູ່ໜ້າປະຕູຮົ້ວເຮືອນ. ທາງຜູ້ເປັນແມ່ຂອງ ນາງຈ່ອຍ ທີ່ຖືກຈັບເປັນຕົວປະກັນ ຢູ່ໃນລົດຂອງລາວ ຈິງໄດ້ໄຂປະຕູໃຫ້.

ພາຍຫຼັງກຸ່ມໂຈນ ເຂົ້າໄປໃນເຮືອນໄດ້ແລ້ວ, ກໍ່ໄດ້ລົງລົດໄປສອງຄົນ, ຜູ້ເປັນແມ່ກໍ່ຄິດວ່າ ແມ່ນໝູ່ຂອງລູກສາວ ທີ່ອາດຈະມາຫາມເອົາຕູ້ນ້ຳກ້ອນ. ແຕ່ບໍ່ແມ່ນດັ່ງທີ່ຄິດ, ພວກໂຈນໄດ້ ຈັບຜູ້ເປັນແມ່ ແລະ ໄດ້ຂູ່ໃຫ້ໄປໄຂເອົາເງິນຄຳ ຢູ່ຕູ້ເຊັບ ເພື່ອແລກກັບຕົວລູກສາວ ທີ່ພວກເຂົາຈັບມັດໄວ້ທີ່ລົດຂອງລາວ. ຜູ້ເປັນແມ່ ກໍ່ບໍ່ຮູ້ຈະເຮັດແນວໃດກໍ່ໄດ້ພາໂຈນຂຶ້ນໄປໃນເຮືອນ ເພື່ອຈະໄປຫາບ່ອນຕູ້ເຊັບ.

ໃນຂະນະທີ່ໂຈນເຜີໃຈກັບການຈະໄປເອົາເງິນຢູ່ຕູ້ເຊັບນັ້ນ, ນາງຈ່ອຍ ຖືກຈັບເປັນຕົວປະກັນ ຈິ່ງຕັດສິນໃຈໂດດອອກຈາກລົດ ແລະ ແລ່ນອອກມານອກທາງ ແບບສ່ຽງຕາຍ ເພື່ອຂໍການຊ່ວຍເຫຼືອຈາກຊາວບ້ານ. ເມື່ອຊາວບ້ານໃກ້ຄຽງໄດ້ຍິນ ການຮ້ອງຂໍການຊ່ວຍເຫຼືອ ກໍ່ໄດ້ເຂົ້າຊ່ວຍ. ພວກໂຈນເຫັນທ່າບໍ່ດີ ຈິ່ງໄດ້ ພາກັນແລ່ນຂຶ້ນລົດ ແລະ ຂັບໜີ ເຊິ່ງພວກມັນໄດ້ ຕຳປະຕູຮົ້ວອອກໄປ, ຊາວບ້ານທີ່ເຂົ້າມາຊ່ວຍ ມີອາວຸດປືນ ໄດ້ພະຍາຍາມ ຍິງຕີນລົດ ເພື່ອສະກັດໄວ້ ແຕ່ກໍ່ບໍ່ໄດ້ຜົນ. ພວກໂຈນໄດ້ ຂີ່ລົດໜີ ໄປທາງບ້ານສາຍນ້ຳເງິນ ແລະ ຂີ່ໄປທາງທົ່ງນາ.

ຈາກການໃຫ້ຂໍ້ມູນທາງໂຈນໄດ້ລົດໄປ 1 ຄັນ, ພ້ອມກັບກະເປົາຂອງນາງຈ່ອຍ ທີ່ມີເງິນຈຳນວນໜຶ່ງ ແລະ ໂທລະສັບ iPhone 6 Plus ສອງໜ່ວຍ. ເຊິ່ງຫຼ້າສຸດມີຜູ້ພົບເຫັນລົດຄັນດັ່ງກ່າວ ໄປຈອດຢູ່ປ່າເຫຼົ່າແຄມບ້ານດົງບອງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ດ້ວຍສະພາບລົດເປ່ເພໜັກສົມຄວນ.

ເຈົ້າໜ້າທີ່ຕຳຫຼວດ ໄດ້ເຮັດການສືບສວນ ເອົາຂໍ້ມູນກັບທາງນາງຈ່ອຍ ແລະ ຄອບຄົວ ແລ້ວ, ແລະ ໄດ້ມີການຕິດຕາມນຳຈັບ ໂຈນທັງສີ່ຄົນ, ເຊິ່ງຄາດວ່າຈະສາມາດ ນຳຈັບໄດ້ໃນໄວໆນີ້!

ໂຊກດີທີ່ຜູ້ເປັນແມ່ບໍ່ຖືກທຳຮ້າຍຮ່າງກາຍ ແລະ ນາງຈ່ອຍເອງກໍ່ປອດໄພດີ! ເຫດການນີ້ເປັນອຸທາຫອນໃຫ້ທຸກຄົນ ໃນສັງຄົມຕ້ອງໄດ້ມີສະຕິລະວັງຕົວ ໃຫ້ຫຼາຍຂຶ້ນ, ແລະ ໃຫ້ລ໋ອກ ປະຕູລົດ ທຸກຄັ້ງທີ່ຂັບຂີ່ລົດ ເພື່ອຄວາມປອດໄພ ຫາກມີຄົນຮ້າຍທີ່ຈະວາງແຜນມາປຸ້ນຈີ້.

11291976_1615302985414786_957267247_n

 

ລາຍງານຂ່າວໂດຍ: ນ້ອງນາງຈ່ອຍ
ຮຽບຮຽງໂດຍ: ຮັກລາວ ໂທລະໂຄ່ງ

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...